ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢາຫຼາຍຊະນິດ ຮວມຢູ່ເມັດດຽວ ຊ່ວຍຄົນປ່ວຍ ເຊົາລືມ ກິນຢາ (ວີດິໂອ)


ຄົນເຈັບທີ່ເປັນໂຣກຫົວໃຈມັກຈະບໍ່ລືມກິນຢາ ເມື່ອຢາຫລາຍຢ່າງ ບັນຈຸຢູ່ໃນເມັດດຽວ.
ຄົນເຈັບທີ່ເປັນໂຣກຫົວໃຈມັກຈະບໍ່ລືມກິນຢາ ເມື່ອຢາຫລາຍຢ່າງ ບັນຈຸຢູ່ໃນເມັດດຽວ.
ຄົນປ່ວຍຫລາຍຄົນທີ່ເປັນໂຣກຫົວໃຈ ຫລືເປັນໂຣກລົມສາລະ
ບາດ ຫລື stroke ນັ້ນບໍ່ໄດ້ກິນຢາຢ່າງເປັນປົກກະຕິດັ່ງທີ່ທ່ານ
ໝໍໄດ້ວາງໃຫ້. ການສຶກສາບັ້ນນຶ່ງສະແດງໃຫ້ເຫັນວ່າ ຄົນປ່ວຍ
ຈຳນວນ​ນຶ່ງໄດ້ຍຸຕິການກິນຢາ ພາຍໃນສາມເດືອນຫລັງຈາກ
ທີ່ເປັນໂຣກລົມສາລະບາດ. ການສຶກສາບັ້ນ ໃໝ່ຢູ່ອັງກິດພົບ
ວ່າ ຖ້າຫາກຄົນປ່ວຍເປັນໂຣກຫົວໃຈສາມາດກິນຢາເມັດດຽວ
ໄດ້ ແທນທີ່ຈະກິນຫລາຍເມັດ ແມ່ນມີ​ທ່າ​ທາງ​ວ່າ ເຂົາ​ເຈົ້າຈະ
ກິນຢາ ເປັນປົກກະຕິກວ່າ. Carol Pearson ຜູ້ສື່ຂ່າວ VOA
ມີລາຍງານກ່ຽວ ກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີ
ທ່ານໃນອັນດັບຕໍ່ໄປ.

ຟັງລາຍງານຢາຫລາຍຊະນິດຢູ່ໃນເມັດດຽວ

ຄົນປ່ວຍທີ່ເປັນໂຣກຫົວໃຈວາຍ ຫລືເປັນໂຣກລົມສາລະບາດ ຫລື stroke ອາດຈະຕ້ອງ
ກິນຢາຫຼາຍໆຊະນິດ. ຢາບາງຢ່າງອາດຫລຸດຄວາມດັນເລືອດລົງ ບາງຢ່າງອາດສາມາດ
ຄວບຄຸມຄໍແລັສໂທຣອລໄດ້ ແລະຢາຢ່າງອື່ນອີກອາດຈະຖືກສັ່ງໃຫ້ກິນເພື່ອປ້ອງກັນໂຣກ
ຫົວໃຈວາຍ.

ທ່ານ Henryk Pycz ມີທັງໂຣກຄວາມດັນເລືອດສູງ ແລະໂຣກເບົາຫວານ. ທ່ານເຂົ້າຮ່ວມ
ການສຶກສາຄົ້ນຄວ້າ ເພື່ອຢາກຮູ້ຈັກວ່າ ທ່ານຄຸ້ມຄອງສຸຂະພາບຂອງທ່ານໄດ້ດີຂຶ້ນກວ່າ
ເກົ່າຫຼືບໍ່ ໂດຍການຫລຸດ ຜ່ອນຈໍານວນເມັດຢາທີ່ທ່ານກິນຢູ່ນັ້ນລົງ. ທ່ານ PYCZ ເວົ້າວ່າ:

“ເມື່ອຂ້ອຍກິນຢາທີ່ມີຫຼາຍໆຊະນິດ ຂ້ອຍຕ້ອງກິນ ຄັນບໍ່ແມ່ນ 5, ກໍແມ່ນ 6 ຫລື 7 ເມັດພ້ອມກັນ.”

ເບິ່ງວີດິໂອກ່ຽວກັບເລື້ອງນີ້:




ດຣ. Simon Thom ຈາກສະຖາບັນວ່າດ້ວຍຫົວໃຈ ແລະປອດແຫ່ງຊາດ ທີ່ວິທະຍາໄລ
Imperial ໃນກຸງລອນດອນ ຮູ້ວ່າ ມັນເປັນການ ຍາກທີ່ຈະຄວບຄຸມຢາທັງໝົດເຫລົ່ານັ້ນ
ໄດ້. ດຣ. Simon Thom ກ່າວອີກວ່າ:

“ພວກເຮົາຮູ້ວ່າ ມີຄວາມບົກຜ່ອງໃນ ການຄຸ້ມຄອງແລະການໃຊ້ຢາປ້ອງກັນ
ພະຍາດຢ່າງຕໍ່ເນື່ອງໂດຍສະເພາະ ຢູ່ໃນບັນດາປະເທດທີ່ມີລາຍໄດ້ຕໍ່າ ແລະປານກາງ.”


