ບັນດາຜູ້ນຳຈາກ 10 ປະເທດສະມາຊິກຂອງສະມາຄົມບັນດາ
ປະຊາຊາດ ໃນເຂດເອເຊຍອາຄະເນ ຫລືອາຊຽນ ພົບປະກັນ
ທີ່ມາເລເຊຍ ໃນອາທິດແລ້ວນີ້ເພື່ອສະເໜີການຊັ່ງຊາຕີລາຄາ
ໄປໃນທາງບວກ ກ່ຽວກັບແຜນລິເລີ້ມ ປະຊາຄົມ ເສດຖະກິດ
ອາຊຽນ ໃນປີໜ້ານີ້. ແຕ່ວ່າດັ່ງທີ່ Ron Corben ນັກຂ່າວ
ວີໂອເອ ຈາກບາງກອກວ່າ ມີຮ່ອງຮອຍຂອງບັນຫາທ້າທາຍ
ທີ່ເລິກແລບຫລາຍຢ່າງ ຍັງ ຂວາງໜ້າຢູ່ ພ້ອມດ້ວຍຄວາມເປັນຫ່ວງເພີ້ມຂຶ້ນກ່ຽວກັບການແບ່ງແຍກກັນຢ່າງໜັກ ໃນ
ເລື້ອງການອ້າງກຳມະສິດເອົາເຂດນໍ້າແດນດິນຂອງຈີນ ຢູ່ໃນ
ທະເລຈີນໃຕ້ ຊຶ່ງກິ່ງສະຫວັນ ຈະນຳເອົາມາສະເໜີທ່ານ.
ກອງປະຊຸມສຸດຍອດຕາມປົກກະຕິ ຂອງສະມາຄົມບັນດາປະຊາຊາດ ໃນເຂດເອເຊຍ
ອາຄະເນ ຫລືອາຊຽນ ແມ່ນໄດ້ເນັ້ນໜັກໃສ່ ບາດກ້າວຕ່າງໆເພື່ອການຊຸກຍູ້ການຮ່ວມມື
ແລະການຄ້າ ລະຫວ່າງບັນດາ 10 ປະເທດສະມາຊິກ ໃນສະມາຄົມຂົງເຂດດັ່ງກ່າວ
ແຕ່ວ່າ ໃນບໍ່ເທົ່າໃດປີທີ່ຜ່ານມານີ້ ຄວາມແຕກແຍກຂອງເຂົາເຈົ້າ ເປັນຫົວຂໍ້ຄອບງຳຢູ່
ໃນກອງປະຊຸມທີ່ວ່ານີ້. ໂດຍສະເພາະແລ້ວ ການຂະຫຍາຍການອ້າງກຳມະສິດເອົາດິນ
ແດນຂອງຈີນຢູ່ໃນເຂດຍຸດທະສາດ ແລະອຸດົມສົມບຸນໄປດ້ວຍນໍ້າມັນ ໃນທະເລຈີນໃຕ້
ທີ່ໄດ້ນຳພາໄປສູ່່ການແຕກແຍກຢ່າງແຮງ ໃນລະຫວ່າງສະມາຊິກຂອງ ASEAN.
ຮູບຖ່າຍທາງດາວທຽມເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ ເກາະຫີນໃຕ້ນ້ຳໄດ້ ມີການ
ຂຸດລອກ ແລະການກໍ່ສ້າງກຳລັງດຳເນີນຢູ່ ໃນເຂດໝູ່ເກາະ Spratly ທີ່ ມີການຂັດແຍ້ງ. ພວກນັກວິເຄາະກ່າວວ່າ ຈີນພວມສ້າງຄ້າຍທະຫານ ແລະສະ ໜາມບິນຂອງຕົນ ຂຶ້ນທີ່
ໝູ່ເກາະດັ່ງກ່າວ.
ໃນໄລຍະຫລາຍປີທີ່ຜ່ານມານີ້ ບັນດາປະເທດສະມາຊິກ ASEAN ອັນມີ ຟິລິບປິນ ຫວຽດນາມ ມາເລເຊຍ ແລະບຣູນາຍ ກໍພາກັນອ້າງເອົາກຳມະສິດຢູ່ໃນທະ ເລຈີນໃຕ້
ຄືກັນ ພ້ອມດ້ວຍໄຕ້ຫວັນ.
