ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນຳຝ່າຍຄ້ານ ອ້າງເອົາ ໄຊຊະນະ ຍ້ອນປະຊາຊົນ ອອກໄປ ປ່ອນບັດ ບໍ່ຫລາຍ


ບັນດາພະນັກງານທະຫານ ປ່ອນບັດ ຢູ່ໜ່ວຍເລືອກຕັ້ງໃນເມືອງ Brazzaville ປະເທດຄອງໂກ ວັນທີ 25 ຕຸລາ 2015.
ບັນດາພະນັກງານທະຫານ ປ່ອນບັດ ຢູ່ໜ່ວຍເລືອກຕັ້ງໃນເມືອງ Brazzaville ປະເທດຄອງໂກ ວັນທີ 25 ຕຸລາ 2015.

ຜູ້ນຳຝ່າຍຄ້ານ ອ້າງເອົາໄຊຊະນະ ການລົງປະຊາມະຕິ ຂອງ
ສາທາລະນະລັດຄອງໂກ ໃນວັນອາທິດວານນີ້ ຍ້ອນເຫດຜົນ
ອັນທີ່ທ່ານເອີ້ນວ່າ ການອອກມາໃຊ້ສິດທີ່ຕ່ຳໂພດ.

ທ່ານ Guy Kinfoussia Romain ປະທານ ຂອງພັກກຳມະບານ
ເພື່ອປະຊາທິປະໄຕ ແລະ ສາທາລະນະລັດ ກ່າວວ່າ ປະຊາຊົນ
ຄອງໂກໄດ້ເອົາໃຈໃສ່ ຕໍ່ຄຳຮຽກຮ້ອງຂອງຝ່າຍຄ້ານ ໃຫ້ພວກ
ເຂົາເຈົ້າຢູ່ໃນເຮືອນ ເພາະວ່າ ການລົງປະຊາມະຕິ ແມ່ນວິທີ
ທີ່ຜິດກົດໝາຍ ເພື່ອເຮັດໃຫ້ ປະທານາທິບໍດີ Denis Sassou-
Nguesso ໄດ້ກຳອຳນາດຢູ່ຕໍ່ໄປ.

ທ່ານ Nguesso ອາຍຸ 71 ປີ ໄດ້ປົກຄອງ ປະເທດຄອງໂກມາ ໃນຖານະທີ່ແຕກຕ່າງກັນ
ເປັນເວລາ 36 ມາແລ້ວ. ລັດຖະທຳມະນູນ ໃນປັດຈຸບັນ ຄວນຫ້າມຜູ້ກ່ຽວ ບໍ່ໃຫ້ລົງແຂ່ງຂັນ
ໃນການເລືອກຕັ້ງ ປີ 2016 ຍ້ອນ ກຳນົດຂອງອາຍຸທີ່ຖືກຕ້ອງ ຕາມກົດໝາຍນັ້ນ ແມ່ນ 70 ປີ.

ປະທານາທິບໍດີ Nguesso ໄດ້ຮັບໄຊຊະນະ ການເລືອກຕັ້ງໃນປີ 2002 ແລະ 2009
ທີ່ເກີດມີການຜິດຖຽງກັນ ແລະ ໄດ້ປົກຄອງປະເທດ ຄອງໂກ ໃນຖານະທີ່ແຕກຕ່າງກັນ
ເປັນເວລາ 36 ປີຜ່ານມາແລ້ວ. ທ່ານ ໄດ້ເປັນຜູ້ຫຼ້າສຸດ ໃນການພະຍາຍາມ ທີ່ຈະຍືດອາຍຸ
ຂອງການດຳລົງຕຳແໜ່ງ ຂອງບັນດາຜູ້ນຳ ໃນປະເທດອາຟຣິກາ ທີ່ມີຢູ່ເລື້ອຍໆ ສ່ວນຫຼາຍ ແມ່ນຈະປະເຊີນໜ້າກັບການປະທ້ວງຂອງຝ່າຍຄ້ານ.

ປະທານາທິບໍດີ ທ່ານ Blaise Compaore ຂອງ Burkina Faso ຜູ້ທີ່ດຳລົງຕຳແໜ່ງມາໄດ້
ດົນນານແລ້ວ ໄດ້ຖືກໂຄ່ນລົົ້ມໂດຍການລຸກຮືຂຶ້ນຂອງປະຊາຊົນ ເມື່ອປີກາຍນີ້ ຫຼັງຈາກທີ່
ລັດຖະສະພາ ໄດ້ພະຍາຍາມປ່ຽນແປງກຳນົດສະໄໝ ໃນລັດຖະທຳມະນູນ.

ປະທານາທິບໍດີ ທ່ານ Pierre Nkurunziz ຂອງ Burundi ໄດ້ຖືກເລືອກອີກ ເປັນສະໄໝທີ 3 ໃນເດືອນກໍລະກົດ ພຽງແຕ່ຫຼັງຈາກ ມີການປະທ້ວງຢ່າງຮຸນແຮງ ແລະ ການກໍ່ລັດຖະປະຫານທີ່ລົ້ມແຫລວ.

ປະທານາທິບໍດີ ຂອງ Rwanda ແລະສາທາລະນະລັດ ປະຊາທິປະໄຕ ຄອງໂກ ກໍໄດ້ຫາທາງ
ປ່ຽນແປງ ລັດຖະທຳມະນູນ ເພື່ອຈະດຳລົງຕຳແໜ່ງຕໍ່ໄປ ເຊັ່ນກັນ.

Congo Referendum
please wait
Embed

No media source currently available

0:00 0:01:10 0:00

XS
SM
MD
LG