ລິ້ງ ສຳຫລັບເຂົ້າຫາ

ລາຄາສິນຄ້າອຸປະໂພກ ບໍລິໂພກ ໃນລາວ ຍັງປັບຕົວສູງຂຶ້ນ ຢ່າງຕໍ່ເນື່ອງ


ລາຄາເຂົ້າແຕ່ລະຊະນິດທີ່ວາງຂາຍຢູ່ໃນຕະຫຼາດ

ລາຄາເຂົ້າແຕ່ລະຊະນິດທີ່ວາງຂາຍຢູ່ໃນຕະຫຼາດ

ລາຄາສິນຄ້າອຸປະໂພກ ບໍລິໂພກ ໃນລາວຍັງປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ເງິນກີບຈະແຂງຄ່າຂຶ້ນກໍຕາມ ຫາກແຕ່ການປະຕິບັດມາດຕະການ ຄວບຄຸມລາຄາ ສິນຄ້າໃນລາວ ຍັງມີປະສິດທິພາບຕ່ຳ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະການຄ້າ ຍອມຮັບວ່າ ລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ ໄດ້ປັບຕົວສູງຂຶ້ນ ຢ່າງຕໍ່ເນື່ອງ ໂດຍນັບແຕ່ເດືອນຕຸລາ 2015 ເປັນຕົ້ນມາຈົນເຖິງປັດຈຸບັນ ກໍປາກົດວ່າ ລາຄາສິນຄ້າໄດ້ປັບຕົວສູງຂຶ້ນເກີນກວ່າ 30 ເປີເຊັນ ແລ້ວ ໂດຍສະເພາະແມ່ນນະຄອນວຽງຈັນ ນັ້ນ ຖືເປັນເຂດທີ່ສິນຄ້າໄດ້ປັບ ລາຄາສູງຂຶ້ນກວ່າເຂດອື່ນໆ ເຊັ່ນລາຄາເຂົ້າໜຽວ ປະເພດ 1 ໄດ້ເພີ່ມຂຶ້ນຈາກ 8,500 ກີບ ເປັນ 12,000 ກີບ ຕໍ່ກິໂລກຣາມ ໃນເວລານີ້.

ງານວາງສະແດງສິນຄ້າ ອຸປະໂພກ-ບໍລິໂພກ ຢູ່ນະຄອນວຽງຈັນ

ງານວາງສະແດງສິນຄ້າ ອຸປະໂພກ-ບໍລິໂພກ ຢູ່ນະຄອນວຽງຈັນ

ຍິ່ງໄປກວ່ານັ້ນ ລາຄາຊີ້ນສັດຢູ່ໃນລາວ ກໍຍັງແພງກວ່າໃນປະເທດໄທອີກດ້ວຍ ເຊັ່ນ ຊີ້ນງົວ ໄດ້ປັບລາຄາສູງຂຶ້ນ ຈາກກິໂລກຣາມລະ 75,000 ກີບເປັນ 85,000 ກີບ ສ່ວນຊີ້ນໝູ- ເປັດ-ໄກ່ນັ້ນ ກໍປັບລາຄາຂຶ້ນຈາກ 35,000 ກີບເປັນ 40,000 ກີບຕໍ່ກິໂລກຣາມ ໂດຍທີ່ ທາງການລາວບໍ່ສາມາດທີ່ຈະຄວບຄຸມລາຄາໄດ້ເລີຍ ທັງຍັງເຮັດໃຫ້ປະຊາຊົນລາວ ບໍ່ໝັ້ນໃຈ ໃນຄ່າເງິນກີບອີກດ້ວຍ ດັ່ງເຈົ້າໜ້າທີ່ຂັ້ນສູງ ໃນກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ການຢືນຢັນວ່າ:

“ອັດຕາເງິນເຟີ້ຂອງພວກເຮົານີ້ ຖ້າຫາກທຽບໃສ່ຫຼາຍປະເທດແລ້ວ ກໍຖືວ່າ ຍັງສູງຢູ່ ເສດຖະກິດ ມະຫາພາກນີ້ ຍັງບໍ່ໜັກແໜ້ນ ປະຊາຊົນກໍຍັງເຊື່ອຖື ເງິນຕາຕ່າງປະເທດ ຫັ້ນ ເປັນສະກຸນທີ່ວ່າ ມີຄ່າການປະຕິບັດມາດຕະການ ຕໍ່ຜູ້ລະເມີດນີ້ ກໍຍັງບໍ່ທັນ ເຂັ້ມງວດ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນ ບອກວ່າອັດຕາເງິນເຟີ້ ຢູ່ທີ່ລະດັບສະເລ່ຍ 1.3 ເປີເຊັນເທົ່ານັ້ນ ໃນລະຍະ 6 ເດືອນຂອງປີ 2016 ນີ້ ໂດຍລົດລົງຈາກອັດຕາສະເລ່ຍ 4.62 ເປີເຊັນ ໃນຊ່ວງດຽວກັນ ຂອງປີ 2015 ສ່ວນເງິນກີບກໍແຂງຄ່າຂຶ້ນອີກດ້ວຍ ເມື່ອ ທຽບໃສ່ຄ່າເງິນບາດ ແລະເງິນດອນລາສະຫະລັດ ຫາກແຕ່ກໍບໍ່ເຮັດໃຫ້ລາຄາສິນຄ້າຖືກລົງ ເພາະລາຍຍັງຕ້ອງເພິ່ງພາການນຳເຂົ້າສິນຄ້າ ເປັນຫຼັກນັ້ນເອງ.

