ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີນຶ່ງຄົນ ເສຍຊີວິດ ໃນເຫດ ໄຟໄໝ້ປ່າ ໃນພາກເໜືອ ຂອງລັດ California


California Wildfires Worst in Decades
please wait

No media source currently available

0:00 0:01:44 0:00

ເຈົ້າໜ້າທີ່ລັດ California ກ່າວວ່າ ມີແມ່ເຖົ້າພິການຜູ້ນຶ່ງເສຍຊີວິດ
ໃນນຶ່ງຂອງໄຟໄໝ້ປ່າ ໃຫຍ່ຂະໜາດໃຫຍ່ສອງແຫ່ງ ທາງພາກ
ເໜືອຂອງລັດ ບ່ອນທີ່ມີໄຟໄດ້ໄໝ້ລາມຢ່າງຮ້າຍແຮງເກີນກວ່າ
ພະນັກງານດັບເພີງ ຈະຄວບຄຸມໄວ້ໄດ້ ໃນຄວາມໄວແລະຄວາມ
ແຮງຂອງໄຟນັ້ນ.

ສົບຂອງແມ່ເຖົ້າ Barbara McWilliam ໄວ 72 ປີທີ່ປ່ວຍເປັນ
ໂຣກສັ່ນເຊັນຮ້າຍແຮງຫຼື multiple sclerosis ແມ່ນໄດ້ຖືກພົບ
ເຫັນໃນຊາກຫັກພັງທີ່ມອດໄໝ້ໃນບ້ານຂອງຜູ້ກ່ຽວ ໃກ້ໆຮ່ອມພູ
Napa ທີ່ມີຊື່ສຽງໂດ່ງດັງໃນການຜະລິດເຫຼົ້າໄວນ໌ ກ້ອງໂລກນັ້ນ. ໜ່ວຍດັບເພີງບໍ່ສາມາດເຂົ້າເຖິງບ້ານຂອງຜູ້ກ່ຽວແລະຊ່ອຍກູ້ໄພແມ່ເຖົ້າ McWilliam ໄດ້ເພາະວ່າຂ້າງບ້ານຂອງແມ່ເຖົ້າຜູ້ນີ້ກໍເກີດໄຟໄໝ້ລຸກລາມຢູ່ເຊັ່ນກັນ.

ໄຟໄໝ້ໃນເຂດຮ່ອມພູນີ້ ໄດ້ທຳລາຍບ້ານເຮືອນ 400 ຫຼັງແລະບໍລິເວນໃນພື້ນທີ່ກວ້າງກວ່າ 24 ພັນ​ເຮັກຕາ ນັບຕັ້ງແຕ່ວັນເສົາທີ່ຜ່ານມານີ້ ແລະມັນຍັງໄດ້ຂົ່ມຂູ່ຕໍ່ຕຶກອາ ຄານຕ່າງໆ
ອີກ 9 ພັນຫຼັງ. ມີພຽງແຕ່ 10 ເປີເຊັນຂອງໄຟໄໝ້ປ່າດັ່ງກ່າວສາມາດຄວບຄຸມໄດ້ ຈົນມາຮອດແລງວັນຈັນວານນີ້.

ປະມານ 300 ກິໂລແມັດ ໄປທາງພາກຕາເວັນອອກ ກໍມີໄຟໄໝ້ຢູ່ອີກບ່ອນນຶ່ງໃນເຂດພູ Sierra ຊຶ່ງໄດ້ໄໝ້ທຳລາຍບ້ານເຮືອນ ປະມານ 135 ຫຼັງແລ້ວພາຍໃນຕອນທ່ຽງຂອງ
ວັນຈັນວານນີ້ເທົ່ານັ້ນ.

ໄຟໄໝ້ປ່າທັງ 2 ນີ້ແມ່ນຖືກຈັດຢູ່ໃນຈຳນວນໄຟໄໝ້ປ່າຂະໜາດໃຫຍ່ 12 ບ່ອນ ໃນພາກ
ເໜືອຂອງລັດ California. ບັນດາເຈົ້າໜ້າທີ່ກູ້ໄພສຸກເສີນ ກ່າວວ່າ ພືດຜົນແຫ້ງທັງຫຼາຍ ທີ່ເກີດຈາກໄພແຫ້ງແລ້ງມາເປັນເວລາ 4 ປີ ແລະຄວາມຮ້ອນທີ່ສູງເປັນປະຫັວດການ ໄດ້ກາຍມາເປັນສາເຫດສຳຄັນທີ່ພາໃຫ້ເກີດໄຟໄໝ້ປ່າຄັ້ງນີ້. ຜູ້ປົກຄອງລັດ ທ່ານ Jerry Brown ຜູ້ຊຶ່ງໄດ້ປະກາດສະພາວະສຸກເສີນ ເພື່ອຈະສາມາດນຳໃຊ້ຊັບພະຍາກອນຕ່າງໆ ໃນການຕໍ່ສູ້ກັບໄຟປ່ານີ້ ໄດ້ບອກກັບພວກນັກຂ່າວວ່າ ລັດຂອງທ່ານ ແມ່ນກຳລັງຕໍ່ສູ້ກັບ
ໄພທຳມະຊາດ ຫຼື Mother Nature ຢູ່.

California Wildfires
please wait
Embed

No media source currently available

0:00 0:02:21 0:00

XS
SM
MD
LG