ຜູ້ນຳມາເລເຊຍ ທ່ານ Najib Razak ໄດ້ກ່າວຕໍ່ບັນດານັກຂ່າວທ້ອງຖິ່ນວ່າ ບັນດາຜູ້ນຳ
ASEAN ໄດ້ມີຄວາມຫວັງທີ່ຈະຊັກຊວນໃຫ້ປັກກິ່ງເຂົ້າໃຈວ່າມັນ ເປັນຜົນປະໂຫຍດ
ຂອງປັກກິ່ງເອງ ທີ່ຈະຫລີກລ່ຽງການປະເຊີນໜ້າກັບ ASEAN ແລະການສ້າງຄວາມບໍ່
ທຸ່ນທ່ຽງໃດໆກໍຕາມຢູ່ໃນຂົງເຂດ ມັນຈະບໍ່ເປັນ ຜົນປະໂຫຍດຫຍັງເລີຍແກ່ຈີນ.
ແຕ່ວ່າ ທ່າທີຂອງ ASEAN ໄດ້ກໍ່ໃຫ້ເກີດມີຕອບໂຕ້ຢ່າງແຮງຈາກຈີນ. ໂຄສົກກະຊວງຕ່າງປະເທດຈີນ ທ່ານ Hong Lei ກ່າວວ່າ ຈີນ “ໄດ້ສະແດງຄວາມຈິງຈັງ ແລະເປັນຫ່ວງ
ທີ່ສຸດກ່ຽວກັບ ການໃຫ້ຄວາມເຫັນຂອງ ກອງປະຊຸມສຸດຍອດ ASEAN ທີ່ກ່າວເຖິງ
ທະເລຈີນໃຕ້.
ທ່ານ Hong Lei ກ່າວວ່າ ທ່າທີຂອງຈີນ ກ່ຽວກັບທະເລຈີນໃຕ້ ແມ່ນ “ສະເໝີຕົ້ນ
ສະເໝີປາຍ ແລະແຈ້ງຂາວ” ແລະບໍ່ແມ່ນເລື້ອງ ລະຫຫວ່າງຈີນ ແລະ ASEAN
ໂດຍທີ່ຈີນ ກຳລັງຊອກຫາຊ່ອງທາງແກ້ໄຂບັນຫາ ໃນຄຳຖາມກ່ຽວກັບພື້ນຖານ
ທີ່ໃຫ້ຄວາມນັບຖືຄວາມຈິງຂອງປະຫວັດສາດ ແລະກົດໝາຍສາກົນ."
ນັບແຕ່ປີ 2002 ເປັນຕົ້ນມາ ສະມາຄົມ ASEAN ແລະຈີນໄດ້ຊອກຫາຊ່ອງ ທາງທີ່ຈະ
ເປີດການເຈລະຈາ ກ່ຽວກັບກົດຂອງການປະຕິບັດ ເພື່ອຄໍ້າປະກັນສະພາບເສດຖະກິດ
ຂອງຂົງເຂດ ແລະຜົນປະໂຫຍດໃນເລື້ອງເຂດນ້ຳແດນດິນ ຢູ່ໃນທະເລທີ່ມີການໂຕ້ຖຽງ
ກັນນັ້ນ ໄດ້ຮັບການຄຸ້ມກັນ. ການເຈລະຈາໄດ້ເລີ້ມຂຶ້ນໃນປີ 2012 ແຕ່ວ່າ ບໍ່ໄດ້ບັນລຸ
ຄວາມຄືບໜ້າຫຍັງຫລາຍ.
