ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກນິຍົມແນວທາງເດີມ ຂອງອະດີດ ປ. Sarkozy ຊະນະການເລືອກຕັ້ງ ສະພາທ້ອງຖິ່ນ ຢູ່ຝຣັ່ງ


ອະດີດ ປ. Nicolas Sarkozy ຂອງຝຣັ່ງ
ອະດີດ ປ. Nicolas Sarkozy ຂອງຝຣັ່ງ

ພັກ UMP ນິຍົມ​ແນວທາງ​ເດີມ​ຂອງຝຣັ່ງ ພາຍ​ໃຕ້​ການ​ນຳ
ພາ​ຂອງ​ອະດີດ​ປະທານາທິບໍດີ Nicolas Zarkozy ​ໄດ້​ຮັບ
​ຄະແນນ​ສຽງຫຼາຍ​ກວ່າ​ໝູ່ ​ໃນ​ການ​ເລືອກ​ຕັ້ງ​ສະພາ​ທ້ອງ​ຖິ່ນ​
ໃນ​ວັນ​ອາທິດ​ວານ​ນີ້.

ພັກ​ສັງຄົມ​ນິຍົມ​ຂອງ​ປະທານາທິບໍດີ Francois Hollande
ບໍ່​ໄດ້​ຄາດ​ໝາຍວ່າ​ຕົນຈະ​ຊະນະ ​ແຕ່​ກໍໄດ້​ໃຫ້​ຊຸກຍູ້​ໃຫ້ພົນລະ
​ເມືອງ​ຝຣັ່ງອອກ​ໄປ​ປ່ອນ​ບັດຄັດຄ້ານ ​ຕໍ່​ພັກ​ແນວ​ໂຮມ​ແຫ່ງ​ຊາດ​
ນິຍົມ​ຂວາ​ຈັດ ຫລືພັກ FN ​ຂອງ​ທ່ານ​ນາງ Marine Le Pen.

ການ​ທຳນາຍ​ຂັ້ນ​ທຳ​ອິດບອກ​ວ່າ ພັກ UMP ​ໄດ້​ຮັບ​ຄະ​ແນນ​ສຽງ
31 ​ເປີ​ເຊັນ​ຂອງຄະ​ແນນ​ສຽງ​ທັງ​ໝົດ ແລະ​ພັກ FN ​ໄດ້​ຮັບ 24ເປີ​ເຊັນ ​ຂະນະ​ທີ່​ພັກສັງ
ຄົມ​ນິຍົມຂອງ​ລັດຖະບານ​ ມານຳ​ຫຼັງໝູ່ດ້ວຍ​ຄະ​ແນນ​ສຽງ 19 ​ເປີ​ເຊັນ.

ພັກ UMP ​ແລະ​ພັກ​ສັງຄົມ​ນິຍົມ ຈະ​ສາມາດ​ຮຽກຮ້ອງ​ເອົາ​ການສະໜັບສະໜຸນອີກ ຈາກ​ພວກ​ພັນທະ​ມິດ​ເວລາ​ພວກ​ເຂົາ​ເຈົ້າ​ໄປ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ຮອບຕັດສິນ​ຊີ້​ຂາດ​ໃນ​ວັນ​ອາທິດ​ໜ້າ. ບັນດາ​ນັກວິ​ເຄາະ ກ່າວ​ວ່າ ​ເບິ່ງ​ຄື​ວ່າ ພັກ UMP ແລະ​ພັກສັງຄົມ​ນິຍົມ ​ຈະ​ຫັນປ່ຽນ​ຄວາມ​ຈົ່ງ​ຮັກ​ພັກດີ​ຂອງ​ຕົນ ໄປ​ຫາ​ພັກ​ໃດ​ກໍ​ຕາມ ທີ່​ຈະ​ສາມາດ​ປ້ອງ​ກັນ ບໍ່​ໃຫ້​ພັກ FN ​ເຂົ້າ​ມາ​ຮັບ​ຕຳ​ແໜ່​ງ.

ບັນດາ​ນັກ​ສັງ​ເກດ​ການ​ດ້ານ​ການ​ເມືອງ ກ່າວ​ວ່າ ພັກ FN ຊຶ່ງ​ຕໍ່ຕ້ານ​ການ​ອົບ​ພະຍົບ​ເຂົ້າ​ເມືອງ ຕໍ່ຕ້ານ​ສາສະໜາ​ອິສລາມ ​ແລະການ​ໃຊ້​ເງິນ​ຢູ​ໂຣນັ້ນ ​ແມ່ນ​ຈະ​ມີ​ຄວາມ​ລຳບາກ​
ໃ​ນການຊອກ​ຫາພັນທະ​ມິດ​.

ທັງ​ສອງ​ພັກ​ສັງຄົມ​ນິຍົມ ​ແລະ​ພັກ UMP ຊຶ່ງ​ຕາມ​ທຳ​ມະ​ດາ​ເປັນ​ຄູ່ແຂ່ງ​ກັນ​ນັ້ນ ​ໄດ້​ອອກ​
ຄຳ​ເຕືອນ​ກ່ຽວ​ອະນາຄົດ​ຂອງຝຣັ່ງ ຖ້າຫາກພັກ​ແນວໂຮມແຫ່ງ​ຊາດ​ຂຶ້ນ​ມາ​ກຳ​ອຳນາດ​.

XS
SM
MD
LG