ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນຄອງໂກ ເລືອກຕັ້ງເອົາ ປະທານາທິບໍດີ ແລະສະມາຊິກສະພາ (ເບິ່ງວີດິໂອແລະສະໄລດ໌)


ປ້າຍໂຄສະນາຫາສຽງແຂ່ຂັນເລືອກຕັ້ງ ເອົາຕໍາແໜ່ງອີກສະໄໝນຶ່ງ ຂອງປະທານາທິບໍດີຄອງໂກ, ວັນທີ 24 2011ໃ
ປ້າຍໂຄສະນາຫາສຽງແຂ່ຂັນເລືອກຕັ້ງ ເອົາຕໍາແໜ່ງອີກສະໄໝນຶ່ງ ຂອງປະທານາທິບໍດີຄອງໂກ, ວັນທີ 24 2011ໃ

ພວກ​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ສາທາລະນະ​ປະຊາ​ທິປະ​ໄຕ​ຄອງ​ໂກ ​ໄດ້ເລິ່ມປ່ອນ​ບັດ
ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ​ແລະ​ສະມາຊິກ​ສະພາ ຫລັງຈາກ​ເຫດການ​ກໍ່​ຄວາມ​ຮຸນ​ແຮງ
ແລະ​ການ​ກ່າວ​ຫາ​ຕ່າງໆ​ນາໆ​ ກ່ຽວ​ກັບ​ການ​ສໍ້ໂກງ​ການ​ເລືອກ​ຕັ້ງ ​ໄດ້​ສ້າງ​ຄວາມ​ມົວ​
ໝອງ​ໃຫ້​ແກ່​ບັນຍາກາດ​ກ່ອນ​ມາ​ເຖິງ​ວັນ​ເລືອກ​ຕັ້ງ​ ​ໃນວັນ​ຈັນມື້​ນີ້.

ຫົວໜ້າ​ຄະນະ​ກໍາມະການ​ເລືອກ​ຕັ້ງໄດ້ກ່າວ​ເມື່ອ​ວັນ​ອາທິດ​ວານ​ນີ້​ວ່າບໍ່​ມີຫລັກ​ຖານການ
ສໍ້ໂກງ​ແຕ່​ຢ່າງ​ໃດ ຫລັງ​ຈາກ​ມີຜູ້​ສະມັກ​ເລືອກ​ຕັ້ງຝ່າຍ​ຄ້ານ ຢ່າງ​ໜ້ອຍ​ຄົນ​ນຶ່ງ​ ອອກ​ມາ
ກ່າວ​ວ່າ ​ມີ​ການ​ປອມ​ແປງບັດເລືອກ​ຕັ້ງ​ເພື່ອ​ໃຫ້​ຄະ​ແນນ​ແກ່​ປະທານາທິບໍດີ​ທີ່ຢູ່​ໃນ​ຕໍາ​ແໜ່​ງ
ຄື​ທ່ານ Joseph Kabila ນັ້ນ.

ມີລາຍ​ງານ​ວ່າ ​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍສາມ​ຄົນ ​ໃນ​ໄລຍະ​ກ່ອນ​ການ​ເລືອກ​ຕັ້ງ.

ຕໍາຫລວດທີ່​ເມືອງ Lubumbashi ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງປະ​ເທດ​ກ່າວ​ວ່າພວກ​ມື​
ປືນ ໄດ້​ໂຈມ​ຕີແລະ​ຈູດ ລົດ​ເລືອກ​ຕັ້ງ​ສອງ​ຄັນ ​ໃນ​ຕອນ​ເຊົ້າວັນ​ຈັນ​ມື້​ນີ້.

ເທື່ອ​ນີ້​ເປັນ​ການ​ເລືອກ​ຕັ້ງ​ທີ່​ມີ​ຫລາຍ​ພັກ​ຝ່າຍ ​ຄັ້ງ​ທີ່​ສອງ​ເທົ່າ​ນັ້ນ ນັບ​ຕັ້ງ​ແຕ່ປະ​ເທດ​ໃຫຍ່
ໃນ​ພາກ​ກາງຂອງ​ທະວີບອາ​ຟຣິກາ​ແຫ່ງ​ນີ້ ​ໄດ້​ແຕກ​ສະບັ້ນ​ລົງ​ ຍ້ອນສົງຄາມ​ສອງ​ຄັ້ງ​ລຸນ
ຫລັງໄດ້​ຮັບ​ເອກະລາດ​ແລ້ວ ຊຶ່ງສົງຄາມ​ຄັ້ງ​ສຸດ​ທ້າຍ ​ໄດ້ຍຸຕິ​ລົງ​ໃນ​ປີ 2003.

ເປັນ​ທີ່ຄາດ​ກັນ​ຢ່າງ​ກວ້າງຂວາງວ່າ ປະທານາທິບໍດີ Kabila ​ທີ່​ສະໝັກ​ເລືອກ​ຕັ້ງ​ອີກ​ນຶ່ງ​
ສະໄໝນຶ່ງ​ແຂ່ງ​ກັບ​ພວກສະໝັກ​ຝ່າຍ​ຄ້ານ 10 ຄົນນັ້ນ ​ຈະ​ຊະນະການ​ເລືອກ​ຕັ້ງ​ຄັ້ງ​ນີ້.
ຜົນ​ການ​ເລືອກ​ຕັ້ງ​ຄາດ​ວ່າຈະ​ປະກາດ​ໃຫ້​ຮູ້​ວັນ​ທີ 5 ​ເດືອນທັນວາ ຊຶ່ງ​ເປັນ​ມື້ກ່ອນໝົດ​
ສະໄໝການ​ດໍາລົງ​ຕໍາ​ແໜ່​ງຊຸດປັດຈຸບັນ​ ຂອງ​ທ່ານຄາ​ບິ​ລາ​ນັ້ນ.

ທ່ານ Kabila ໄດ້ກໍາ​ອໍານາດ​ ມາ​ຕັ້ງ​ແຕ່​ປີ 2001 ​ເວລາ​ທ່ານ​ເຂົ້າຮັບ​ຕໍາ​ແໜ່​ງປະທານາ
ທິບໍດີ ຫລັງ​ຈາກ​ ທ່ານ Laurent Kabila ພໍ່​ຂອງ​ທ່ານ​ຖືກ​ລອ​ບສັງຫານ. ທ່ານຄາ​ບິ​ລາ
ຊະນະການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ປີ 2006.

ຟັງລາຍງານຂ່າວກ່ຽວຂ້ອງກັນເປັນພາສາອັງກິດ

XS
SM
MD
LG