ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ສາທາລະນະລັດ ຄອງໂກ ຍິງແກ໊ສ ນ້ຳຕາ ໃສ່ຜູ້ ສະໜັບສະໜູນ ພັກຝ່າຍຄ້ານ


ຜູ້ລົງຄະແນນສຽງຫຼາຍຄົນ ທີ່ໜ່ວຍເລືອກຕັ້ງ ກຳລັງ
ປ່ອນບັດເອົາປະທານາທິບໍດີ ໃນເມືອງ Makelele, ນະຄອນຫຼວງ Brazzaville, ປະເທດ ຄອງໂກ. 20 ມີນາ, 2016.
ຜູ້ລົງຄະແນນສຽງຫຼາຍຄົນ ທີ່ໜ່ວຍເລືອກຕັ້ງ ກຳລັງ ປ່ອນບັດເອົາປະທານາທິບໍດີ ໃນເມືອງ Makelele, ນະຄອນຫຼວງ Brazzaville, ປະເທດ ຄອງໂກ. 20 ມີນາ, 2016.

ຕຳຫຼວດປາບຈະລາຈົນ ໃນສາທາລະນະລັດ Congo ໄດ້ຍິງແກ໊ສ ນ້ຳຕາ ໃສ່ພວກສະໜັບສະໜູນຝ່າຍຄ້ານ ຫຼັງຈາກໜ່ວຍເລືອກຕັ້ງ ປະທານາທິບໍດີຂອງປະເທດ ໄດ້ປິດລົງ ໃນວັນອາທິດວານນີ້.

ຕຳຫຼວດຕິດອາວຸດເຕັມອັດຕາ ຫຼາຍກວ່າສິບຄົນ ໄດ້ຂັບໄລ່ພວກ ຄົນທີ່ເຕົ້າໂຮມຊຸມນຸມ ຢູ່ນອກໜ່ວຍເລືອກຕັ້ງ ໃນນະຄອນຫຼວງ Brazzaville ອອກໄປ ໃນຂະນະທີ່ ການນັບຄະແນນສຽງໄດ້ເລີ້ມ ຕົ້ນຂຶ້ນ ໃນການເລືອກຕັ້ງທີີ່ຄາດກັນວ່າ ຈະເຫັນຜູ້ນຳທີ່ປົກຄອງ ປະເທດມາດົນນານແລ້ວ ຄື ທ່ານ Denis Sassou Nguesso ຈະຕໍ່ອາຍຸ 3 ທົດສະວັດການປົກຄອງຂອງຕົນ.

ປະທານາທິບໍດີ ສາທາລະນະລັດ ຄອງໂກ ທ່ານ Denis Sassou N'Guesso ເດີນທາງຮອດທຳນຽມ Elysee ໃນນະຄອນຫຼວງ ປາຣີ. 20 ກັນຍາ 2002.
ປະທານາທິບໍດີ ສາທາລະນະລັດ ຄອງໂກ ທ່ານ Denis Sassou N'Guesso ເດີນທາງຮອດທຳນຽມ Elysee ໃນນະຄອນຫຼວງ ປາຣີ. 20 ກັນຍາ 2002.

ມື້ກ່ອນໜ້າການປ່ອນບັດນັ້ນ ລັດຖະບານໄດ້ສັ່ງໃຫ້ບໍລິສັດ ໂທລະ ຄົມມະນາຄົມ ໃຫ້ງົດການບໍລິການ ໃນລະຫວ່າງການປ່ອນບັດ ອອກສຽງຢູ່.

ລັດຖະມົນຕີກະຊວງພາຍໃນ ທ່ານ Raymond Zephirin Mboulou ໄດ້ສົ່ງຈົດໝາຍສະບັບນຶ່ງ ໄປໃຫ້ ສອງບໍລິສັດໂທລະ ຄົມມະນາຄົມ ໃຫຍ່ ໂດຍກ່າວວ່າ ຍ້ອນສາເຫດດ້ານຄວາມໝັ້ນຄົງ ແຫ່ງຊາດ ພວກເຂົາຈະຕ້ອງສະກັດກັ້ນການສື່ສານທັງໝົດລວມ ທັງການສົ່ງຂໍ້ຄວາມຕ່າງໆ ໃນທັງ ວັນອາທິດ ແລະ ວັນຈັນ.

ຈົດໝາຍນັ້ນ ອັນເປັນສຳເນົາ ຊຶ່ງໄດ້ປາກົດຢູ່ໃນອອນລາຍ ຫຼື ອິນ ເຕີເນັດ ຍັງອ້າງເຖິງ ບັນຊີຂອງເບີໂທລະສັບ ທີ່ຈະສືບຕໍ່ໄດ້ຮັບ ການສື່ສານ ໃນລະຫວ່າງການປ່ອນບັດອອກສຽງ.

ຄຳສັ່ງດັ່ງກ່າວ ອາດສ້າງຄວາມເຄັ່ງຕຶງຂຶ້ນ ໃນປະເທດບ່ອນທີ່ ທ່ານSassou Nguesso ລົງ ແຂ່ງຂັນ ການເລືອກຕັ້ງອີກຄັ້ງນຶ່ງ ກັບຄູ່ແຂ່ງອີກ 8 ທ່ານ ທີ່ລວມທັງ ອະດີດນາພົນ Jean- Marie Mokoko ນຳດ້ວຍ.

XS
SM
MD
LG