ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງປະຊຸມ ສິດທິມະນຸດ ຂອງ ປະຊາຄົມລາວ ແລະໄທ ອາເມຣິກັນ ທີ່ ວໍຊິງຕັນ


ບັນດາຜູ້ເຂົ້າຮ່ວມ ກອງປະຊຸມສິດທິມະນຸດ ຈາກປະຊາຄົມລາວ ແລະໄທ ທີ່ຕຶກ Rayburn ລັດຖະສະພາສະຫະລັດ ວັນທີ 26 ເມສາ ປີ 2017.
ບັນດາຜູ້ເຂົ້າຮ່ວມ ກອງປະຊຸມສິດທິມະນຸດ ຈາກປະຊາຄົມລາວ ແລະໄທ ທີ່ຕຶກ Rayburn ລັດຖະສະພາສະຫະລັດ ວັນທີ 26 ເມສາ ປີ 2017.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ແລງ​ວັນ​ພະຫັດມື້​ນີ້​ເຮົາ​
ຈະ​ນຳ​ເອົາ​ລາຍ​ງານ ແລະ​ການ​ສຳພາດກັບ​ບັນດາ​ນັກ​ເຄື່ອນ​ໄຫວທີ່​ໄປ​ຮ່ວມກອງປະຊຸມ
ສິດທິມະນຸດກ່ຽວກັບລາວ ແລະໄທ ​ຊຶ່ງໄດ້​ຈັດ​ຂຶ້ນ​ໃນວັນທີ 26 ​ເມສາ​ຜ່ານ​ມານີ້ຢູ່ທີ່ຕຶກ
Rayburn ຂອງລັດຖະສະພາສະຫະລັດ ທີ່ນະຄອນຫລວງວໍຊິງຕັນ ໂດຍ​ໄດ້​ຮັບ​ຄວາມ
ອຸບປະຖໍາຈາກສະມາຊິກສະພາຕໍ່າ Markwayne Mullin ຈາກລັດ Oklahoma. ລາຍ
ລະອຽດ​ຂອງ​ກອງ​ປະຊຸມ​ມີ​ຫຍັງ​ແດ່​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​
ຕໍ່​ໄປ.

ສະບາຍດີທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ​ໃນ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ​ມື້​ນີ້ ​ເຮົາຈະ​
ນຳ​ເອົາລາຍ​ງາຍ ແລະ​ການ​ສຳພາດ​ກັບ​ບັນດາ​ນັກ​ເຄື່ອນ​ໄຫວ ລາວ​ອາ​ເມຣິກັນ ທີ່​ໄດ້​
ເຂົ້າ​ຮ່ວມກອງ​ປະຊຸມ ​ສິດທິມະນຸ​ດ ​ລາວ ​ແລະ​ໄທ.

ກອງປະຊຸມດັ່ງກ່າວ​ໄດ້​ຈັດ​ຂຶ້ນເມື່ອວັນທີ 26 ​ເມສາ​ຜ່ານ​ມານີ້ ທີ່ຕຶກ Rayburn ຂອງ
ລັດຖະສະພາສະຫະລັດ ​ໃນນະຄອນຫຼວງວໍຊິງຕັນ ໂດຍ​ໄດ້​ຮັບ​ຄວາມອຸບປະຖໍາ​ໂດຍ
ສະມາຊິກສະພາຕໍ່າ Markwayne Mullin ຈາກລັດ Oklahoma.

ເຂົ້າຮ່ວມກອງ​ປະຊຸມ​ໃນ​ຄັ້ງນີ້ມີ​ບໍ່​ຕ່ຳ​ກວ່າ 45 ຄົນຈາກ 8 ອົງການສິດທິມະນຸດລາວ
ອາເມຣິກັນ ແລະ 9 ອົງການສິດທິມະນຸດໄທອາເມຣິກັນ ທີ່​ໄດ້​ເດີ​ນທາງ​ມາ​ຈາກທົ່ວ
ປະເທດ. ຜູ້ຕາງໜ້າຂອງແຕ່ລະອົງການ ໄດ້ສັບປ່ຽນກັນຂຶ້ນມາລາຍງານ ໂດຍສະ
ເພາະ ກ່ຽວ​ກັບການຫາຍສາບສູນໄປ ຂອງທ່່ານສົມບັດ ສົມພອນ ຄົນງານລາວສາມ
ຄົນ ທີ່ເຮັດວຽກຢູ່ປະເທດໄທ ກັບເມືອເມືອງລາວແລ້ວຖືກຈັບ ເພາະວ່າ ເຂົາເຈົ້າຕ້ອງ
ຕິລັດຖະບານ ສປປ ລາວ ທາງສື່​ສັງຄົມ ການ​ຂາດ​ສິ​ດເສຣີພາບທາງດ້ານສາສະໜາ
ຂອງຊາວຄຣິສ ການຄ້າຢາເສຍຕິດ ແລະການສໍ້ລາດບັງຫລວງເຫລົ່ານີ້ເປັນຕົ້ນ.

ບຸກຄົນ​ສຳຄັນ​ຄົນ​ນຶ່ງ​ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ກໍ​ຄື ທ່ານ​ສຸດ​ໃຈ ວົງ​ສະຫວັນ ອະດີດ
ນາຍ​ພົນ​ຈັດຕະວາ ຜູ້​ບັນຊາ​ການ​ທະຫານ​ພາກ​ສີ່ ​ແຫ່ງ​ພະ​ລາຊະ​ອານາ ຈັກລາວ ​ແລະ
​ອະດີດ​ເຈົ້າ​ໜ້າ​ທີ່​ພົນລະ​ເຮືອນ ປະ​ຈຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ສະຫະລັດມາ​ເປັນ
​ເວລາ 32 ປີ​ ໄດ້​ກ່າວ​ຕໍ່​ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ປະຊຸມ​ເປັນ​ພາສາ​ອັງກິດ​ວ່າ:

ທ່ານສຸດໃຈ ວົງສະຫວັນ (ທີສອງຈາກຊ້າຍ) ແລະຄະນະເຂົ້າຮ່ວມປະຊຸມ.
ທ່ານສຸດໃຈ ວົງສະຫວັນ (ທີສອງຈາກຊ້າຍ) ແລະຄະນະເຂົ້າຮ່ວມປະຊຸມ.

“ຂ້າພະ​ເຈົ້າ​ຊື່ວ່າ ສຸດ​ໃຈ ວົງ​ສະຫວັນ ຂ້າພະ​ເຈົ້າແມ່ນ​ອະດີດ ນາຍ​ພົນ​ຈັດຕະວາ
​ແຫ່ງ​ພະ​ລາຊະ​ອານາຈັກລາວ ລະຫວ່າງ​ສົງຄາມ ຫຼື​ວ່າ​ສົງຄາມ​ຫວຽດນາມ ຫລື​
ວ່າ​ສົງຄາມ​ລັບ​ຢູ່​ໃນ​ລາວ ບັດ​ນີ້​ບໍ່​ໄດ້​ເປັນຄວາມ​ລັບ​ອີກ​ແລ້ວ. ກ່ອນ​ອື່ນ​ຂ້າພະ​ເຈົ້າ​
ຂໍຂອບ​ໃຈ ດຣ. Richard ໄຊສົມມອນ ທີ່​ໄດ້​ຈັດກອງ​ປະຊຸມ​ມື້​ນີ້ ຂ້າພະ​ເຈົ້າ​ຂໍ​
ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ດຣ. ໄຊສົມມອນ ທີ່​ໄດ້​ເຊີນ​ຂ້າພ​ະ​ເຈົ້າ​ມາ​ຮ່ວມ​ໃນ​ມື້​
ນີ້. ດຣ. ໄຊສົມມອນ​ ​ແມ່ນ​ທີ່​ປຶກສາ​ດ້ານ​ສິດທິ​ມະນຸດ​ ຢູ່​ໃນ​ສະຫະລັດ ຂ້າພະ​
ເຈົ້າ​ຢາກ​ຂໍ​ສະ​ແດງຄວາມ​ຂອບ​ໃຈ​ຕໍ່​ແຂກ​ພິ​ເສດ​ຄົນ​ນຶ່ງ ​ແຕ່ວ່າ​ທ່ານ​ບໍ່​ໄດ້​ມາ​ປາ
ກົດ​ໂຕ​ ໃນ​ມື້​ນີ້ ຈາກກະຊວງ​ການ​ຕ່າງປະ​ເທດ. ຕາງ​ໜ້າ​ຜູ້​ອາວຸໂສລາ​ວອາ​ເມຣິ
ກັນ ຂ້າພະ​ເຈົ້າ​ໄດ້​ຮັບ​ກຽດ​ອັນ​ສູງ ທີ່​ໄດ້​ມາ​ຮ່ວມ​ກັບ​ພວກ​ທ່ານ​ມື້​ນີ້ ​ແລະ​ໄດ້​ໂອ​
ກາດ​ມາຖະ​ແຫລ​ງຕໍ່​ກອງ​ປະຊຸມ. ຂ້າພະ​ເຈົ້າ​ສະໜັບສະໜູນ​ໃນຄວາມ​ພະຍາ​ຍາມ
​ຢ່າງ​ເຕັມທີ່ ຕໍ່​ອົງການ​ສິດທິ​ມະນຸດລາວ ​ເພາະວ່າ​ລາວ​ເປັນ​ສະມາຊິກ​ອົງການ​ສະ
ຫະ​ປະຊາ​ຊາດ ມາ​ແຕ່​ປີ 1949. ກອງ​ປະຊຸມ​ນີ້​ແມ່ນ​ກ່ຽວ​ກັບການລະ​ເມີດ​ສິດທິ​ມະ
ນຸດຢູ່​ໃນ​ລາວ ດັ່ງ​ໂຕ​ຢ່າງ​ຄະດີ​ຂອງ ທ່ານ​ສົມ​ບັດ​ ສົມ​ພອນ ຜູ້​ທີ່​ໄດ້​ຫາຍ​ສາບ​ສູນ​
ໄປ​ຢູ່​ໃນ​ນະຄອນ​ວຽງ​ຈັນ​ ​ເມື່ອ​ສີ່​ປີ​ກ່ອນຈົນ​ຮອດ​ມື້​ນີ້​ບໍ່​ມີໃຜ​ຮູ້​ວ່າ​ທ່ານ​ຢູ່​ໃສ ພວກ​ເຮົາ​
ບໍ່​ຮູ້​ວ່າ ທ່ານ​ຍັງ​ມີ​ຊີວິດ​ຢູ່​ຫລື​ບໍ່ ​ແລະ​ບໍ່ມີ​ໃຜ​ຮູ້. ອີກ​ຄະດີ​ນຶ່ງ​ກໍ​ຄື ເຂົາ​ເຈົ້າ​ໄດ້​ຈັບ​ຊາວ​
ຄຣິສ ຢູ່​ແຂວງ​ສະ​ຫວັນນະ​ເຂດ​ໃນ​ປະ​ເທດ​ ລາວ ​ແລະ ດຣ. ໄຊສົມນອນ ສາມ​າດ
ບອກ​ພວກ​ທ່ານ​ໄດ້​ກ່ຽວ​ກັບ​ກິດຈະການ​ ເຫລົ່າ​ນີ້ຢ່າງ​ລະອຽດ. ສຸດ​ທ້າຍນີ້ ​ເປົ້າ​ໝ​າຍ
ຂອງ​ພວກ​ເຮົາ​ກໍ​ຄື​ຢາກໃຫ້​ລາວ​ມີ​ປະ​ຊາ​ທິປະ​ໄຕ ສັນ​ຕິ​ພາບ ​ແລະເອກ​ກະລາດ​ຢ່າງ
ແທ້​ຈິງ ທີ່​ປາດ​ສະ​ຈາກ​ການ​ຄວບ​ຄຸ​ມຂອງ​ບັນດາ​ເພື່ອນ​ບ້ານ​ໃກ້​ຄຽງ. ​ປັດຈຸບັນ
ຫວຽດນາມ​ຄວບຄຸມ​ທາງ​ທະຫານ ​ແລະ​ການ​ເມືອງ​ຢູ່​ໃນ​ລາວ ​ແລະ​ຈີນ​ຄວບ​ຄຸມ​ດ້ານ​ເສດຖະກິດ​ຢູ່​ໃນ​ລາວ.”

ນັກ​ເຄື່ອນ​ໄຫວ​ອີກ​ຄົນ​ນຶ່ງ​ກໍ​ຄື ທ່ານຄຳຜຸຍ ສີສະ​ວັດ​ດີ ທີ່​ເປັນ​ນັກ​ເຄື່ອນ​ໄຫວ​ຮູ້​ກັນ​ດີ ຢູ່ໃນວົງ​ການໆ​ເມືອງ​ພັດ​ຖິ່ນຂອງ​ລາວ​ໃນ​ສະຫະລັດ ທ່ານ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ກ່ຽວ​ກັບ​ຈຸດປະສົງ​ຂອງທ່ານ ​ໃນ​ການ​ມາ​ຮ່ວ​ມປະຊຸມ​ຄັ້ງ​ນີ້​ວ່າ:

ມະຫາຄຳຜຸຍ ສີສະວັດດີ ນັກເຄື່ອນໄຫວສິດທິມະນຸດ ໃນສະຫະລັດ
ມະຫາຄຳຜຸຍ ສີສະວັດດີ ນັກເຄື່ອນໄຫວສິດທິມະນຸດ ໃນສະຫະລັດ

ທ່ານ Richard ໄຊສົມມອນ ຜູ້ປະສານງານກອງປະຊຸມ ຈາກຂະບວນການປະຊາ
ທິປະໄຕຂອງຄົນລາວຍຸກໃໝ່ ໄດ້ກ່່າວສະຫລຸບຕໍ່ ວີໂອເອກ່ຽວກັບ ຈຸດປະສົງຂອງ
ກອງປະຊຸມຄັ້ງນີ້ວ່າ:

ທ່ານ Richard ໄຊສົມມອນ ນັກເຄື່ອນໄຫວ ສິດທິມະນຸດ ແລະຜູ້ປະສານງານກອງປະຊຸມ.
ທ່ານ Richard ໄຊສົມມອນ ນັກເຄື່ອນໄຫວ ສິດທິມະນຸດ ແລະຜູ້ປະສານງານກອງປະຊຸມ.

ສ່ວນບັນດາຊາວອາເມຣິກັນ ເຊື້ອສາຍໄທນັ້ນ ເຂົາເຈົ້າ​ໄດ້​ສົ່ງ​ຜູ້​ຕາງ​ໜ້າ​ຈາກ 9 ອົງ
ກາ​ນສິດທິ​ມະນຸດ ສັບ​ປ່ຽນ​ກັນ​ຂຶ້ນ​ມາ​ກ່າວອະທິບາຍ ​ໂດຍ​ສະ​ເພາະ​ໃນ​ຄວາມ​ເປັນ
ຫ່ວງກ່ຽວກັບ ອຳນາດການປົກຄອງຂອງລັດຖະບານທະຫານ ທີ່ບໍໍ່ມີສິດເສລີພາບດ້ານ
ຂ່າວສານ ​ແລະໂດຍສະເພາະຢ່າງຍິ່ງ ເຫດການທີ່ເກີດຂຶ້ນເມື່ອເດືອນມີນາທີ່ຜ່ານມາ
ກໍຄື ລັດຖະບານໄທ ໄດ້ໃຊ້ກຳລັງທະຫານ ທັບມ້າງວັດທຳມະກາຍ ໃນບາງກອກ.

ບັນດາແຂກຜູ້ມີກຽດ ທີ່ເຂົ້າຮ່ວມກອງປະຊຸມ ສິດທິມະນຸດ.
ບັນດາແຂກຜູ້ມີກຽດ ທີ່ເຂົ້າຮ່ວມກອງປະຊຸມ ສິດທິມະນຸດ.

XS
SM
MD
LG