ດຣ. Thom ນໍາພາການສຶກສາຄົ້ນຄວ້າ ທີ່ມີຄົນປ່ວຍຫລາຍກວ່າ 2,000 ຄົນເຂົ້າຮ່ວມ. ເກືອບຮອດ 90 ເປີເຊັນຂອງຄົນປ່ວຍເຫລົ່ານັ້ນ ແມ່ນເປັນໂຣກລົມສາລະບາດ ຫລື stroke
ຫລືບໍ່ກໍເປັນໂຣກຫົວໃຈ. ອີກ 10 ເປີເຊັນແມ່ນມີຄວາມສ່ຽງສູງຕໍ່ການເປັນພະຍາດດັ່ງກ່າວ.
ເຄິ່ງ ນຶ່ງຂອງພວກທີ່ເຂົ້າຮ່ວມໄດ້ຮັບຢາປະສົມເມັດນຶ່ງ ປະຈໍາວັນ ຊຶ່ງເອີ້ນວ່າ ຢາຫລາຍ
ຊະນິດຮວມຢູ່ໃນເມັດດຽວ ຫລື polypill ທີ່ບັນຈຸຢາເພື່ອ ຫລຸດໄຂມັນ, ຫລຸດຄວາມດັນ
ເລືອດສູງ ແລະຢາຊະນິດອື່ນອີກ ເຊັ່ນຢາ aspirin ທີ່ປ້ອງກັນການອຸດຕັນຂອງເລືອດ. ຜູ້
ເຂົ້າຮ່ວມຄົນອື່ນໆ ກໍຖືກ ສັ່ງໃຫ້ກິນຢາຕາມປົກກະຕິທີ່ເຄີຍກິນມາ. ດຣ. Thom ເວົ້າວ່າ ຜົນອອກ ມາແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງວ່າຢາ polypill ແມ່ນດີກວ່າ. ດຣ. Simon
Thom ຈາກວິທະຍາໄລ Imperial ໃນກຸງລອນດອນອະທິບາຍວ່າ:

“ໃນຕອນສຸດທ້າຍຂອງການທົດລອງ ມີຄົນປ່ວຍຫລາຍຄົນທີ່ກິນຢາໃນຮູບຂອງ
ຢາເມັດປະສົມ polypill ຫລາຍກວ່າຄົນທີ່ຢູ່ໃນ ກຸ່ມທີ່ກິນຢາແບບປົກກະຕິ.”


ຄົນປ່ວຍທີ່ກິນຢາ polypill ແມ່ນມີອາການດີຂຶ້ນໃນການຄວບຄຸມຄວາມ ດັນເລືອດສູງ
ແລະຄໍແລັສໂທຣອລ. ທ່ານ Pycz ເວົ້າວ່າທ່ານຍັງໄດ້ຮຽນ ຮູ້ບາງຢ່າງອີກດ້ວຍ. ທ່ານ Pycz ເວົ້າອີກວ່າ:

ມັນຊ່ວຍໃຫ້ຂ້ອຍເຂົ້າໃຈວ່າ ການຄວບຄຸມຢາ ຂອງຕົນແມ່ນສໍາຄັນຫລາຍ. ຢາ
polypill ໝາຍຄວາມວ່າ ຂ້ອຍບໍ່ເຄີຍຂາດໃນການກິນຢາຈັກເທື່ອ ຂ້ອຍໄດ້
ກິນຢາໃນຈຳນວນທີ່ຖືກຕ້ອງຢູ່ຕະຫລອດເວລາ.”


ດຣ. Thom ຍັງເວົ້າອີກວ່າ ການສຶກສາຄົ້ນຄວ້າບັ້ນນີ້ ມີຄວາມໝາຍອັນໃຫຍ່ຫລວງ ໂດຍ
ສະເພາະແມ່ນ ພວກທີ່ມັກລືມກິນຢາ.

“ຢາຫລາຍເມັດປະສົມ ຫລື polypill ມີໂອກາດທາງສາທາລະນະສຸກຢ່າງ
ໃຫຍ່ຫລວງເພື່ອລົບລ້າງຊ່ອງຫວ່າງ ຂອງການໃຊ້ຢາທີ່ກໍານົດໃຫ້ບໍ່ພຽງພໍ ແລະການກິນຢາປົວພະຍາດຢ່າງມີປະສິດທິຜົນ.”


ດຣ. Thom ກ່າວມ້ວນທ້າຍວ່າ ທັງນີ້ກໍເປັນຍ້ອນວ່າ ພວກທີ່ໄດ້ຮັບປະໂຫຍດຈາກການ
ສຶກສາຄົ້ນຄວ້ານີ້ຫລາຍທີ່ສຸດ ກໍຄືພວກທີ່ກິນຢາ ຕາມໃບສັ່ງຂອງໝໍ ຊຶ່ງເປັນພວກທີ່ມັກ
ລືມກິນມັນ ໃນຕອນຕົ້ນຂອງການທົດລອງ.

ການສຶກສາຄົ້ນຄວ້ານີ້ ແມ່ນພິມຢູ່ໃນວາລະສານຂອງສະມາຄົມການແພດອາເມຣິກັນ ຫລື Journal of the American Medical Association.
XS
SM
MD
LG