ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານໂຄມີ ຂໍເງິນຕື່ມ ໃນການສືບສວນ ກ່ຽວກັບ ການແຊກແຊງ ຂອງຣັດເຊຍ ກ່ອນຖືກປົດ


ຜູ້ອຳນວຍການ ອົງການສັນຕິບານກາງ ຫຼື FBI ຂອງສະຫະລັດ ທ່ານ James Comey.
ຜູ້ອຳນວຍການ ອົງການສັນຕິບານກາງ ຫຼື FBI ຂອງສະຫະລັດ ທ່ານ James Comey.

ເຈົ້າໜ້າ​ທີ່​ລັດ​ຖະສະພາ​ສະຫະລັດກ່າວ​ວ່າ ຜູ້ອຳນວຍການອົງການ​ສັນຕິ​ບານ​ກາງ ຫຼື
FBI ຂອງ​ສະຫະລັດ​ ທ່ານ James Comey ທີ່​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງນັ້ນ ບໍ່ເທົ່າ
ໃດມື້ກ່ອນ​ທີ່​ຈະ​ຖືກ​ປົດທ່ານ​ໄດ້​ໄປຂໍ​ເງິນ​ຕື່ມເພື່ອທຳການ​ສືບສວນກ່ຽວ​ກັບການ​ແຊກ
ແຊງ​ຂອງຣັດ​ເຊຍ​ ​ເຂົ້າ​ໃນ​ການ​ເລືອກ​ຕັ້ງສະຫະລັດ​ ໃນ​ປີ​ກາຍ​ນີ້ ​ແລະ​ຄວາມ​ເປັນ​ໄປ
​ໄດ້ ທີ່ຣັດ​ເຊຍອາດ​ມີ​ການ​ພົວພັນ ​ກັບ​ຄະນະ​ໂຄສະນາ​ຫາ​ສຽງຂອງ​ປະທານາທິບໍດີ​ດໍ
​ໂນ​ລ ທຣຳ.

​ເຈົ້າໜ້າ​ທີ່​ ກ່າວ​ວ່າ ການ​ຮ້ອງ​ຂໍ​ດັ່ງກ່າວ​ແມ່ນ​ມີ​ຂຶ້ນກັບ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ
ທ່ານ Rod Rosenstein ພ້ອມ​ກັບ​ລັດຖະມົນຕີກະຊວງ​ຍຸຕິ​ທຳທ່ານ Jeff Sessions ​
ໄດ້​ລະບຸ​ຢູ່​ໃນຈົດໝາຍ ເມື່ອ​ວັນ​ອັງຄານ​ຜ່ານ​ມານີ້ ກ່ຽວ​ກັບເຫດຜົນ​ທີ່​ຕ້ອງ​ໄດ້​ປົດ​ທ່ານ
Comey.

ຮອງລັດຖະມົນຕີກະຊວງຍຸຕິທຳ ສຫລ ທ່ານ Rod Rosenstein
ຮອງລັດຖະມົນຕີກະຊວງຍຸຕິທຳ ສຫລ ທ່ານ Rod Rosenstein

ກະຊວງ​ຍຸຕິ​ທຳ​ໄດ້​ປະຕິ​ເສດ​ວ່າ ບໍ່​ໄດ້​ມີ​ການ​ຮ້ອງ​ຂໍ​ໃດໆ​ເກີດ​ຂຶ້ນ​ເລີຍ. ຜົນກະທົບແລະ
ເປັນຍ້ອນຫຍັງ ຖ້າ​ຫາກ​ມີ ຈາກ​ການ​ຮ້ອງຂໍ​ດັ່ງກ່າວ ທີ່​ມີ​ຕໍ່​ການ​ຕັດສິນ​ໃຈ​ກ່ຽວ​ກັບການ
​ປົດ​ທ່ານ Comey ​ນັ້ນ ແມ່ນຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ.

ພວກ​ຕ້ອງ​ຕິຕໍ່​ການ​ປົດ​ຜູ້ອຳນວຍການ​ອົງການ FBI ກ່າວ​ວ່າ ມັນ​ພາ​ໃຫ້​ມີ​ຄຳ​ຖາມກ່ຽວ​
ກັບ​ການ​ສືບສວນ​ຂອງ​ກະຊວງ​ດັ່ງກ່າວ.

