ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວອົບພະຍົບ ຊີເຣຍ ຈຳນວນ 16 ຄົນ ໄປຮອດ ປະເທດເຢຍຣະມັນ ແລ້ວ


Europe Migrants
please wait
Embed

No media source currently available

0:00 0:02:14 0:00

ກຸ່ມທຳອິດ ຂອງຊາວອົບພະຍົບຊີເຣຍ ໄດ້ຖືກສົ່ງໄປຈາກປະເທດເທີກີ ພາຍໃຕ້ ໂຄງການ ທີ່ເປັນບັນຫາຖົກຖຽງກັນ ໄດ້ໄປເຖິງທະວີຢູໂຣບແລ້ວ. ພວກຂໍລີ້ໄພ ຈຳນວນ 16 ຄົນ ໄດ້ ເດີນທາງໄປເຖິງ ນະຄອນ Hanover ຢູ່ທາງພາກເໜືອຂອງປະເທດເຢຍຣະມັນ ໃນຕອນ ເຊົ້າວັນຈັນມື້ນີ້. ສ່ວນພວກຄົນ ຈຳນວນ 16 ຄົນ ຢູ່ອີກກຸ່ມໜຶ່ງ ແມ່ນຄາດກັນວ່າ ຈະຕິດ ຕາມໄປ ນຳຫລັງ ໃນມື້ດຽວກັນ.

ພວກອົບພະຍົບ ກຳລັງຂຶ້ນເຮືອຂ້າມຟາກ ທີ່ທ່າເຮືອ Mytilini ເກາະ Lesbos ຂອງກຣິສ, ເມື່ອວັນຈັນ 3 ເມສາ 2016.
ພວກອົບພະຍົບ ກຳລັງຂຶ້ນເຮືອຂ້າມຟາກ ທີ່ທ່າເຮືອ Mytilini ເກາະ Lesbos ຂອງກຣິສ, ເມື່ອວັນຈັນ 3 ເມສາ 2016.

ໃນຂະນະດຽວກັນ ການເນລະເທດພວກຍົກຍ້າຍຖິ່ນຖານ ກັບຄືນໄປຍັງເທີກີ ຈາກເກາະ Lesbos ຂອງກຣິສ ໄດ້ເລີ້ມຕົ້ນການເຄື່ອນອອກຈາກເຮືອຕ່າງໆແລ້ວ ເຊັ່ນກັນ.

ບັນດາເຈົ້າໜ້າທີ່ ກ່າວວ່າ ພວກຍົກຍ້າຍຖິ່ນຖານ ຈຳນວນ 131 ຄົນ ສ່ວນໃຫຍ່ ແມ່ນຊາວ ເອເຊຍຕອນໃຕ້ ໄດ້ເດີນທາງໄປຮອດ ເມືອງແຄມຝັ່ງ Dikili ຂອງເທີກີ ໃນວັນຈັນ ມື້ນີ້. ພວກເຂົາເຈົ້າ ໄດ້ຖືກຄຸມຕົວອອກຈາກເຮືອ ໄປຍັງສູນຂຶ້ນທະບຽນ ເທື່ອລະຄົນ.

ກິດຈະກຳຕ່າງໆ ກ່ຽວກັບ ພວກຍົກຍ້າຍຖິ່ນຖານ ແລະ ພວກອົບພະຍົບ ໃນວັນຈັນມື້ນີ້ ເປັນຂີດໝາຍ ຂອງການປະຕິບັດການ ຕາມແຜນການທີ່ເປັນບັນຫາຖົກຖຽງກັນ ເພື່ອຈະ ຕັດການເຂົ້າໄປຍັງທະວີບຢູໂຣບໂດຍຜິດກົດໝາຍ ອັນເປັນແຜນການ ທີ່ໄດ້ຖືກຕຳນິ ຕິຕຽນ ໂດຍກຸ່ມປົກປ້ອງ ສິດທິມະນຸດຕ່າງໆ.

ພວກປະທ້ວງ ຢູ່ທີ່ເກາະ Lesbos ທີ່ຄັດຄ້ານ ຂໍ້ຕົກລົງ ລະຫວ່າງ ສະຫະພາບຢູໂຣບ ກັບ ເທີກີ, ວັນທີ 4 ເມສາ 2016. (H. Murdock/VOA)
ພວກປະທ້ວງ ຢູ່ທີ່ເກາະ Lesbos ທີ່ຄັດຄ້ານ ຂໍ້ຕົກລົງ ລະຫວ່າງ ສະຫະພາບຢູໂຣບ ກັບ ເທີກີ, ວັນທີ 4 ເມສາ 2016. (H. Murdock/VOA)

ພາຍໃຕ້ຂໍ້ຕົກລົງລະຫວ່າງ ສະຫະພາບຢູໂຣບ ແລະ ເທີກີ ພວກຄົນ ຜູ້ທີ່ໄປເຖິງຝັ່ງ ຂອງ ກຣິສ ໂດຍຜິດກົດໝາຍ ຈະຕ້ອງຖືກສົ່ງກັບຄືນ ໄປຍັງເທີກີ ເວັ້ນເສຍແຕ່ວ່າ ພວກເຂົາມີ ຄຸນສົມບັດ ທີ່ຈະໄດ້ຮັບການລີ້ໄພ.

ສຳລັບ ຊາວຊີເຣຍ ທຸກຄົນໃດ ທີ່ໄດ້ຖືກສົ່ງກັບຄືນໄປເທີກີ ຈາກກຣິສ ຄົນອົບພະຍົບອີກ ຜູ້ໜຶ່ງ ຈາກເທີກີ ຈະໄດ້ຖືກນຳໄປຕັ້ງຖິ່ນຖານ ຢູ່ໃນປະເທດຂອງສະຫະພາບຢູໂຣບ.

ຂໍ້ຕົກລົງນັ້ນ ແນເປົ້າໝາຍໃສ່ ເພື່ອທັບມ້າງ ປະຕິບັດການລັກລອບ ຂົນສົ່ງມະນຸດ ອອກ ຈາກເທີກີ ທີ່ມີລາຍໄດ້ຕອບແທນທີ່ດີ ນັ້ນ.

XS
SM
MD
LG