ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນຫາ ຄອມພິວເຕີ ເຮັດໃຫ້ ການອອກວີຊ່າ ແລະໜັງສື ຜ່ານແດນ ຊັກຊ້າ (ວີດີໂອ)


ໜັງສືຜ່ານແດນສະຫະລັດ
ໜັງສືຜ່ານແດນສະຫະລັດ

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ບັນຫາຄອມ​ພິວ​
ເຕີ​ຕິດຄັດ ຈະເຮັດ​ໃຫ້ ການ​ອອກ​ວິຊ່າ ແລະ​ ໜັງສື​ຜ່ານ​ແດນ
ຈາກ​ບັນດາ​ສະຖານທູດ​ສະຫະລັດຢູ່​ໃນທົ່ວ​ໂລກມີການຊັກຊ້າ.

ບັນດາ​ເຈົ້າ​ໜ້າ​ທີ່ ຢູ່​ນະຄອນຫລວງວໍ​ຊິງ​ຕັນ ກ່າ​ວວ່າ ບັນ​ຫາ​
ຄອມ​ພິມ​ເຕີ ​ທີ່ໄດ້​ຖືກ​ພົບ​ເຫັນ​ໃນ​ວັນ​ເສົາ​ແລ້ວ ອາດຈະເຮັດ​
ໃຫ້​ຫລາຍໆ​ລ້ານ ​ຄົນ​ຕ້ອງໄດ້​ພາກັນ​ລໍຖ້າເອກກະສານເດີນ
ທາງຂອງສະຫະລັດ.

​ໂຄສົກ​ຍິງກະຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ Marie Harf
ກ່າວວ່າ ບັນຫາ​ເກີດຂື້ນ​ຢູ່​ໃນທົ່ວ​ໂລກ ​ແລະ​ບໍ່ເຈາະ​ຈົງ​ໃສ່​ປະ
​ເທດ​ໃດປະ​ເທດ​ນຶ່ງ ການ​ອອກ​ໜັງສື​ຜ່ານແດນ ​ແລະ​ປະເພດຂອງວີ​ຊ່າ.

ທ່ານ​ນາງກ່າວວ່າ ມັນ​ຈະພາໃຫ້ມີການຊັກຊ້າ ໃນ​ການ​ອອກ​ໜັງສືຜ່ານ​ແດນ ສະຫະລັດ ການຂໍວິຊ່າ ແລະ​ລາຍ​ງານ​ການ​ເກີດ​ຂອງຊາວ​ອາ​ເມຣິກັນ ຢູ່​ໃນ ຕ່າງ​ປະ​ເທດ.

ກະຊວງ​ການ​ຕ່າງປະ​ເທດ ກຳລັງຫາທາງແກ້​ໄຂ​ບັນຫາ​ດັ່ງກ່າວນີ້ຢູ່ ແຕ່​ຍັງ​ບໍ່​ໄດ້​ແຈ້ງໃຫ້
ຊາບ​ວ່າ ເມື່ອ​ໃດ​ຈຶ່ງຈະສຳເລັດເສັດສິ້ນ.

ທ່ານ​ນາງ Harf ກ່າວ​ວ່າ ບັນ​ຫາ​ກ່ຽວກັບຖານຂໍ້ມູນ ​ເປັນ​ເຫ​ດ​ໃຫ້ມີ “ການ​ຕິດ​ຄັດ​ໃນ
ຂອບເຂດທີ່ກວ້າງຂວາງ” ກ່ຽວກັບການຍື່ນ​ຄຳ​ຮ້ອງ. ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ກ່າວ​ວ່າ ຄຳ​ຮ້ອງ
ຂອງ 50,000 ຄົນ ໄດ້​ມີການຊັກຊ້າ ຢູ່​ໃນພຽງປະ​ເທດ​ດຽວເທົ່າ​ນັ້ນ.

PASSPORT COMPUTER SOT
please wait
Embed

No media source currently available

0:00 0:00:17 0:00

XS
SM
MD
LG