ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Drones ​ການ​ຄ້າ 6 ແສນລຳ ອາດ​ຈະບິນ ເຕັມທ້ອງຟ້າ ​ໃນລະຍະ ​ນຶ່ງ​ປີຂ້າງ​ໜ້າ


ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ ກຳລັງລຳລຽງສົ່ງເຄື່ອງຂອງ
ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ ກຳລັງລຳລຽງສົ່ງເຄື່ອງຂອງ

​ລັດຖະບານ​ສະຫະລັດ ກ່າວ​ວ່າ​ ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ ຫຼື drones ທາງ​ການ​ຄ້າ ຈຳນວນ 600 ພັນ ລຳ ອາດ​ຈະບິນເກື່ອນ​ກາດເຕັມທ້ອງຟ້າ​ໃນ​ທົ່ວ​ປະ​ເທ​ດ ພາຍ​ໃນ​ໄລຍະນຶ່ງ​ປີ ຂ້າງ​ໜ້ານີ້​.

ລັດຖະມົນຕີ​ກະຊວງ​ຂົນ​ສົ່ງສະຫະລັດ ທ່ານ Anthony Foxx ​ໄດ້​ເປີດ​ທາງ​ໃຫ້ບັນດາ
ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ ທີ່ຄວບ​ຄຸມ​ໂດຍເຄື່ອງບັງຄັບ​ຈາກ​ໄລຍະ​ໄກ​ນັ້ນ ​ປະກອບ​ກິດຈະ ກຳ​ໄດ້ ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່​ກົດ​ລະບຽບໃໝ່​ດ້ານ​ຄວາມ​ປອດໄພເລີ້ມມີຜົນ​ບັງຄັບ​ໃຊ້​. ທ່ານ​ໄດ້​ກ່າວ​ວ່າ ສະຫະລັດ​ແມ່ນ​ມີ​ຄວາມ “ກະຕືລື​ລົ້ນ ​ໃນ​ຄວາມ​ເປັນ​ໄປ​ໄດ້ ​ແບບ​ບໍ່​ມີ​ຂອບ​ເຂດ​ຈຳກັດ ທີ່ເຮືອບິນບໍ່​ມີ​ຄົນ​ຂັບພວກ​ນີ້ ສາມາດ​ນຳ​ສະ​ເໜີ.”

​ລະບຽບ​ການ​ໃໝ່​ອະນຸຍາດໃຫ້​ບັນດາ​ທຸລະ​ກິດ​ຕ່າງໆ ສາມາດ​ນຳ​ໃຊ້ ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ ທີ່​ມີນ້ຳໜັກ ​ບໍ່​ກາຍ 25 ກິ​ໂລ ​ໃນເຂດທີ່​ມີ​ຊຸມ​ຊົນ​ອາ​ໄສ​ຢູ່​ບໍ່​ໜາ​ແໜ້ນ ບໍ່​ໃຫ້​ສູງ​ກາຍ 122 ​ແມັດ ​ເທິງໜ້າດິນ ທີ່ໃຫ້ໃຊ້​ໄດ້​ກ່ອນ​ຟ້າ​ແຈ້ງ​ ບໍ່​ດົນ​ຫຼັງ​ຈາກ​ຕາ​ເວັນ​ຕົກ​ດິນໃນແຕ່​ລະ​ມື້. ຍິ່ງ​ໄປ​ກວ່າ​ນັ້ນ ພວກ​ຄວບ​ຄຸມ​ທັງຫຼາຍຕ້ອງ​ໃຫ້ ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ ຢູ່​ໃນ​ສາຍຕາ​ ແລະ​ຂັບ​ໃນ​ຄວາມ​ໄວ​ບໍ່​ໃຫ້​ກາຍ160 ກິ​ໂລ​ແມັດ​ຕໍ່​ຊົ່ວໂມງ.

ທ່ານ Foxx ​ໄດ້​ກ່າວ​ວ່າ ສະຫະລັດ ​ແມ່ນ​ກຳລັງ​ພັດທະນານະ​ວັດຕະ​ກຳໃໝ່ໃນ​ການ​ຂົນ​ສົ່ງແນວ​ອື່ນໆອີກ ຊຶ່ງ​ຮວມທັງ ລະບົບ​ການ​ຫ້າມລໍ້​ອັດ​ຕະ​ໂນ​ມັດ ສຳລັບ​ລົດ​ໄຟ​ ລົດຍົນ ​ແລະ​ລົດ​ບັນທຸກ​ນຳ​ດ້ວຍ.

ທ່ານ Foxx ​ໄດ້​ກ່າວ​ວ່າ “​ໃນ​ຂະນະ​ທີ່​ພວກ​ເຮົາ​ໄດ້​ປະຈັກ​ ນະ​ວັດຕະ​ກຳດ້ານ​ເທັກ​ໂນ​ໂລ​ຈີ​ພວມ​ປ່ຽນ​ແປງ​ຖະໜົນ​ຫົນທາງ, ທ່າ​ເຮືອ​ແລະ​ເສັ້ນ​ທາງ​ທະ​ເລຂອງ​ພວກ​ເຮົາ ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບນີ້ ​ກໍ​ຈະ​ກາຍ​ມາ​ເປັນ​ເສັ້ນທາງ​ຄົມ​ມະ​ນາ​ຄົມ​ແນວ​ໃໝ່ ທີ່​ຈະ​ສືບວິວັດທະນາ​ ການ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໃນ​ແນວທາງ​ໃໝ່ ເທິງ​ນ່ານຟ້າ​ຂອງ​ພວກ​ເຮົາ.​”

ອຸດສາຫະກຳ ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ໄດ້​ກ່າວ​ວ່າ ຕົນ​ຄາດ​ຫວັງ​ວ່າ ​ການ​ນຳ​ໃຊ້ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບຫຼາຍ​ຂຶ້ນນີ້ ​ຈະ​ຊ່ອຍສ້າງ​ວຽກ​ເຮັດ​ງານ​ທຳ ປະມານ 100 ພັນ​ໜ້າ​ວຽກ ​ແລະ 82 ພັນ​ລ້ານ​ໂດ​ລ່າ ​ໃນ​ກິດຈະກຳ​ດ້ານເສ​ດຖະກິດ ພາຍ​ໃນ​ປີ 2025 ຈະ​ມາ​ເຖິງ​ນີ້.

ສະຫະລັດ ​ໄດ້ໃຫ້ການ​ຍົກ​ເວັ້ນ​ 76 ຂໍ້ ຕໍ່​ກົດ​ລະບຽບ​ໃໝ່​ນີ້ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ສຳ​ຫຼັບ​ບໍ​ລິ​ສັດທີ່​ຈະ​ປະກອບ​ກິດຈະກຳ​ໂດຍ​ໃຊ້​ເຮືອບິນ​ບໍ່​ມີ​ຄົນຂັບ​ໃນ​ຕອນກາງຄືນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG