ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄອງໂກ ຕຽມພ້ອມ ທີ່ຈະເຊັນສັນຍາ ສັນຕິພາບ ກັບກຸ່ມ M23


ນາຍພົນ Sultani Makenga ຂອງກຸ່ມກະບົດ M23
ນາຍພົນ Sultani Makenga ຂອງກຸ່ມກະບົດ M23
ສາທາລະນະ​ລັດ ປະຊາທິປະ​ໄຕ ຄອງ​ໂກ ຕຽ​ມພ້ອມ​ທີ່​ຈະ​ເຊັນ​
ສັນ​ຍາ​ສັນຕິພາບ ໃນ​ວັນ​ຈັນ​ມື້​ນີ້​ກັບພວກ​ກະບົດ M23 ນຶ່ງ​ອາ
ທິດ​ຫລັງ​ຈາກ ກຸ່ມ​ດັ່ງກ່າວ ປະກາດ​ວ່າ ຕົນ​ຈະໂຈະ​ການ​ສູ້​ລົບ
​ເພື່ອ​ສືບ​ຕໍ່​ເປົ້າ​ໜາຍ​ໂດຍ​ຜ່ານ ການ​ເມືອງ.

ການ​ເຊັນ​ສັນຍາກັນ​ພວມ​ເກີດ​ຂື້ນ​ທີ່ ປະ​ເທດ​ເພື່ອນ​ບ້ານ
ອູ​ການດາ ທີ່​ເປັນ​ເຈົ້າພາບ​ການ​ເຈລະ​ຈາ​ສັນ​ຕິ​ພາບ ລະຫວ່າງ
ຄອງ​ໂກ ​ແລະ M23. ການ​ຕົກລົງ​ນີ້ຄາດ​ວ່າ​ຈະ​ໃຫ້​ລາຍ​ລະອຽດ
​ກ່ຽວ​ກັບ​ການ​ລົບ​ລ້າງ​ພວກ​ນັກ​ລົບ​ກະບົດ ຊຶ່ງ​ຈໍານວນ​ນຶ່ງ​ອາດ​
ຈະ​ໂອນເຂົ້າ​ມາ​ເປັນທະຫານ​ຄອງ​ໂກນັ້ນ.

ທູດພິ​ເສດ ​ຢູ່ໃນ​ຂົງ​ເ​ຂດຂອງ​ສະຫະ​ປະຊາ​ຊາດ ທ່ານ​ນາງ Mary
Robinson ກ່າວ​ໃນ​ວັນ​ອາທິດ​ວານນີ້​ວ່າ ຂໍ້​ຕົກລົງ​ສັນ​ຕິ​ພາບ ​
ເປັນ​ບາດ​ກ້າວ​ອັນ​ສໍາຄັນ​ໄປ​ສູ່​ສັນຕິພາບ.

ພາກ​ຕາ​ເວັນ​ອອກ​ຂອງ ຄອງ​ໂກ ​ໄດ້​ຖືກ​ຮ່າ​ວີ​ມາ​ໄດ້​ຫລາຍ​ປີ​ຈາກ
ການ​ສູ້​ລົບ​ລະຫວ່າງ ລັດຖະບານ ​ແລະ​ກຸ່ມ​ກະບົດ​ຕ່າງໆ ທີ່​ຍາດ
ແຍ່ງ​ກັນ​ຄວບ​ຄຸມ​ເຂດ​ທີ່​ອຸດົມສົມ​ບຸນ​ໄປດວ້ຍບໍ່​ແຮ່.

ທ່ານ​ນາງ Robinson ກ່າວ​ວ່າ ຈຸດ​ເພັ່ງ​ເລງບັດ​ນີ້​ແມ່ນ​ຈະ​ຫັນປ່ຽນປົດ​ອາວຸດ​ກຸ່ມ​ອຶ່ນໆ
​ໂດຍ​ສະ​ເພາະແມ່ນ ກຸ່ມ Rwanda Hutu FDLR.
XS
SM
MD
LG