ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ. Don Rickles ນັກ​ຕະຫລົກ​ ​ອາ​ເມຣິກັນ ທີ່​​ໂດ່ງດັງ ເສຍຊີວິດແລ້ວ ລວມອາຍຸໄດ້ 90ປີ


ທ່ານ Don Rickles ໄປປະກົດໂຕໃນເວທີ ເພື່ອຮັບເອົາລາງວັນ ໃນພິທີທີ່ຈັດຂຶ້ນໃນວັນທີ 29 ເມສາ 2012 ທີ່ນະຄອນນີວຢອກ
ທ່ານ Don Rickles ໄປປະກົດໂຕໃນເວທີ ເພື່ອຮັບເອົາລາງວັນ ໃນພິທີທີ່ຈັດຂຶ້ນໃນວັນທີ 29 ເມສາ 2012 ທີ່ນະຄອນນີວຢອກ

Don Rickles ຊຶ່ງ​ເປັນ​ນັກ​ຕະຫລົກ​ຊາວ​ອາ​ເມຣິກັນທີ່ມີ​ຊື່ສຽງ​ໃນ​ການ​ເວົ້າ​ເຍາະ
​ເຢີ້ຍ ຊຶ່ງໃຊ້ຄໍາ​ເວົ້າສຽດສີ ຕໍາ​ທຸກ​ຄົນ​ທີ່​ຂວາງໜ້າ ນັບ​ແຕ່​ປະທານາທິບໍດີ ​ໄປ​ຮອດ​
ຄົນ​ເສີ​ບອາຫານ​ຢູ່ໃນບາ ນັ້ນໄດ້​ເສຍ​ເຊຍ​ວິດ​ໃນ​ວັນ​ພະຫັດວານ​ນີ້ຢູ່ຄຸ້ມ Hollywood ຍ້ອນ​ພະຍາດໝາກ​ໄຂ່​ຫລັງ​ລົ້ມ​ເຫ​ລວ ​ລ​ວມອາຍຸ​ໄດ້ 90 ປີ.

​ທ່ານ Rickles ຊຶ່ງກໍາ​ເນີ​ດຢູ່​ໃນ​ລັດນີວຢອກ​ນັ້ນ ​ໄດ້​ຄົ້ນພົບ​ພອນ​ສະຫວັນ​ຂອງ​ຕົນ
​ໃນ​ການ​ສ້າງ​ຄວາມ​ສະໜຸກສະໜານ​ແກ່ເພື່ອນ ທີ່​ເດີນທາງ ທາງ​ເຮືອ​ດ້ວຍ​ກັນ ​ໃນ​ສະ​ໄໝສົງຄາມ​ໂລກ​ຄັ້ງທີ​ສອງ. ພາຍ​ຫລັງ​ທີ່​ບໍ່ປະສົບ​ຜົນ​ສໍາ​ເລັດ​ໃນ​ການ​ເປັນຄົນ​ຂາຍ
​ປະກັນ​ໄພ ​ແລະ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຫາວຽກ ​ເປັນ​ນັກ ສະ​ແດງ​ແບບ
​ທ່ອງ​ແທ້ Rickles ກໍ​ໄດ້​ຫັນ​ມາ​ເປັນ​ນັກ​ຕະຫລົກ.

ລາວ​ປະສົບ​ຄວາມ​ລໍາ​ບາກ​ໃນ​ການ​ສ້າງ​ຊື່ສຽງ​ໃຫ້​ຕົນ​ເອງ​ໃນ​ການສະ​ແດງທີ່​ໃຊ້​ຄໍາ
​ເວົ້າຕະຫລົກ​ເພື່ອ​ທໍາ​ການສຽດສີ ຢູ່​ໃນບາບັນ​ເທີ​ງຕ່າງໆ ທົ່ວ​ປະ​ເທດ ຈົນ​ມາ​ຮອດ
​ຄໍ່າ​ຄືນ​ຂອງ​ມື້ນຶ່ງ ທີ່​ລາວ​ເປັ່ງ​ຄໍາ​ເວົ້າ​ຢ່າງ​ແຮງ​ເລັງ​ໄປ​ໃສ່ ທ່ານ Frank Sinatra ທີ່​
ມີ​ຊື່ສຽງບໍ່ດີ​ດ້ານເກີດ​ຄວາມ​ໂມ​ໂຫງ່າ​ຍ ຊຶ່ງ​ລາວ​ເວົ້າວ່າ “ທໍາ​ຕົວ​ສະບາຍ​ໆ ​ຄື​ຢູ່​ເຮືອນ
​ຕົວ​ເອງ​ໂລດ Frank. ສົກ​ໃຜ​ກໍ​ໄດ້.”

ທ່ານ Sinatra ຫົວຂຶ້ນຢ່າງ​ແຮ​ງ ​ແລະ​ລາວ​ພ້ອມ​ດ້ວຍໝູ່ຂອງ​ລາວ​ທີ່​ເປັນ​ນັກສະ​ແດງ
​ນໍ​າກັນ ຍົກຍ້ອງ​ໃຫ້ Rickles ​ເປັນຄົນ​ເກັ່ງ ຈົນ​ວ່າ​ລາວ​ກາຍ​ມາ​ເປັນ​ ດາລາ​ໃນ​ໂທລະ
ພາບ, ຮູບ​ເງົາ ​ແລະ​ໃນ​ໂຮງ​ກາ​ຊີ​ໂນ​ຕ່າງໆ ໃນ​ນະຄອນ Las Vegas.​

ທ່ານ Rickles ຕໍ່ມາ​ກໍ​ໄດ້​ຮັບ​ການຂະໜານນາມວ່າ "ທ່ານ​ໃຈດີ" ​ແລະ​ມີ​ຄວາມ​ເພິ່ງ
​ພໍ​ໃຈ​ໃນ​ການ​ໃຊ້​ສັນຍານາມ​ໃນ​ການສຽດສີ​ຂອງ​ຕົນ ຕໍ່ຜູ້​ຄົນ​ທີ່​ເບິ່ງ​ຄື​ວ່າ ​ບໍ່ມີ​ຄວາມ​
ສະຫລາດ ຫລື​ມີ​ຄວາມ​ໂງ່​ຫລາຍ​ປານລູກ​ບານ​ກິລາ​ຕີຄີ ຫລື hockey ​

ອ່ານຂ່າວນີ້ເປັນພາສາອັງກິດເພີ້ມ

XS
SM
MD
LG