ທ່ານສົມພົບ ທານະຣັງສັນ ນັກເສດຖະສາດຢູ່ທີ່ປະເທດໄທ ກ່າວວ່າ ຈີນມີທ່າທາງວ່າ
ຈະກົດດັນຕໍ່ໄປ ກ່ຽວກັບນະໂຍບາຍທາງທະເລຂອງຕົນ ເຖິງແມ່ນວ່າ ໄດ້ມີການສະແດງ
ຄວາມເປັນຫ່ວງ ຂອງບັນດາຜູ້ນຳ ASEAN ໂດຍທີ່ຈີນ ໄດ້ ໃຊ້ນະໂຍບາຍເສດຖະກິດ
ແລະຄວາມໝັ້ນຄົງເປັນທັງການລົງໂທດ ແລະການ ໃຫ້ລາງວັນແກ່ແຕ່ລະປະເທດ.
ທ່ານສົມພົບກ່າວວ່າ "ຈີນຍັງໄດ້ສະເໜີ ເສັ້ນທາງສາຍໄໝ ທີ່ເປັນນະໂຍບາຍ
ເສັ້ນທາງຄ້າໄໝທາງທະເລ ແລະທະນາຄານການລົງທຶນດ້ານໂຄງລ່າງພື້ນຖານ
ເອເຊຍຫລື AIIB ນຳດ້ວຍ. ໃນຂະນະດຽວກັນ ເຂົາເຈົ້າພາກັນ ເຂັ່ງຂືມກັບການ
ເຄຶ່ອນໄຫວຂອງທະເລຈີນໃຕ້. ເພາະສະນັ້ນມັນຄືກັນກັບນະໂຍບາຍໄມ້ແສ້ ແລະ
ກາຣົດທີ່ນຳໃຊ້ໂດຍຈີນ. ແຕ່ວ່າຂ້າພະເຈົ້າຄິດວ່າ ເຂົາເຈົ້າຈະບໍ່ຍອມ ຈາກນະໂຍ
ບາຍທະເລຂອງເຂົາເຈົ້າ ແບບຈັ່ງຊັ້ນ.”
ທ່ານສົມພົບ ມານາຣັງສັນ ກ່າວວ່າ ທ່າທີຂອງຈີນອາດຈະນຳໄປສູ່ການຂັດແຍ້ງເພີ້ມຂື້ນ
|ອີກ ກ່ຽວກັບການໂຕ້ຖຽງເລຶ້ອງນານນໍ້າ. ທ່ານສົມພົບ ກ່າວ ເພາະວ່າບັນດາສະມາຊິກ
ປະເທດພາກັນແບ່ງແຍກກັນວ່າ ເຂົາເຈົ້າສະໜັບສະໜູນປັກກິ່ງ ໃນການອ້າງເອົາຫລືບໍ່
ທີ່ໄດ້ນຳໄປສູ່ການແຍກອອກຈາກັນລະຫວ່າງ ASEAN ກ່ຽວກັບການຮັບຮອງເອົາທ່າ
ທີ ທີ່ເຫັນດີດ້ວຍກັນກ່ຽວກັບຈີນ. ເຖິງແມ່ນວ່າ ການອີງອາໄສເສດຖະກິດຕໍ່ຈີນເພີ້ມຂື້ນ.
ປະເທດເຈົ້າພາບມາເລເຊຍ ໄດ້ໃຫ້ການສັ່ງຊາຄວາມຕື່ນເຕັ້ນກ່ຽວກັບອັນທີ່ຈະເປັນຂົງ
ເຂດເສດຖະກິດທີ່ຮຸງເຮືອງ ທໍານາຍການເຕີບໂຕຢູ່ໃກ້ເກືອບຫ້າເປີເຊັ່ນໃນປີ 2015 ທີ່
ເປັນທອຍອັນແຂງແຮງໂດຍການລົງທຶນໂດຍກົງຂອງຕ່າງປະເທດ.,
ເຖິງແມ່ນວ່າມີການທຳນາຍທີ່ສວຍງາມກ່ຽວກັບການເຕີບໂຕດ້ານເສດຖະກິດ ແລະຄວາມ
ຄາດໝາຍເສດຖະກິດອັນແໜ້ນແຟ້ນຮວມກັນໃນຫລາຍປີຂ້າງໜ້າຈະມາເຖິງນີ້ ມັນມີຮອງ
ຮອຍວ່າ ປີກຫຍ່ອຍບັນຫາການເມືອງ ກຳລັງວາງທາທີ່ຈະທ້າທາຍຕໍ່ບັນດາກຸ່ມປະເທດ.
