ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອັຟການິສຖານ ກ່າວຫາ NATO ສັງຫານ ພົນລະເຮືອນ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ
ບັນດາ​ເຈົ້າ​ໜ້າ​ທີ່ ອັຟກາ​ນິສຖານ ​ໄດ້​ກ່າວ​ຫາ ກໍາລັງ NATO
ສັງຫານ​ພົນລະ​ເຮືອນ ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດ ທີ່​ເຮັດ​ໃຫ້​
ຢ່າງ​ໜ້ອຍ 15 ຄົນ​ເສຍ​ຊີວິດຢູ່ບ່ອນ ສ​ອກຫລີກ​ ທາງ​ພາກ​ຕາ
​ເວັນ​ອອກ​ຂອງ​ປະ​ເທດ.

ຫົວ​ໜ້າ​ຕໍາຫລວດ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ແຂວງ Kunar
ກ່າ​ວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ພວກ​ຜູ້​ຍິງ ​ແລະ​ເດັກນ້ອຍ ​ແມ່ນ
ຢູ່ໃນ​ຈໍາ​ນວນ​ຜູ້​ເຄາະ​ຮ້າຍ​ຈາກ​ການ​ໂຈມ​ຕີ ທີ່​ເກີດ​ຂື້ນ​ໃນ​ຕອນ
​ແລງ​ວັນ​ເສົາແລ້ວ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່ ອົງການ NATO ​ໄດ້ໂຕ້
ແຍ້​ງ​ຄໍາ​ຖະ​ແຫລ​ງນີ້ ​ໂດຍ​ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ລາຍງານວ່າ
ມີພົນລະ​ເຮືອນເສຍ​ຊີວິດ. ​ເຂົາ​ເຈົ້າ​ກ່າວ​ວ່າ ການ​ໂຈມ​ຕີ​ແບບ​
ແມ່ນຍຳ ​ໄດ້​ສັງຫານ ພວກ​ກໍ່​ການ​ຮ້າຍ 10 ຄົນ.

ເຊື່ອ​ກັນ​ວ່າມີ​ຊາວ​ອາຣັບ ​ແລະ​ໜ່ວຍ​ແຊກ​ຊຶ່ມ​ຕ່າງ​ຊາດ ​ປະຕິບັດ​
ງານ​ຢູ່​ໃນ​ຂົງ​ເຂດດັ່ງ​ກ່າວຄຽງບ່າ​ຄຽງ​ໄຫລ່​ກັບ ພວກທາ​ລິ​ບານ
ອັ​ຟກາ​ນິສຖານ.

​ໃນ​ອີກ​ຂ່າວ​ນຶ່ງ ຢ່າງ​ໜ້ອຍ​ເຈົ້າ​ໜ້າ​ທີ່ ​ສືບ​ລັບ ອັຟກາ​ນິສ ຖານ ສີ່ຄົນ​ໄດ້​ຖືກ​ສັງຫານ
ຫລັງ​ຈາກພວກ​ ທີ່​ສົງ​ໄສ​ວ່າແມ່ນ​ກຸ່ມ ທາ​ລິ​ບານ ​ໄດ້ທໍາ​ການ​ໂຈມ​ຕີ​ຫ້ອງການ​ສືບ​ລັບ
ຢູ່ໃກ້​ໆກັບ​ນະຄອນຫລວງຂອງ​ປະ​ເທດ.
XS
SM
MD
LG