ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

NeuroRacer ເກມຫຼິ້ນ ແນວໃໝ່ ທີ່ຈະຊ່ອຍ ປັບປຸງ ສະໝອງ ຜູ້ສູງອາຍຸ (ວີດີໂອ)


ການຫຼິນເກມທີ່ຕ້ອງໃຊ້ໝວກທີ່ອອກແບບພິເສດເພື່ອວັດແທກ
ໄຫວພິບຂອງສະໝອງ.
ການຫຼິນເກມທີ່ຕ້ອງໃຊ້ໝວກທີ່ອອກແບບພິເສດເພື່ອວັດແທກ ໄຫວພິບຂອງສະໝອງ.
ເກມຄອມພິວເຕີດັ່ງກ່າວ ເອີ້ນວ່າ NeuroRacer ເປັນເກມຫຼິ້ນ
ທີ່ກ່ຽວກັບລະບົບປະສາດ ທີ່ຕ້ອງໃຊ້ຄັນບັງຄັບ ຄ້າຍໆກັບເກມ
ຄອມພິວເຕີ ອື່ນໆທີ່ນິຍົມກັນໃນໝູ່ພວກໄວລຸ້ນ. ຄືຜູ້ຫຼິ້ນເກມ
ຕ້ອງບັງຄັບລົດທີ່ແລ່ນຢູ່ ເທິງຖະໜົນທີ່ເປັນຄ້ອຍເປັນໂນນມີ
ລົມພັດນັ້ນໂດຍທີ່ຜູ້ຫຼິ້ນພະຍາຍາມຄວບ ຄຸມຄວາມໄວລົດ
ແລະກົດປຸ່ມເວລາເຫັນປ້າຍບອກທີ່ສໍາຄັນ. ຜູ້ຫຼິ້ນຈະໄດ້ຮັບ
ຄະແນນສູງ ຕາມທີ່ເຮົາສາມາດບັງຄັບລົດໄດ້ວ່ອງໄວ ຫຼືແມ່ນຍໍາ
ສໍ່າໃດ ຕໍ່ປ້າຍບອກຂະນະບັງຄັບລົດຂອງຕົນຢູ່ນັ້ນ. ສະນັ້ນ
ເກມດັ່ງກ່າວນີ້ ຕ້ອງ ອາໄສຄວາມສາມາດເຮັດໄດ້ຫຼາຍຢ່າງ
ພ້ອມໆກັນ.

Ann Linsley ຄືນຶ່ງໃນຜູ້ປະກອບສ່ວນຄົນນຶ່ງໃນການສຶກສາ
ຄົ້ນຄວ້ານີ້ ຊຶ່ງນາງ Annເວົ້າວ່າ: “ຂ້ອຍເຄີຍພູມໃຈໃນຕົວເອງ
ຫຼາຍໃນຄວາມສາມາດ ເຮັດໄດ້ຫຼາຍສິ່ງຫຼາຍຢ່າງ ກັບຫຼາຍໆຄົນທີ່ແຕກຕ່າງກັນ
ແລະກິດຈະກໍາ ຫຼາຍຢ່າງທີ່ກໍາລັງເກີດຂຶ້ນຢູ່ນັ້ນ. ແລະແລ້ວ ກໍປະກົດວ່າ
ມັນຍາກຂຶ້ນ ເລື້ອຍໆທີ່ຈະຈື່ຈໍາໃນສິ່ງທີ່ຕົນໄດ້ເຮັດຫຍັງໄປແດ່ ຄືຂ້ອຍຈະລືມວ່າ
ມື້ນີ້ ແມ່ນວັນຫຍັງ ຂ້ອຍກໍາລັງໄປໃສ ເປັນຫຍັງຂ້ອຍຈຶ່ງເຮັດຢ່າງນີ້ເປັນຕົ້ນ.”


Adam Gazzaley ເປັນນັກວິທະຍາສາດລະບົບປະສາດ ປະຈໍາມະຫາ ວິທະຍາໄລ
ແຄລິຟໍເນຍ ທີ່ນະຄອນ San Francisco ແລະເປັນຫົວໜ້າ ຄະນະສຶກສາຄົ້ນຄວ້າ ທີ່ມີ
ພວກອາສາສະໝັກປະກອບສ່ວນນໍາ 16 ຄົນທີ່ ມີອາຍຸ 65 ປີຂຶ້ນໄປ ເວົ້າວ່າ ສະໝອງ
ຂອງມະນຸດສາມາດພັດທະນາໃຫ້ດີ ຂຶ້ນໄດ້ ຕະຫຼອດຊີວິດ.

