ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Nawaz Sharif ​ຈະໄດ້ເປັນ ນາຍົກລັດຖະມົນຕີ ປາກິສຖານ ອີກຄັ້ງນຶ່ງ (ວີດີໂອກັບສະໄລດ໌)


ອະດີດ ນາຍົກລັດຖະມົນຕີ ທ່ານ Nawaz Sharif ຕຽມຈະເປັນ ຜຸ້ນໍາລັດຖະບານປາກິສຖານ ອີກຄັ້ງນຶ່ງ
ອະດີດ ນາຍົກລັດຖະມົນຕີ ທ່ານ Nawaz Sharif ຕຽມຈະເປັນ ຜຸ້ນໍາລັດຖະບານປາກິສຖານ ອີກຄັ້ງນຶ່ງ
ພັກ​ທີ່​ນິຍົມ​ແນວທາງ​ເດີມ​ຂອງ ​ອ​ະດີດ​ນາຍົກລັດຖະມົນຕີ
Nawaz Sharif ​ເບິ່ງ​ຄື​ຈະ​ໄດ້​ຮັບ​ໄຊຊະນະ ​ໃນການ​ເລືອກ​ຕັ້ງ
ເມື່ອ​ວັນ​ເສົາຜ່ານ​ມາ ເຖິງ​ແມ່ນຍັງ​ມີ​ການ​ນັບ​ບັດ​ລົງ​ຄະ​ແນນ​
ສຽງຢູ່​ຕໍ່າ ຫລັງ​ຈາກ​ການ​ເລືອກ​ຕັ້ງສະພາ​ທີ່​ປະ​ເຊີນ​ກັບ​ການ​ຖືກ
​ຂູ່​ຂວັນ ​ໂດຍພວກ​ກໍ່​ການ​ຮ້າຍ​ຕາ​ລິ​ບານ.

ເຖິງ​ແມ່ນ​ຍັງ​ບໍ່​ທັນ​ມີ​ການປະກາດ​ຜົນ​ຢ່າງເປັນ​ທາງ​ການກໍ​ຕາມ ​
ແຕ່ການຄາດ​ ຄະ​ເນ ​ຂອງໂທລະພາບລັດ ກໍສະ​ແດງໃຫ້​ເຫັນ​ວ່າ
ພັກສັນນິບາດປາ​ກິ​ສຖານ ມຸສລິ​ມ ​ຂອງທ່ານ Sharif ໄດ້​ຮັບ​ບ່ອນ
​ນັ່ງ​ພຽງພໍ​ ທີ່​ຈະ​ປະກອບລັດຖະບານຂຶ້ນ​ມາ​ໄດ້ ​ໂດຍການ​ຊ່ວຍ​
ເຫລືອ​ຈາກບັນດາ​ຜູ້​ສະມັກ​ທີ່​ເປັນ​ເອກ​ກະລາດ ທີ່ໄດ້ຮັບບ່ອນ​
ນັ່ງ ແລະເມື່ອ​ກາ​ນນັບ​ຄະແນນສີ້​ນສຸດ​ລົງ ພັກ​ຂອງ​ທ່ານ Sharif
ກໍອາດຈະ​ໄດ້​ຮັບ​ຄະ​ແນ​ນຫລາຍ​ພໍ​ ຈົນ​ໄດ້​ເປັນ​ພັກ​ສຽງສ່ວນ
​ຫລາຍ ຢູ່​ໃນ​ສະພາ ທີ່​ມີ 272 ບ່ອນ​ນັ່ງ​ນັ້ນ ກໍ​ໄດ້. ພັກ​ Tehrik-i-
Insaf ຫລື PTI ຂອງອ​ະດີດ​ນັກກິລາ cricket ທ່ານ Imran
Khan ​ໄດ້​ເປັນ​ທີ​ສອງ ​ແລະ​ອາດ​ຈະ​ໄດ້​ຄວບ​ຄຸມ​ລັດຖະບານ
ທ້ອງຖິ່ນທີ່​ສໍາຄັນ​ຂອງ​ແຂວງ ​Khyber Pakhtunkhwa ທີ່ຢູ່​
ລຽບ​ຊາຍແດນ ​ຕິດ​ກັບອັ​ຟການິສຖານນັ້ນ.

ຕິດຕາມມາເປັນ​ທີສາມ ແມ່ນພັກ ປະຊາຊົນ​ປາ​ກິ​ສຖານ ທີ່ນໍາ​ໂດຍ​ຄອບຄົວ​ຂອງອະດີດ​
ນາຍົກລັດຖະມົນຕີ Benazir Bhutto ຜູ້​ທີ່​ໄດ້​ຖືກລອບ​ສັງຫານ.

Former PM Sharif Set to Lead Pakistan Once Again
please wait

No media source currently available

0:00 0:03:00 0:00
ລິງໂດຍກົງ

ບັນດາ​ເຈົ້າ​ໜ້າ​ທີ່​ຄາດ​ຄະ​ເນ​ວ່າ ມີປະຊາຊົນອອກ​ມາ​ປ່ອນ​ບັດປະມານ 60 ​ເປີ​ເຊັນ ​ເຖິງ
ແມ່ນ​ວ່າ ໄດ້​ມີ​ການ​ກໍ່​ຄວາມ​ຮຸ່ນ​ແຮງ ​ແລະ​ການ​ໂຈມ​ຕີກ່ອນ​ການ​ເລືອກ​ຕັ້ງ ທີ່​ເຮັດ​ໃຫ້ຢ່າງ
ໜ້ອຍ 24 ຄົນ​ເສຍ​ຊີວິດ ​ໃນ​ວັນ​ເລືອກ​ຕັ້ງ ຮວມ​ທັງ​ຢ່າງ​ໜ້ອຍ​ອີກ 10 ຄົນ​ທີ່​ຫ້ອງການ​
ໂຄສະນາຫາ​ສຽງ​ໃຫ້​ແກ່ ພັກ Awami ​ແຫ່ງ​ຊາດ ຊຶ່ງເປັນກຸ່ມ​ນຶ່ງ​ທີ່ເປັນ​ເປົ້າ​ໝາຍ​ຂອງພວກ
​ກໍ່​ການຮ້າຍຕາ​ລິ​ບານ. ທ່ານ Sharif ກ່າວ​ວ່າທ່ານ​ຍິນ​ດີ​ເຈລະ​ຈາ ກັບ​ພວກ​ຕາ​ລິ​ບານ ເພື່ອ
​ນໍາ​ເອົາ​ສັນ​ຕິພາບ​ມາສູ່​ປະ​ເທດ.

ໃນ​ວັນ​ອາທິດ​ວານ​ນີ້ ປະທານາທິບໍດີ Barack Obama ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່
ປາ​ກິ​ສຖານ ​ສໍາລັບ​ການ​ເລືອກ​ຕັ້ງດັ່ງກ່າວ​ ​ແລະ​ໄດ້​ສະ​ເໜີໃຫ້ການ​ຮ່ວ​ມມື​ ​ໃນ​ຖານະ​ເປັນ
“​ພາຄີທີ່​ເທົ່າ​ທຽມ​ກັນ” ​ໃນ​ການ​ສະໜັບສະໜຸນ​ອະນາ​ຄົດ​ທີ່ “ໝັ້ນຄົງ ​ປອດ​ໄພ” ສໍາລັບ ປະຊາຊົນ ປາ​ກິສຖານ.

ນາຍົກລັດຖະມົນຕີອິນ​ເດຍ ທ່ານ Monmohan Singh ກໍ​ໄດ້​ສ​ະ​ແດງຄວາມ​ສະໜັບສະ
ໜຸນ ຕໍ່ທ່ານ Sharif ສໍາລັບ “​ໄຊຊະນະ​ທີ່​ໜັກ​ແໜ້ນ” ນັ້ນ ​ໂດຍ​ໄດ້​ຂຽນລົງ​ໃນໝ້າ Twitter
ທາງ​ການ​ຂອງ​ທ່ານວ່າ​ ທ່ານ​ຫວັງ​ວ່າ ຈະ​ໄດ້​ວາງ​ແຜນຜັງ “ທິດ​ທາງ​ໃໝ່​ຂອງ​ສາຍພົວພັນ”
ລະຫວ່າງ​ເພື່ອ​ນບ້ານທີ່​ມີອາວຸດ​ນິວ​ເຄລຍ ສອງປະ​ເທດ​ນີ້.

ປະທານາທິບໍດີ ອັ​ຟກາ​ນິສຖານ ທ່ານ Hamid Karzai ​ໄດ້​ຮຽກຮ້ອງ​ໃນ​ວັນ​ອາທິດ​ວານນີ້
​ໃຫ້ລັດຖະບານທີ່​ຈ​ະ​ເຂົ້າມາ​ຮັບຕໍາ​ແໜ່​ງ​ໃໝ່ນັ້ນ ​ຊ່ວຍເຈລະຈາ​ໃຫ້​ມີ​ການ​ຍຸດຕິ​ລົງ ໃນການ
​ກໍ່​ກະບົດ​ຂອງ​ພວກ​ຕາ​ລິ​ບານ ທີ່​ໄດ້ຄຸກ​ຄາມ​ທໍາ​ລາຍ​ປະ​ເທດ​ຂອງ​ທ່ານ ມາຕັ້ງ​ແຕ່​ປີ 2011.



XS
SM
MD
LG