ພ້ອມທັງການດຳເນີນໂຕ້ແຍ້ງກັນຢູ່ຊາຍແດນ ແລະການຂັດແຍ້ງກ່ຽວ ກັບການສ້າງເຄື່ອນ
ໄຟຟ້າໃຫຍ່ຢູ່ຕາມແມ່ນຳ້ຂອງ ມັນມີຮອງຮອຍວ່າ ASEAN ກຳລັງດິ້ນລົນຖະແຫລງເຖິງ
ເຫດການທ້າທາຍຕ່າງໆເຫລົ່ານັ້ນ ທີ່ບໍ່ພົວພັນກັບຈີນ ທີ່ເປັນຜູ້ມີອຳນາດຢູ່ໃນຂົງເຂດ.
ສາດສະດາຈານການເມືອງ ທີ່ ມະຫາວິທະຍາໄລ ຈຸລາລົງກອນ ທ່ານທີຕິນັນ ພົງສຸດທີຣັກ
ຜູ້ສັງເກດການຄົນນຶ່ງ ຢູ່ກອງປະຊຸມໃນ ມາເລເຊຍ ກ່າວວ່າ ASEAN ປາກົດດວ່າກຳລັງ
ປະເຊີນໜ້າກັບ ຄວາມໄວ້ວາງໃຈ.
ທ່ານທີຕິນັນ ພົງສຸດທີຣັກ ກ່າວວ່າ : “ເຈົ້າມີບັນຫາປິກຫຍ່ອຍຕ່າງໆພາຍໃນບັນດາ
ປະເທດທີ່ສຳຄັນ ໄທ ມຽນມາ ມາເລເຊຍ ແລະອິນໂດເນເຊຍ ທີ່ມີຂໍ້ແມ້ຢູ່ແລ້ວ
ກ່ຽວກັບປະສິດຕິພາບ ພັດທະນາທາງທະເລ ແລະຟິລິບປີນ. ເວລາທີ່ເຈົ້າປະສົມ
ກັນເຂົ້າໄປກັບການເມືອງພາຍນອກ ເສດຖະກິດ ຂົງເຂດ ທີ່ເນັ້ນໜັກໃສ່ຫລາຍ
ເກີນໄປຕໍ່ ເສດຖະກິດອາ ຊຽນ (AEC) ແລະບໍ່ໄດ້ຕັ້ງໃຈກະກຽມ ເວລານັ້ນເຈົ້າ
ບໍ່ມີຂໍ້ບັງຄັບທາງທະເລ ທີ່ ASEAN ກຳລັງເຄື່ອນຍ້າຍເຂົ້າໄປສູ່ ທີ່ບໍ່ມີຄວາມໄວ້
ວາງໃຈ ແຕ່ມີຄວາມເຂົ້າໃຈ ແລະຄວາມກັງວົນຢ່າງຫລວງຫລາຍ."
ທ່ານທິຕິນັນ ກ່າວວ່າ ທ່າມກາງຄວາມຢ້ານກົວກ່ຽວກັບການສູນເສຍແຮງພັກດັນ ຈະເພີ້ມ
ການກົດດັນຕໍ່ປະເທດລາວ ໃນປີ 2016 ເວລາເປັນປະທານ ASEAN ຊຶ່ງປັດຈຸບັນນີ້
ຈີນເປັນຜູ້ນຳການລົງທຶນຕ່າງປເທດ. ບັນດານັກວິເຄາະ ກ່າວວ່າ ການຄັດແຍ້ງກັນໃດໆ
ກ່ຽວກັບ ທະເລຈີນໃຕ້ ອາດເປັນຜົນກະທົບຢ່າງໃຫຍ່ຫລວງ ຕໍ່ເສັ້ນທາງເດີນເຮືອ ແລະ
ທຳລາຍຄວາມຄາດໝາຍເສດຖະກິດອັນແຈ່ມໃສຂອງຂົງເຂດ