ທ່ານ Adam Gazzaley ເວົ້າວ່າ: “ຄວາມສາມາດຂອງສະໝອງຂອງເຮົາ ທີ່ຈະຫຼໍ່
ຫຼອມ ແລະປັບປ່ຽນຕົວມັນເອງໄດ້ ໃນການຕອບສະໜອງຕໍ່ສະພາບ ແວດລ້ອມ
ຈະບໍ່ສິ້ນສຸດລົງໄປ ຫຼັງຈາກຊ່ວງໃດນຶ່ງ ຂອງການປ່ຽນແປງນັ້ນ ແຕ່ມັນຈະສືບຕໍ່
ດຳເນີນໄປເລື້ອຍໆຈົນຊົ່ວຊີວິດເຮົາ. ແລະຖ້າຫາກວ່າພວກເຮົາມີວິທີການເຝິກ
ອົບລົມເປົ້າໝາຍສະເພາະເຈາະຈົງແທ້ໆ ດັ່ງທີ່ພວກເຮົາ ເຮັດຢູ່ໃນການສຶກສາ
ຄົ້ນຄວ້າບັ້ນນີ້ ເຮົາກໍສາມາດຈະໄດ້ຮັບຜົນຕອບ ອັນ ໃຫຍ່ຫຼວງທີ່ສຸດ.”




ສະນັ້ນ ຖ້າຫາກວ່າເດັກນ້ອຍ ຫຼືໄວລຸ້ນຄົນນຶ່ງ ສາມາດຮຽນຫຼິ້ນເກມຄອມ ພິວເຕີຊະນິດ
ໃໝ່ນີ້ໄດ້ ຄົນທີ່ມີອາຍຸໄດ້ 70 ຫາ 80 ປີກໍຮຽນໄດ້ເຊັ່ນກັນ. ຂະນະທີ່ພວກປະກອບສ່ວນ
ໃນການສຶກສານີ້ ກ້າວເຂົ້າສູ່ລະດັບເກມທີ່ຍາກ ຂຶ້ນໄປເລື້ອຍໆນັ້ນ ຜູ້ຫຼິ້ນຈະສວມໝວກ
ຮັດຫົວທີ່ອອກແບບພິເສດ ເພື່ອບັນ ທຶກການທໍາງານຂອງສະໝອງ. ນັກຄົ້ນຄວ້າ
Joaquin Anguera ເວົ້າ ວ່າ ການຄົ້ນຄວ້າພົບວ່າເກມນີ້ແມ່ນໄດ້ຊ່ວຍພວກຄົນສູງອາຍຸ
ປັບປຸງຄວາມ ສາມາດໃນການເຮັດຫຼາຍສິ່ງຫຼາຍຢ່າງ ໄດ້ພ້ອມໆກັນເປັນຢ່າງດີ ແລະອີກ
ຫຼາຍດ້ານ.

ນັກຄົ້ນຄວ້າ Anguera ເວົ້າວ່າ: “ພວກຄົນທີ່ເຂົ້າປະກອບສ່ວນຢູ່ໃນກຸ່ມ ເຝິກແອບ
ຄວາມສາມາດໃນການເຮັດຫຼາຍຢ່າງພ້ອມກັນໄດ້ທີ່ໄດ້ຫຼິ້ນເກມ NeuroRacer
ຊະນິດທີ່ຖືກປັບປ່ຽນ ໃຫ້ເໝາະສົມນັ້ນ ໄດ້ຊ່ວຍປັບປຸງ ຄວາມສາມາດໃນການ
ໃຫ້ຄວາມສົນໃຈຢ່າງຕໍ່ເນື່ອງ, ຄວາມສາມາດໃນ ການຈົດຈໍາຂອງພວກເຂົາເຈົ້າ
ໄດ້ເປັນຢ່າງດີ ພ້ອມກັບຄວາມສາມາດເຮັດ ຫຼາຍຢ່າງພ້ອມກັນຂອງພວກເຂົາ
ເຈົ້າໃນການຫຼິ້ນເກມ NeuroRacer ນີ້ແລະສິ່ງເຫຼົ່ານີ້ແມ່ນສໍາພັນກັບການປັບປຸງ
ກິດຈະກໍາປະສາດຢູ່ຫົວຂອງພວກ ເຂົາເຈົ້າໄດ້ດີ ໂດຍສະເພາະສັນຍານທີ່ກ່ຽວ
ຂ້ອງ ກັບການໃຫ້ຄວາມສົນໃຈ ໄດ້ຢ່າງຕໍ່ເນື່ອງນັ້ນ.”


ພວກນັກຄົ້ນຄວ້າເວົ້າວ່າ ຈໍາເປັນຕ້ອງມີການສຶກສາຄົ້ນຄວ້າໃຫ້ສົມບູນ ຫຼື ລະອຽດກວ່ານີ້
ເພື່ອຈະໄດ້ຕັດສິນວ່າ ວຽກງານໃດແດ່ທີ່ວ່າເປັນປະໂຫຍດ ທີ່ສຸດ ເພື່ອຊ່ວຍປັບປຸງສະໝອງ
ພວກຄົນສູງອາຍຸໄດ້.
XS
SM
MD
LG