ໂດຍສະພາບການດັ່ງກ່າວນີ້ ກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວຢ່າງກວ້າງຂວາງ ເນື່ອງ ຈາກລາຍໄດ້ຍັງຄົງເດີມ ແຕ່ກັບຕ້ອງແບກຮັບສະພາວະການຄອງຊີບ ທີ່ເພີ່ມສູງຂຶ້ນຈາກ ເດີມເກີນກວ່າ 30 ເປີເຊັນ ທັງນີ້ ໂດຍສະເພາະແມ່ນບັນດາກຳມະກອນ ຜູ້ອອກແຮງງານ ທີ່ມີລາຍໄດ້ຕ່ຳ ແລະ ປະຊາຊົນລາວທີ່ຢູ່ເຂດຊົນນະບົດນັ້ນ ຖືເປັນກຸ່ມປະຊາກອນທີ່ໄດ້ຮັບ ຜົນກະທົບຈາກສະພາວະດັ່ງກ່າວນີ້ ຢ່າງໜັກນ່ວງທີ່ສຸດ ເນື່ອງຈາກເປັນກຸ່ມປະຊາກອນ ທີ່ມີຖານະຍາກຈົນ ແລະມີສະພາບຊີວິດການເປັນຢູ່ທີ່ແຕກໂຕນກັນ ຢ່າງຍິ່ງເມື່ອທຽບໃສ່ ປະຊາຊົນລາວ ໃນເຂດຕົວເມືອງ.

ທັງນີ້ເນື່ອງຈາກວ່າ ການພັດທະນາທາງເສດຖະກິດໃນລາວ ໃນລະຍະທີ່ຜ່ານມານັ້ນ ເຮັດ ໃຫ້ເກີດບັນຫາກ່ຽວກັນຄວາມແຕກໂຕນກັນ ໃນລະດັບການພັດທະນາທາງເສດຖະກິດ ລະຫວ່າງເຂດເມືອງ ກັບເຂດຊົນນະບົດ ເພີ່ມຂຶ້ນນັບມື້ ໂດຍຈະເຫັນໄດ້ຈາກການພັດທະ ນາທາງເສດຖະກິດຢູ່ໃນເຂດນະຄອນຫຼວງວຽງຈັນ ທີ່ມີຍອດຜະລິດຕະພັນລວມ (GDP) ເຖິງ 124,900 ຕື້ກີບ ໃນຊ່ວງປີ 2011-2015 ໂດຍຖົວສະເລ່ຍເປັນລາຍໄດ້ຂອງປະຊາ ຊົນໃນເຂດນະຄອນຫຼວງວຽງຈັນ ໄດ້ເຖິງ 35 ລ້ານກີບ ຫຼື 4,390 ໂດລາ ຕໍ່ຄົນຕໍ່ປີ.

ຫາກແຕ່ສຳລັບປະຊາຊົນລາວ ທີ່ແຂວງຜົ້ງສາລີ ກັບຍັງມີລາຍໄດ້ສະເລ່ຍພຽງ 7 ລ້ານ 8 ແສນກີບ ຫຼື 980 ໂດລາ ຕໍ່ຄົນຕໍ່ປີເທົ່ານັ້ນ ໃນຂະນະທີ່ອັດຕາຄວາມຍາກຈົນຂອງປະຊາ ຊົນລາວໃນແຂວງດັ່ງກ່າວ ກໍຍັງສູງເກີນກວ່າ 45 ເປີເຊັນ ຂອງປະຊາກອນທັງໝົດ ຊຶ່ງ ໝາຍຄວາມວ່າ ທາງການແຂວງຜົ້ງສາລີ ບໍ່ສາມາດຫລຸດຜ່ອນຄວາມຍາກຈົນໄດ້ໃນເຂດ 886 ບ້ານ ຄິດເປັນ 9.97 ເປີເຊັນ ຂອງບ້ານທັງໝົດໃນທົ່ວປະເທດ ທັງຍັງຄິດເປັນລະດັບ ຄວາມສາມາດໃນການລົບລ້າງຄວາມຍາກຈົນ ໄດ້ພຽງໃນອັດຕາສະເລ່ຍ 3 ເປີເຊັນ ຕໍ່ປີ ເທົ່ານັ້ນ ໃນຊ່ວງປີ 2011-2015 ທີ່ຜ່ານມາ.

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG