ລິ້ງ ສຳຫລັບເຂົ້າຫາ

ລາຄາ ສິນຄ້າ ອຸບປະໂພກບໍລິໂພກ ແພງຂຶ້ນ ແມ່ນກະທັ້ງ ຄ່າເງິນກີບ ກໍແຂງໂຕຂື້ນ


ຜັກຫຼາກຫຼາຍຊະນິດ ທີ່ວາງຂາຍ ຢູ່ຕະຫຼາດ

ຜັກຫຼາກຫຼາຍຊະນິດ ທີ່ວາງຂາຍ ຢູ່ຕະຫຼາດ

ປະຊາຊົນ ລາວ ຕ້ອງແບກຮັບພາລະຄ່າຄອງຊີບສູງຂຶ້ນຢ່າງຕໍ່ ເນື່ອງໂດຍມີສາເຫດ ມາຈາກ ລາຄາສິນຄ້າອຸປະໂພກບໍລິໂພກທີ່ ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ເງິນກີບຈະແຂງຄ່າຂຶ້ນ ກໍຕາມ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າຍອມຮັບວ່າລາຄາສິນຄ້າອຸປະໂພກ ແລະ ບໍລີໂພກໄດ້ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງໂດຍນັບແຕ່ເດືອນຕຸລາ 2015 ເປັນຕົ້ນມາຈົນ ເຖິງປັດຈຸບັນກໍປະກົດວ່າລາຄາສິນຄ້າໄດ້ປັບຕົວສູງຂຶ້ນຫຼາຍກວ່າ 30 ເປີເຊັນ ແລ້ວ ໂດຍສະ ເພາະແມ່ນນະຄອນຫຼວງ ວຽງຈັນ ນັ້ນຖືເປັນເຂດທີ່ສິນຄ້າໄດ້ປັບລາຄາສູງຂຶ້ນກວ່າເຂດອື່ນໆ ໃນທົ່ວປະເທດ ລາວ.

ຍິ່ງໄປກວ່ານັ້ນ ລາຄາຊີ້ນສັດຢູ່ໃນ ລາວ ກໍຍັງແພງກວ່າຢູ່ໃນປະເທດ ໄທ ອີກດ້ວຍເຊັ່ນຊີ້ນງົວ ໄດ້ປັບລາຄາສູງຂຶ້ນຈາກກິໂລລະ 75,000 ກີບເປັນ 85,000 ກີບ ສ່ວນຊີ້ນໝູ, ເປັດ, ໄກ່ນັ້ນກໍ ປັບລາຄາຂຶ້ນຈາກ 35,000 ກີບເປັນ 40,000 ກີບຕໍ່ໜຶ່ງກິໂລ ໂດຍທີ່ທາງການ ລາວ ບໍ່ສາ ມາດທີ່ຈະຄວບຄຸມລາຄາໄດ້ເລີຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຍອມຮັບວ່າ

“ເລື່ອງອັນສິນຄ້າແຕ່ລະຕະຫຼາດມີການຫຼຸດໂຕນກັນຫຼາຍນັ້ນໂດຍສະເພາະແລ້ວ ຕາມກົດ ເກນລາຄາລະ ແມ່ນການສະໜອງກັບຄວາມຕ້ອງການມັນບໍ່ດຸ່ນດ່ຽງກັນ ບ່ອນມີຫຼາຍ ບ່ອນ ມີໜ້ອຍ ສະນັ້ນມັນກະເປັນທຳມະດາ ແຕ່ວ່າເຮົາກໍຕ້ອງໄດ້ມີການດັດສົມ ບັດນີ້ມາດຕະ ການດັດສົມເຮັດແນວໃດ ຕິດລາຄາຄືກັນ ເພື່ອໃຫ້ສັງຄົມນີ້ຊ່ວຍຄຸ້ມຄອງ ແລະ ກວດກາ ກະຄືດຽວນີ້ແຫຼ ເຂົ້າເຈົ້າເຫັນມັນຜິດປົກກະຕິກໍເອີ້ນພວກເຮົາກະພາກລັດມາໃຫ້ແກ້ໄຂ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນບອກວ່າອັດຕາເງິນເຟີ້ຢູ່ທີ່ລະດັບສະເລ່ຍ 1.3 ເປີເຊັນເທົ່ານັ້ນໃນໄລຍະ 9 ເດືອນຂອງປີ 2015 ນີ້ໂດຍຫຼຸດລົງຈາກອັດຕາສະເລ່ຍ 4.62 ເປີ ເຊັນໃນໄລຍະດຽວກັນຂອງປີ 2014 ສ່ວນເງິນກີບກໍແຂງຄ່າຂື້ນອີກດ້ວຍ ເມື່ອທຽບໃສ່ເງິນ ບາດ ແລະ ເງິນໂດລາ ສະຫະລັດ ຫາແຕ່ບໍ່ເຮັດໃຫ້ລາຄາສິນຄ້າຖືກລົງ ເພາະ ລາວ ຍັງຕ້ອງ ເພິ່ງພາການນຳເຂົ້າສິນຄ້າເປັນຫຼັກນັ້ນເອງ.

ແມ່ຄ້າຂາຍຜັກ ນັ່ງຂາຍຢູ່ຕະຫຼາດທ້ອງຖິ່ນ.

ແມ່ຄ້າຂາຍຜັກ ນັ່ງຂາຍຢູ່ຕະຫຼາດທ້ອງຖິ່ນ.

ໂດຍສະພາບການດັ່ງກ່າວນີ້ ກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ ຢ່າງກວ້າງຂວາງ ເນື່ອງຈາກລາຍໄດ້ຍັງຄົງເດີມ ແຕ່ກັບຕ້ອງແບກ ຮັບສະພາວະການຄອງຊີບທີ່ເພີ່ມຂຶ້ນສູງຈາກເດີມຫຼາຍກວ່າ 30 ເປີເຊັນ. ທັງນີ້ ໂດຍສະເພາະແມ່ນບັນດາກຳມະກອນຜູ້ອອກແຮງ ງານທີ່ມີລາຍໄດ້ຕ່ຳ ແລະ ປະຊາຊົນ ລາວ ທີ່ຢູ່ເຂດຊົນນະບົດນັ້ນ ຖືເປັນກຸ່ມປະຊາກອນທີ່ໄດ້ຮັບຜົນກະທົບ ຈາກສະພາວະດັ່ງກ່າວ ນີ້ຢ່າງໜັກໜ່ວງທີ່ສຸດເນື່ອງຈາກເປັນກຸ່ມປະຊາກອນທີ່ມີຖານະທຸກ ຍາກ ແລະ ມີສະພາບຊີວິດການເປັນຢູ່ທີ່ແຕກໂຕນກັນຢ່າງຍິ່ງເມື່ອ ທຽບໃສ່ປະຊາຊົນ ລາວ ໃນເຂດຕົວເມືອງ.

ທັງນີ້ກໍເນື່ອງຈາກວ່າການພັດທະນາທາງເສດຖະກິດໃນ ລາວ ໃນໄລຍະທີ່ຜ່ານມານັ້ນເຮັດໃຫ້ ເກີດບັນຫາທີ່ກ່ຽວກັບຄວາມແຕກໂຕນກັນ ໃນລະດັບການພັດທະນາທາງເສດຖະກິດ ລະ ຫວ່າງ ເຂດຕົວເມືອງກັບເຂດຊົນນະບົດເພີ່ມຂຶ້ນນັບມື້ ໂດຍຈະເຫັນໄດ້ຈາກການພັດທະນາ ເສດຖະກິດຢູ່ໃນເຂດນະຄອນຫຼວງ ວຽງຈັນ ທີ່ມີຍອດຜະລິດຕະພັນລວມ (GDP) ເຖິງ 124,900 ຕື້ກີບໃນໄລຍະປີ 2011 ຫາ 2015 ໂດຍຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນ ໃນເຂດນະຄອນຫຼວງວຽງຈັນໄດ້ເຖິງ 35 ລ້ານກີບຫຼື 4,390 ໂດລາ ຕໍ່ຄົນຕໍ່ປີ.

ຫາກແຕ່ສຳລັບປະຊາຊົນ ລາວ ທີ່ແຂວງຜົ້ງສາລີ ກັບຍັງມີລາຍໄດ້ສະເລ່ຍພຽງ 7.8 ລ້ານກີບ ຫຼື 980 ໂດລາຕໍ່ຄົນຕໍ່ປີເທົ່ານັ້ນ ໃນຂະນະທີ່ອັດຕາຄວາມຍາກຈົນຂແງປະຊາຊົນ ລາວ ໃນ ແຂວງດັ່ງກ່າວກໍຍັງສູງຫຼາຍກວ່າ 45 ເປີເຊັນຂອງປະຊາກອນທັງໝົດ ຈຶ່ງເປັນຍາກຢ່າງຍິ່ງທີ່ ແຂວງຜົ້ງສາລີ ຈະສາມາດລົບລ້າງບັນຫາຄວາມທຸກຍາກໄດ້ຕາມເປົ້າໝາຍທີ່ລັດຖະບານ ລາວ ໄດ້ວາງໄວ້ໃນປີ 2015.

ໂດຍນອກຈາກແຂວງຜົ້ງສາລີແລ້ວ ກໍຍັງມີແຂວງຫົວພັນ, ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ, ໄຊສົມບູນ, ຄຳມ່ວນ, ເຊກອງ, ສາລະວັນ ແລະ ອັດຕະປີ ທີ່ໃນໄລຍະ 3 ປີທີ່ຜ່ານມາ ລັດຖະ ບານສາມາດລົບລ້າງບັນຫາຄວາມທຸກຍາກຈົນໄດ້ໃນເຂດ 886 ບ້ານທີ່ຄິດເປັນ 9.97 ເປີເຊັນ ຂອງບ້ານທັງໝົດໃນທົ່ວປະເທດ ແລະ ສະເລ່ຍເປັນລະດັບຄວາມສາມາດໃນການລົບລ້າງ ບັນຫາຄວາມທຸກຍາກໄດ້ພຽງແຕ່ 3 ເປີເຊັນກວ່າເທົ່ານັ້ນ.

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG