ການໃຊ້ແກັສໂຈມຕີໃນຊີເຣຍຫວ່າງມໍ່ໆນີ້ ໄດ້ສ້າງຄວາມເຄັ່ງຕຶງຄືນມາໃໝ່ລະ
ຫວ່າງຣັດເຊຍກັບເທີກີ ກ່ຽວກັບປະເທດດັ່ງກ່າວ. ອີກເທື່ອນຶ່ງ ເທີກີໄດ້ຮຽກຮ້ອງໃຫ້
ປົດປະທານາທິບໍດີຊີເຣຍ ທ່ານ Bashar al-Assad ອອກຈາກໜ້າທີ່ ແລະສ້າງເຂດ
ປອດໄພ ແລະເຂດຫ້າມບິນຜ່ານ ແຕ່ວ່າການທີ່ຄວາມເຄັ່ງຕຶງລະຫວ່າງຣັດເຊຍ ກັບ
ເທີກີກັບມີຄືນມານັ້ນ ອາດຈະເປັນຜົນກະທົບດ້ານເສດຖະກິດຕໍ່ Ankara ກໍເປັນໄດ້.
Dorian Jonesມີລາຍງານ ຊຶ່ງກິ່ງສະຫວັນ ຈະນຳເອົາມາສະເໜີທ່ານ.
ທ່າທີທີ່ເຂັ້ມແຂງຂອງນະຄອນອັງກາຣາຕໍ່ລະບອບຊີເຣຍ ໄດ້ນຳມາສູ່ການຕອບໂຕ້
ຈາກມົສກູຢ່າງວ່ອງໄວກ່ຽວກັບເສດຖະກິດຂອງເທີກີ. ສະຫະພັນອຸດສາຫະກຳການ
ທ່ອງທ່ຽວຂອງຣັດເຊຍ ໄດ້ເຕືອນໃນວັນຈັນແລ້ວນີ້ວ່າ ການລົງໂທດຕໍ່ການຂົນສົ່ງ
ທາງດ້ານການບີນ ໄປບ່ອນພັກຜ່ອນຕາກອາກາດອາດຈະຖືກນຳຄືນມາໃຊ້ໃໝ່ກໍ
ເປັນໄດ້.
ການກີດຫ້າມຊຶ່ງຫາກໍ່ໄດ້ລົບລ້າງໄປຫວ່າງມໍ່ໆມານີ້ ເປັນພາກສ່ວນນຶ່ງຂອງການລົງ
ໂທດເສດຖະກິດຢ່າງໜັກທີ່ບັງຄັບໃຊ້ໂດຍມົສກູ ຫລັງຈາກເຮືອບິນລົບເທີກີ ຍິງເຮືອ
ບິນຖີ້ມລະເບີດຣັດເຊຍຕົກ ທີ່ປະຕິບັດງານຢູ່ຖານທັບຊີເຣຍໃນປີ 2015. ນັກຂ່າວ
ດ້ານການເມຶອງ ທ່ານ Semih Idiz ຈາກເວັບໄຊ Al Monitor ເຕືອນ Ankara ໃຫ້
ໃຊ້ຄວາມລະມັດລະວັງ ໂດຍກ່າວວ່າ
“ຂ້າພະເຈົ້າຄິດວ່າ ຈະບໍ່ສາມາດສ້າງວິກິດການອີກກັບຣັດເຊຍ ໂດຍສະເພາະ
ທາງດ້ານເສດຖະກິດ ໂດຍສະເພາະເວລາລະດູການທ່ອງທ່ຽວພວມຈະມາເຖິງ
ຢູ່ນີ້. ເພາະສະນັ້ນຈະຕ້ອງມີການປະຕິບັດຄວາມກໍ້າເກີ່ງ ທີ່ລະມັດລະວັງຢ່າງ
ເຕັມທີ່.”
ບັນດານັກທ່ອງທ່ຽວຣັດເຊຍ ເປັນພວກທີ່ມີຈຳນວນໃຫຍ່ທີສຸດອັນດັບສອງ ທີ່ໄປພັກ
ຜ່ອນຢູ່ເທີກີ. ການກີດຫ້າມປີກາຍນີ້ ໄດ້ເຮັດໃຫ້ ອຸດສາຫະກຳທຸລະກິດຫລູຫລາຂອງ
ປະເທດ ເສຍຫາຍຢ່າງໃຫຽ່ຊຶ່ງຈຳນວນນັກທ່ອງທ່ຽວຣັດເຊຍໄດ້ລົດລົງເກືອບ 3 ລ້ານ
ຄົນ. ອຸດສາຫະກຳການທ່ອງທ່ຽວມີສ່ວນໃນເສດຖະກິດເທີກີ 6.2 ເປີເຊັນ ມີພະນັກ
ງານໃນໜ່ວຍແຮງງານ 8 ເປີເຊັນ.