ພວກ​ເຈົ້າໜ້າ​ທີ່​ສືບສວນ​ມື​ອາຊີບ​ຂອງ​ອົງການ FBI ​ແລະ​ບຸກຄົນ​ອື່ນໆ​ທີ່​ກະຊວງຍຸຕິ​ທຳ​ສະຫະລັດຈະ​ມີ​ຄວາມ​ສົນ​ໃຈ​ຫຼາຍໃນການ​ມອງ​ເຫັນ​ວ່າ ການ​ເຄື່ອນ​ໄຫວໄປ​ໜ້າສູ່​ຂອບ
​ເຂດ​ທີ່​ອາດ​ມີ​ຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ການ​ພົວພັນ​ໃດໆ​ຂອງຣັດ​ເຊຍ​ກ່ຽວຂ້ອງ​ນຳ
ນັ້ນຄື​ຄວາມ​ເຫັນ​ຂອງອະດີດ​ລັດຖະມົນ​ຕີ​ກະຊວງຍຸຕິທຳ Alberto Gonzalez ​ໄດ້ກ່າວ
​ຕໍ່​ວີ​ໂອເອ ຊຶ່ງທ່ານ​ກ່າວ​ຕື່ມ​ວ່າ “ຂ້າພະ​ເຈົ້າຈະ​ເອີ້ນວ່າ ມັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ໂງ່​ຈ້າ
ໂດຍ​ປະທານາທິບໍດີ ​ຖ້າທ່ານ​ຫາກ​ຄິດ​ວ່າ​ຈະ​ຍຸຕິ​ການ​ສືບສວນ​ນີ້.”

ພວກປະທ້ວງ ຕໍ່ຕ້ານການປົດ ຜູ້ອຳນວຍການ ອົງການ FBI
ພວກປະທ້ວງ ຕໍ່ຕ້ານການປົດ ຜູ້ອຳນວຍການ ອົງການ FBI

ການ​ປົດ​ທ່ານ Comey ​ພາ​ໃຫ້​ມີ​ການ​ຮຽກຮ້ອງ​ຫຼາຍຂຶ້ນ​ ​ໃນການຈັດຕັ້ງ ຄະນະ​ໄອ​ຍະ
​ການ​ພິ​ເສດ ​ເພື່ອ​ສືບສວນ ​ກ່ຽວ​ກັບ​ກາ​ນພົວພັນ ​ຂອງຣັດ​ເຊຍ ໂດຍ​ສະ​ເພາະ ຈາກ​ບັນ
ດາ​ສະມາຊິກ​ສະພາ​ສູງພັກ​ເດ​ໂມ​ແຄຣັດ. ​ແຕ່​ປະທານ​ສະພາ​ຕ່ຳ​ສະຫະລັດ ທ່ານ Paul
Ryan ​ແລະ​ພວກ​ຜູ້ນຳ​ພັກຣີພັບ​ບລີ​ກັນ​ຄົນ​ອື່ນໆ​ໄດ້​ປະຕິ​ເສດ ຕໍ່​ການ​ຮຽກຮ້ອງ​ດັ່ງກ່າວ​.

ທ່ານ Ryan ກ່າວ​ຕໍ່​ໂທລະພາບ Fox News ​ໃນ​ວັນ​ພຸດ​ວານ​ນີ້ວ່າ ຂ້າພະ​ເຈົ້າບໍ່​ຄິດ​ວ່າ
ນັ້ນ​ເປັນຄວາມ​ຄິດ​ທີ່​ດີ. ທ່ານ​ກ່າວ​ຕື່ມ​ວ່າ ການ​ສືບສວນ​ທີ່​ກຳລັງ​ດຳ​ເນີນຢູ່​ໂດຍ​ອົງການ
FBI ​ແລະ​ປະຊາ​ຄົມ​ສືບ​ລັບ​ຢູ່​ທີ່​ສະພາ​ຕ່ຳ ​ແລະ​ສະພາ​ສູງ ​ແມ່ນ​ວິທີ​ທີ່​ຄວນ​ຈະ​ເຮັດ.

US Comey Fired
please wait
Embed

No media source currently available

0:00 0:01:18 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG