ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະເທດ ກຣິສ ເລີ່ມສົ່ງ ຜູ້ຍົກຍ້າຍ ຖິ່ນຖານ ອອກຈາກ ປະເທດ


Greece and EU Start Controversial Deportations
please wait

No media source currently available

0:00 0:01:15 0:00

ໃນວັນຈັນວານນີ້ ປະເທດ ກຣິສ ກັບ ສະຫະພາບ ຢູໂຣບ ໄດ້ເລີ່ມສົ່ງພວກຍົກຍ້າຍຖິ່ນ ຖານອອກຈາກເກາະ Lesbos ແລະ Chios, ໂດຍການ ສົ່ງພວກເຂົາເຈົ້າໄປປະເທດ ເທີກີ ພາຍໃຕ້ເງື່ອນໄຂຂອງຂໍ້ຕົກລົງໃນເດືອນມີນາ ທີ່ ເປັນບັນຫາ ລະຫວ່າງ ສະຫະພາບ ຢູໂຣບ ກັບ ນະຄອນຫຼວງ Ankara.

ທັງໆທີ່ໄດ້ມີການຄາດຄະເນ ກ່ຽວກັບ ຄວາມຮຸນແຮງທີ່ອາດເກີດຂຶ້ນໄດ້ນັ້ນ, ການເດີນ ທາງອອກ ຂອງກຳປັ່ນລຳທຳອິດຈາກເກາະ Lesbos ໃນຕອນເຊົ້າຂອງວັນຈັນວານນີ້ກໍ ໄດ້ເກີດຂຶ້ນໂດຍບໍ່ມີເຫດຮ້າຍໃດໆ. ໃນຂະນະທີ່ພວກປະທ້ວງຈຳນວນນ້ອຍ ໄດ້ອອກມາ ເຕົ້າໂຮມກັນທີ່ທ່າເຮືອເພື່ອກ່າວປະນາມຂໍ້ຕົກລົງດັ່ງກ່າວ.

ບັນດາເຈົ້າໜ້າທີ່ໄດ້ເລີ່ມເຄື່ອນຍ້າຍລົດບັສທີ່ບັນຈຸປະຊາຊົນຈາກຄ້າຍທີ່ເມືອງ Moria ໃນຕອນເຊົ້າມືດ ແລະ ໄດ້ນຳພາພວກເຂົາເຈົ້າໄປອ່າວເຮືອເມືອງ Mytilini ທີ່ຕົວເມືອງ ໃຫຍ່ຂອງເກາະດັ່ງກ່າວ, ເຊິ່ງເປັນຈຸດທີ່ກຳປັ່ນ ເທີກີ ໄດ້ເດີນທາງໃນໄລຍະສັ້ນໆໄປປະ ເທດ ເທີກີ.

ເຈົ້າໜ້າທີ່ລັດຖະບານ ກຣິສ ໄດ້ກ່າວຕໍ່ວີໂອເອວ່າ ປະຊາຊົນ 202 ຄົນໄດ້ຖືກສົ່ງອອກ ຈາກປະເທດໃນເຮືອກຳປັ່ນ 3 ລຳໃນວັນຈັນວານນີ້. ກຳປັ່ນ 2 ລຳເຊິ່ງບັນຈຸຜູ້ຍົກຍ້າຍຖິ່ນ ຖານ 136 ຄົນໄດ້ເດີນທາງອອກຈາກເກາະ Lesbos, ໃນຂະນະທີ່ລຳທີ 3 ໄດ້ຂົນສົ່ງຜູ້ ຍົກຍ້າຍຖິ່ນຖານ 66 ຄົນອອກຈາກເກາະ Chios ໃນຕອນເຊົ້າຂອງວັນຈັນວານນີ້. ເຈົ້າ ໜ້າທີ່ໄດ້ກ່າວວ່າ ຜູ້ທີ່ໄດ້ຖືກສົ່ງອອກໄປນັ້ນບໍ່ມີຜູ້ໃດໄດ້ຂຽນໃບສະໝັກຂໍລີ້ໄພ. ທ່ານໄດ້ ກ່າວວ່າ “ເກືອບໝົດທຸກຄົນ” ທຸກໆຄົນທີ່ຖືກສົ່ງກັບຄືນໄປ ເທີກີ ໃນມື້ທຳອິດຂອງການ ນຳສົ່ງ ແມ່ນປະຊາຊົນຊາວ ປາກິສຖານ, ຊຶ່ງ 2 ຄົນແມ່ນຊາວ ຊີເຣຍ ຜູ້ທີ່ເລືອກຈະເດີນ ທາງໄປ ເທີກີ ຍ້ອນເຫດຜົນສ່ວນຕົວ ແລະ ຄອບຄົວ.

ນອກຈາກການແລກປ່ຽນຂໍ້ຕົກລົງກັບ ເທີກີ ແລ້ວ, ສະຫະພາບ ຢູໂຣບ ຍັງໄດ້ສັນຍາທີ່ຈະ ຫາບ້ານໃໝ່ໃຫ້ກັບຊາວ ຊີເຣຍ ຄົນໜຶ່ງຢູ່ໃນຢູ່ກຸ່ມຂອງທຸກໆຄົນທີ່ໄດ້ຖືກສົ່ງອອກຈາກປະ ເທດ ກຣິສ, ດ້ວຍຕົວເລກສູງສຸດ 72,000 ພັນຄົນ.

ພວກຂໍລີ້ໄພ ຊີເຣຍ 43 ຄົນໄດ້ຖືກສົ່ງໄປທະວີ ຢູໂຣບ ໃນວັນຈັນວານນີ້ພາຍໃຕ້ສ່ວນດັ່ງ ກ່າວຂອງຂໍ້ຕົກລົງ.

ອົບພະຍົບອີກ 11 ຄົນກໍໄດ້ເດີນທາງຮອດປະເທດ Finland ແລະ ອີກຫຼາຍຄົນເຊິ່ງຄາດ ວ່າຈະເດີນທາງຮອດປະເທດ ໂຮນລັງ ໃນວັນອັງຄານມື້ນີ້.

XS
SM
MD
LG