ມາເຖິງປັດຈຸນັນນີ້ ສື່ມວນຊົນເທີກີໄດ້ລາຍງານວ່າ ມີພວກນັກທ່ອງທ່ຽວຣັດເຊຍຈັບ
ຈອງເພີ້ມຂຶ້ນ ແລະເປີດການຂົນສົ່ງທາງອາກາດໃໝ່ຈາກຣັດເຊຍ ແຕ່ ຫວັງວ່າ ການ
ໄປທ່ອງທ່ຽວໃໝ່ຢ່າງຫລວງຫລາຍ ບັດນີ້ຈະດຳລົງຄົງຢູ່ ສະໝໍ່າສະເໜີ. ຄວາມບໍ່ແນ່
ນອນອາດບໍ່ເກີດຂຶ້ນໄດ້ໃນເວລາອັນຮ້າຍແຮງສຸດນີ້ ແກ່ເສດຖະກິດເທີກີ ອີງຕາມທີ່
ປຶກສາດ້ານການເມືອງ ທ່ານ Atilla Yesilada ຂອງ Global Source Partners.
ທ່ານ Yesilada ກ່າວວ່າ “ປະເທດຊາດມີຄວາມອິດເມື່ອຍທີ່ສຸດຈາກນໍ້າໜັກເສດ
ຖະກິດລ້າຊ້າລົງ. ເຖິງແມ່ນວ່າໄດ້ມີການກະຕຸ້ນດ້ານເສດຖະກິດຢ່າງໃຫຍ່ທີ່ໄດ້
ຊຸກຍູ້ເສດຖະກິດ ແຕ່ໃນດ້ານການບໍ່ລິໂພກແລ້ວ ກໍບໍ່ໄດ້ຟື້ນໂຕຄືນມາ. ພວກເຮົາ
ໄດ້ເຫັນໂຕເລກຫວ່າງງານເທື່ອສຸດທ້າຍ ທີ່ຮັບຮູ້ລາຍງານພຽງແຕ່ໃນເດືອນມັງ
ກອນເທົ່ານັ້ນແຕ່ໂຕເລກໄດ້ຢູ່ສູງມາຕະຫລອດຫລາຍປີ.”
ເຖິງແມ່ນກ່ອນໜ້າຄວາມເຄັ່ງຕຶງ ທັງສອງກໍ້າສອງຝ່າຍກໍຕາມ ແຕ່ມົສກູກໍໄດ້ດຳເນີນ
ການຍົກເລີກລົງໂທດເສດຖະກິດສ່ວນໃຫຍ່ຕ້ານເທີກີ. ໃນເດືອນແລ້ວນີ້ Ankara
ໄດ້ໂຈມຕີຄືນ ໂດຍໃຊ້ການລົງໂທດຂອງຕົນຕ້ານຣັດເຊຍ ໂດຍບໍ່ສັ່ງຊື້ເຂົ້າ ບເລ
ເຂົ້າມາ.
ທ່ານ Sinan Ulgen ນັກປາດຈາກສະຖາບັນ Carnegie Europe ໃນປະເທດ
Burssels ກ່າວວ່າ ເທີກີ ແລະຣັດເຊຍພ້ອມດ້ວຍອີຣ່ານ ໄດ້ລົງທຶນເພື່ອຜົນປະໂຫຍດ
ໃນການຮ່ວມມືກ່ຽວກັບຊີເຣຍ ເຖິງແມ່ນວ່າເຂົາເຈົ້າຈະມີຄວາມແຕກຕ່າງກັນກໍຕາມ.
ທ່ານ Ulgen ກ່າວວ່າ “ຖ້າສັນຕິພາບຈະເກີດຂຶ້ນໄດ້ຢູ່ໃນຊີເຣຍ ມັນກໍຕ້ອງການຢ່າງ
ໜ້ອຍໃຫ້ມີສາມປະເທດດັ່ງກ່າວເຂົ້າຮ່ວມຫາກັນຢູ່ໃນບັນດາໂຕແທນຢູ່ໃນຊີເຣຍ.
ເພື່ອຈະສ້າງຄວາມຮູ້ສຶກເພີ່ງພາອາໄສກັນ.”
ລັດຖະມົນຕີເສດຖະກິດເທີກີ ທ່ານ Nihat Zaybekci ໄດ້ມີປາກສຽງຄວາມ ບໍ່ພໍໃຈ
ກັບສະພາບການ ໂດຍກ່າວວ່າອາທິດໜ້າ ບັນດາຜູ້ແທນເສດຖະກີດຈະພາ ກັນນັ່ງລົງ
ເພື່ອແກ້ໄຂບັນຫາແລກປ່ຽນການຄ້າສອງຝ່າຍ. ເຖິງຢ່າງໃດກໍດີ ການພິຈາລະນາຍຸດ
ທະສາດກ່ຽວກັບຊີເຣຍ ກໍຍັງອາດຈະເປັນປັດໃຈ ໃນການປ້ອງກັນ ບໍ່ໃຫ້ເກີດຄວາມ
ແຕກຫັກໃນຄວາມສຳພັນລະຫວ່າງກັນ.