ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະມາຊິກ ສະພາ ສະຫະລັດ ກັບໄປ ເຮັດວຽກ ຫຼັງຈາກ ທ່ານທຣຳ ຊະນະການເລືອກຕັ້ງ


ທ່ານ Kevin Cramer ສະມາຊິກ​ສະພາ​ຕ່ຳ ສັງກັດພັກຣີພັບບລີກັນ ຈາກ​ລັດ North Dakota, ຂວາ, ເວົ້າເຖິງການເປັນຄົນທຳອິດ ທີ່ໄດ້ຮັບຮອງເອົາທ່ານທຣຳ ໃນເວລານັ້ນ ເປັນຜູ້ສະໝັກແຂ່ງຂັນ ຈາກພັກຣີພັບບລີກັນ ໃນລະຫວ່າງກອງປະຊຸມໃຫຍ່ພັກຣີພັບບລີກັນ ໃນນະຄອນ Bismarck, ວັນທີ 26 ພຶດສະພາ 2016.
ທ່ານ Kevin Cramer ສະມາຊິກ​ສະພາ​ຕ່ຳ ສັງກັດພັກຣີພັບບລີກັນ ຈາກ​ລັດ North Dakota, ຂວາ, ເວົ້າເຖິງການເປັນຄົນທຳອິດ ທີ່ໄດ້ຮັບຮອງເອົາທ່ານທຣຳ ໃນເວລານັ້ນ ເປັນຜູ້ສະໝັກແຂ່ງຂັນ ຈາກພັກຣີພັບບລີກັນ ໃນລະຫວ່າງກອງປະຊຸມໃຫຍ່ພັກຣີພັບບລີກັນ ໃນນະຄອນ Bismarck, ວັນທີ 26 ພຶດສະພາ 2016.

ລັດຖະສະພາ​ສະຫະລັດ ​ເປີດ​ການ​ປະຊຸມ​ຄືນ​ໃໝ່ ຫລັງ​ຈາກ​ການ​ເລືອກ​ຕັ້ງ ທີ່​ໄດ້​ພາ
​ໃຫ້​ມີ​ການປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ ຕໍ່​ການ​ຄາດ​ຄິດທັງ​ຂອງສະມາຊິກພັກຣີພັບ​ບລີ​ກັນ​ແລະ​ພັກ​ເດ​ໂມ​ແຄຣັດ ກ່ຽວ​ກັບ​ຄວາມ​ກ້ຳ​ເກິ່ງ ​ທາງ​ດ້ານ​ອຳນາດຢູ່​ວໍ​ຊິງ​ຕັນ ​ໃນ​ປີໜ້າ
ແລະ​ອາດ​ມີ​ຜົນ​ກະທົບ ​ໃນ​ທັນທີ​ ຕໍ່ການ​ດຳ​ເນີນ​ຄວາມ​ພະຍາຍາມ ທີ່​ຈະ​ໃຫ້ເງິນ​ສະໜັບສະໜຸນລັດຖະບານ​ສະຫະລັດ​ ​ໃນ​ໄລຍະ​ສອງ​ສາມ​ເດືອນ​ຕໍ່​ໜ້ານີ້.

ພັກຣີພັບ​ບລີ​ກັນ ​ໄດ້​ພົບ​ເຫັນ​ວ່າ ການ​ກຳ​ສຽງ​ສ່ວນ​ຫຼາຍ ຂອງ​ຕົນ​ໄດ້​ຫລຸດ​ລົງ​ ຢູ່​ໃນ
ທັງ​ສອງ​ສະພາ ​ແຕ່​ຈະ​ເຂົ້າຄວບ​ຄຸມ​ທຳນຽບຂາວ ​ເລີ້ມ​ໃນ​ເດືອນ​ມັງກອນ ​ເວລາ​
ປະທາ​ນາ​ທິບໍດີ ​ທີ່​ໄດ້​ຮັບ​ເລືອກ​ໃໝ່ ທ່ານ Donald Trump ສາບານ​ໂຕ​ເຂົ້າຮັບ​ຕຳ
​ແໜ່ງ.

ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump, ຄຽງຄູ່ໄປນຳໂດຍພັນລະຍາ ທ່ານນາງ Melania, ແລະ ຜູ້ນຳ​ສຽງ​ສ່ວນ​ຫຼາຍ ​ ໃນ​ສະພາ​ສູງ ສະມາຊິກສະພາສູງ ຈາກລັດ ທ່ານ Mitch McConnell, ສະແດງທ່າທີໃນຂະນະທີ່ຍ່າງໄປຍັງລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 10 ພະຈິກ 2016.
ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump, ຄຽງຄູ່ໄປນຳໂດຍພັນລະຍາ ທ່ານນາງ Melania, ແລະ ຜູ້ນຳ​ສຽງ​ສ່ວນ​ຫຼາຍ ​ ໃນ​ສະພາ​ສູງ ສະມາຊິກສະພາສູງ ຈາກລັດ ທ່ານ Mitch McConnell, ສະແດງທ່າທີໃນຂະນະທີ່ຍ່າງໄປຍັງລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 10 ພະຈິກ 2016.

ກ່ອນ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ ຂອງ​ພັກຣີພັບ​ບລີ​ກັນ ​ຫລາຍໆ​ຄົນ​ມອງ​ເຫັນ​ວ່າ
ຈະ​ເຮັດ​ວຽກ​ຮ່ວມ​ ກັບ​ພັກ​ເດ​ໂມ​ແຄຣັດ ກ່ຽວ​ກັບ​ຮ່າງ​ກົດໝາຍ​ໄລຍະ​ຍາວ ​ທີ່ຈະ​ໃຫ້
​ເງິນ​ສະໜັບສະໜຸນ ຕໍ່​ລັດຖະບານ ກາຍ​ວັນ​ທີ 9 ທັນວາ​ ໄປ​ນັ້ນ ​ເວລາ​ສິດ​ອຳນາດ
ໃນ​ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ກາງ ​ໝົດ​ອາຍຸ​ລົງ.

​ແຕ່​ໂອກາດ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ ໄລຍະ​ຍາວ​ນຶ່ງ​ປີ ​ໄດ້​ມືດ​ມົວ​ລົງ ​ດ້ວຍ​ການ​ໄດ້​ຮັບ​ໄຊຊະນະ​ຂອງທ່ານທຣຳ. ​ເວລາ​ນີ້ສະມາຊິກ​ຫຼາຍ​ຄົນ ​ຂອງ​ພັກຣີພັບ​ບລີ​ກັນ​ເຫັນ​ພ້ອມ
ກັບ​ການ​ນຳ​ໃຊ້ຮ່າງ​ກົດໝາຍ​ ອະນຸມັດ​ການ​ໃຊ້​ຈ່າຍ ​ເພື່ອ​ໃຫ້ເງິນ​ສະໜັບສະໜຸນ ລັດຖະບານ​ໄປ​ຈົນ​ຮອດ​ເດືອນ​ກຸມພາ ຫຼື​ເດືອນ​ມີນາ ​ແລະ​ຫລັງ​ຈາກ​ນັ້ນ ຈະ​ລົງຄະ
​ແນນ​ສຽງ​ກັນ​ໃໝ່ ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ ການ​ໃຊ້​ຈ່າຍສະບັບ​ໃໝ່ ຊຶ່ງ​ໄດ້​ຮັບ​ຂໍ້ມູນ​ຈາກ​ລັດຖະບານ​ໃໝ່​ແລ້ວ.

ທ່ານ Kevin Cramer ສະມາຊິກ​ສະພາ​ຕ່ຳຈາກ​ລັດ North Dakota ກ່າວ​ວ່າ
“ພວກ​ເຮົາ​ຄວນ​ຫາ​ທາງ​ແບບ​ໃດ​ແບບ​ນຶ່ງ ​ເພື່ອ​ໃຫ້ເງິນ​ສະໜັບສະໜຸນ​ລັດຖະບານ
​ຈົນ​ກວ່າ​ວ່າ ພວກເຮົາ​ສາ​ມາດ​ຕົກລົງ​ກັນ​ໄດ້ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ກວ່າ​ນີ້ ທີ່​
ອາດ​ຈະ​ລົງ​ນາມ​ໂດຍ​ປະທານາທິບໍດີ​ຄົນ​ຕໍ່​ໄປ.”
ແລະ​ທ່ານ​ກ່າວ​ຕື່ມ​ວ່າ ທ່ານ​ຫວັງ​ວ່າ
“ການ​ຕົກລົງ​ກັນ​ ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ອາດ​ຈະ​ຮວມທັງລາຍ​ຊື່​ທີ່​ຍືດຍາວ​
ກ່ຽວ​ກັບ​ບູລິ​ມະ​ສິດຕ່າງໆ ຂອງ​ພັກຣີພັບ​ບລີ​ກັນ ທີ່​ບໍ່​ສາມາດ​ຮັບຜ່ານ​ໄດ້​ ຍ້ອນ
​ພັກ​ເດ​ໂມ​ແຄຣັດ ຢູ່​ທີ່​ທຳນຽບຂາວ.”

ນອກ​ນັ້ນ ທ່ານ Cramer ຍັງ​ກ່າວ​ວ່າ “ພວກ​ເຮົາ​ມີ​ໂອກາດ​ອັນ​ໃຫຍ່​ຫລວງ, ຂ້າ
ພະ​ເຈົ້າຢາກ​ໃຫ້​ມີ​ການ​ຕົກລົງ​ກັນ​ກ່ຽວ​ກັບ​ເລື້ອງ​ໃຫຍ່ໆ ຂ້າພະ​ເຈົ້າຢາກ​ໃຫ້​ມີ
ການ​ຕົກລົງ​ກັນ​ກ່ຽວ​ກັບ​ເລື້ອງ Obamacare ​ແລະ​ການຕົກລົງ​ກັນ​ເລື້ອງຄວາມ
ໝັ້ນຄົງ​ແຫ່ງ​ຊາດ, ​ເລື້ອງຄົນ​ເຂົ້າ​ເມືອງ ​ແລະ​ເລື້ອງພາສີ.”

ສະພາ​ສູງ​ສະຫະລັດ​ກັບ​ຄືນ​ມາ​ເຮັດ​ວຽກ​ໃນ​ວັນ​ອັງຄານ​ມື້ນີ້. ຜູ້ນຳ​ສຽງ​ສ່ວນ​ຫຼາຍ ​
ໃນ​ສະພາ​ສູງ ທ່ານ Mitch McConnell ກ່າວ​ວ່າ ການ​ຕໍ່​ອາຍຸ​ການ​ໃຫ້​ທຶນ​ສະໜັບ
ສະ​ໜຸນ​ ລັດຖະບານ​ກາງ​ ແມ່ນ​ບູລິ​ມະ​ສິດ​ຫຼັງການ​ເລືອກ​ຕັ້ງ​ ຂອງ​ລັດຖະສະພາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG