ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຢາ sofosbuvir ປະສົມກັບຢາ ribavirin ສາມາດປິ່ນປົວ ​ພະຍາດ​ຕັບ​ອັກ​ເສບ Hepatitis C ໄດ້ (ວີດິໂອ ລາວ/ອັງກິດ)


Combining Drugs Cures Some With Hepatitis C
please wait

No media source currently available

0:00 0:02:20 0:00
ລິງໂດຍກົງ

ເບິ່ງວີດິໂອພາສາອັງກິດ ກ່ຽວກັບລາຍງານນີ້.

ອີງ​ຕາມ​ອົງການ​ອະນາ​ໄມ​ໂລກ​ແລ້ວ ປະຊາຊົນ​ໃນ​ທົ່ວ​ໂລກ
ຢ່າງນ້ອຍ 150 ລ້ານ​ຄົນ ເປັນ​ພະຍາດ​ຕັບ​ອັກ​ເສບຊໍ້າ​ເຮື້ອ​
ທີ່ເອີ້ນ​ວ່າ Hepatitis C. ພະຍາດຕັບອັກ​ເສບຊໍ້າ​ເຮື້ອດັ່ງ
ກ່າວ ແມ່ນ​ມີ​ຊ່ວງ ​ນັບ​ແຕ່ຂັ້ນ​ບໍ່​ຮຸນ​ແຮງ ​ໄປ​ຮອດ​ຂັ້ນ​ອັນຕະ
ລາຍ​ເຖິງຕາຍ.

​ໃນ​ຂະນະ​ທີ່​ຍັງ​ບໍ່ທັນ​ມີ​ຢາ​ປ້ອງ​ກັນໄດ້​ເທື່ອ​ນີ້ ບັນດາ​ນັກຄົ້ນ
ຄວ້າ​ໄດ້​ພົບ​ເຫັນຢາ ຈຳນວນ​ນຶ່ງ​ທີ່ສາມາດ​ປິ່ນປົວ​ຄົນທີ່​ຕິດ
ພະຍາດໃນ​ຫຼາຍ​ກໍລະນີ​ທີ່​ຮ້າຍ​ແຮງ​ ​ໃຫ້ຫາ​ຍດີ​ໄດ້. ຜູ້ສື່​ຂ່າວ
​ວີ​ໂອ​ເອ Carol Pearson ມີ​ລາຍ​ລະອຽດ​ເພີ່ມ​ເຕີມ ດັ່ງສິງ​
ຈະ​ນຳມາສະ​ເໜີທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:


ບັນດາ​ນັກ​ຄົ້ນຄວ້າ​ໄດ້​ຊອກ​ຫາ​ຊ່ອງ​ທາງ​ຕ່າງໆ​ ​ເພື່ອ​ປິ່ນປົວ​ຫຼືປ້ອງ​ກັນ​ການ​ຕິດ​ເຊື້ອ
​ພະຍາດ​ຕັບ​ອັກ​ເສບ hepatitis C ຊຶ່ງພະຍາດ​ດັ່ງກ່າວ​ນີ້ ​ເປັນ​ພະຍາດ​ທີ່​ຕິດ​ແປດ ແລະ
​ສາມາດ​ເຮັດ​ໃຫ້ຕັບ​ບໍ່​ທຳ​ງານ ຕະຫຼອດ​ທັງ​ເປັນ​ໂຣກມະ​ເຮັງ​ໃນຕັບ ​ແລະ​ເສຍ​ຊີວິດ​ໄດ້.

Dr. Anthony Fauci ທີ່​ສະ​ຖາ​ບັນ​ອະນາ​ໄມ​ແຫ່ງ​ຊາດ ​ຫຼື National Institute of
Health ກ່າວ​ວ່າ:

“ການ​ຕິດ​ເຊື້ອ​ພະຍາດ​ຕັບ​ອັກ​ເສບ​ທີ່​ເຮື້ອ​ຮັງ hepatitis C ເປັນ​ສາເຫດ
ອັນສຳຄັນ ທີ່ວ່າ​ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ມີ​ການ​ຜ່າຕັດປ່ຽນ​ຕັບ​ໃໝ່​ ຢູ່​ໃນ
ສະຫະລັດ.”


Dr. Fauci ​ໄດ້​ເປັນ​ຫົວໜ້າ​ໃນ​ການ​ສຶກສາ​ຄົ້ນຄວ້າ​ ທີ່​ເພ່ງ​ເລັງ​ໃສ່ພວກ​ຄົນ​ເຈັບທີ່​ອາ​ໄສ
​ຢູ່​ໃນ​ເຂດ​ເທດສະບານ​ທີ່​ທຸກ​ຍາກ ຊຶ່ງ​ສ່ວນ​ຫຼາຍ​ແມ່ນພວກ​ຄົນ​ອາ​ເມ​ລິ​ກັນ​ເຊື້ອ​ສາຍ​ອາ
​ຟຣິກາ ທີ່​ຕິດ​ເຊື້ອ​ພະຍາດ​ຕັບອັກ​ເສບ​ແລ້ວ. ພວກຄົນ​ເຈັບເຫຼົ່ານີ້ ​ໄດ້​ຮັບ​ຢາ​ຊະນິດ​ໃໝ່ ​
ທີ່​ເອີ້ນ​ວ່າ Sofosbuvir ຊຶ່ງ​ຍັງ​ບໍ່​ທັນ​ໄດ້ຮັບ​ການ​ອະນຸມັດ ຈາກ​ອົງການ​ອາຫານ​ແລະຢາ​
ຂອງ​ສະຫະລັດ​ເທື່ອ. Dr. Fauci ກ່າວ​ຕື່ມ​ວ່າ:

“ຢາ Sofosbuvir ເປັນ​ຢາທີ່ຈະໄປຕໍ່ຕ້ານໂດຍກົງ ຕໍ່ເຊື້ອໄວຣັສຂອງ
ພະຍາດຕັບອັກເສບ. ຢານີ້ຈະແຊກແຊງເຂົ້າໄປ​ໂປຣຕີນ​ທີ່​ຄວບ​ຄຸມ
ປະຕິກິລິຍາ​ທາງ​ຊີວະ ​ເຄມີຫຼື enzymes ທີ່ເປັນສິ່ງສຳຄັນ ເພື່ອໃຫ້
ເຊື້ອໄວຣັສ​ແບ່ງ​ອອກ​ເປັນ​ສອງ​ຕົວ​ໄດ້​ນັ້ນ.”


ນອກນັ້ນ ພວກຄົນເຈັບຍັງໄດ້ຮັບຢາ ribavirin ຊຶ່ງເປັນຢາຊະນິດເກົ່າທີ່ໃຊ້ຕໍ່ສູ້ ກັບໂຣກ
ຕັບອັກເສບນີ້. ຫຼັງຈາກໄດ້ຮັບຢາທັງສອງຢ່າງນີ້ ເປັນເວລາໄລຍະນຶ່ງແລ້ວ ພວກຄົນເຈັບ
ໃນລະຫວ່າງ 50 ຫາ 70 ເປີເຊັນ ​ແມ່ນຫາຍຈາກພະຍາດດັ່ງກ່າວ. ເຂົາເຈົ້າບໍ່ມີເຊື້ອໄວ
ຣັສຕັບອັກເສບ hepatitis C ຢູ່ໃນເລືອດຂອງ ເຂົາເຈົ້າອີກ​ຕໍ່​ໄປ​ແລ້ວ.

ການປິ່ນປົວທີ່ວ່ານີ້ ບໍ່ຮວມທັງຢາ interferon ຊຶ່ງເປັນຢາສັກ ສຳລັບຕໍ່ສູ້ກັບພະຍາດດັ່ງ
ກ່າວ. ຢາ interferon ສາມາດສົ່ງຜົນກະທົບທີ່ຮ້າຍແຮງໄດ້ ທີ່ເຮັດໃຫ້ເປັນການຍາກ
ທີ່ພວກ​ຄົນ​ປ່ວຍ​ຈະ​ທົນໄດ້ ແຕ່ການໃຊ້ຢາທັງສອງຢ່າງ ປະສົມ​ກັນໃນການທົດລອງນັ້ນ
ມີຜົນຂ້າງຄຽງນ້ອຍ ແລະກໍບໍ່ມີຄົນເຈັບຄົນໃດ ຖອນອອກຈາກການທົດລອງດັ່ງກ່າວ.

ພະຍາດຕັບອັກເສບ ຫຼື hepatitis C ຖືວ່າເປັນພະຍາດທີ່ເອົາຊີວິດຜູ້ຄົນໄປຢ່າງງຽບໆ
ເພາະຄົນສ່ວນຫຼາຍບໍ່ຮູ້ຈັກວ່າ ຕົນເປັນພະຍາດອັນນີ້ ຈົນກວ່າມັນໄດ້ແຜ່ລາມໄປ​ແລ້ວ.
ການຮູ້ຈັກວ່າຕົນເປັນພະຍາດຊະນິດນີ້ຕັ້ງແຕ່ຫົວທີ ແມ່ນ​ຊ່ວຍປ້ອງກັນບໍ່ໃຫ້​ເຮົາເປັນ
ໂຣກມະເຮັງຕັບ ແລະຕັບລົ້ມແຫຼວ ແລະເຮັດໃຫ້​ໂອກາດດີ​ຂຶ້ນ ທີ່​ຈະປິ່ນປົວໃຫ້ຫາ​ຍ
ດີໄດ້.
ແລະນັ້ນເປັນເຫດຜົນທີ່ພາໃຫ້ Dr. Fauci ກ່າວວ່າ ການໄປຫາໝໍ ກວດເບິ່ງສຸຂະພາບ
ຢ່າງຄົບ​ຖ້ວນ​ນັ້ນ ກໍເປັນສິ່ງສຳຄັນເທົ່າໆກັນກັບການຊອກຫາຢາ ທີ່​ຄົນເຈັບ​ສາມາດກິນ​
ໄດ້​ງ່າຍໆນັ້ນ. Dr. Fauci ເວົ້າວ່າ :

“ຄວາມຄິດນຳເອົາພວກຜູ້ຄົນເຫຼົ່ານີ້ມາວິນິດໄສໂຣກ ຫຼື ກວດຫາພະຍາດ ຖ້າເຂົາເຈົ້າຕ້ອງການ ​ເພື່ອ​ໃຫ້ເຂົາເຈົ້າ​ໄດ້ຮັບ​ການປິ່ນປົວນັ້ນ ເປັນຄວາມ
ຈຳເປັນທີ່ສຳຄັນຫຼາຍ​ ໃນ​ດ້ານ​ສາທາລະນະ​ສຸກ.”


ການສຶກສາຄົ້ນຄວ້າດັ່ງກ່າວ ໄດ້​ພິມ​ອອກເຜີຍ​ແຜ່ ຢູ່ໃນວາລະສານສະມາຄົມການແພດ ອາເມຣິກັນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG