ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ໂຄລົມເບຍ ເດີນຂະບວນ ເພື່ອສະໜັບ ສະໜູນຂໍ້ຕົກລົງ ສັນຕິພາບ


ແມ່ຍິງຄົນໜຶ່ງຖືດອກໄມ້ ໃນຂະນະທີ່ລາວເຂົ້າຮ່ວມໃນການເດີນຂະບວນສັນຕິພາບ ໃນນະຄອນຫຼວງ ໂບໂກຕາ, ໂຄລົມເບຍ. 12 ຕຸລາ, 2016.
ແມ່ຍິງຄົນໜຶ່ງຖືດອກໄມ້ ໃນຂະນະທີ່ລາວເຂົ້າຮ່ວມໃນການເດີນຂະບວນສັນຕິພາບ ໃນນະຄອນຫຼວງ ໂບໂກຕາ, ໂຄລົມເບຍ. 12 ຕຸລາ, 2016.

ປະຊາຊົນຫຼາຍພັນຄົນໄດ້ຫຼັ່ງໄຫຼໄປຍັງຖະໜົນຫຼາຍສາຍໃນເມືອງຕ່າງໆທົ່ວປະເທດ ໂຄ ລົມເບຍ ໃນວັນພຸດວານນີ້ ເພື່ອປະທ້ວງສະໜັບສະໜູນຂໍ້ຕົກລົງສັນຕິພາບສະບັບໜຶ່ງ ລະ ຫວ່າງ ລັດຖະບານກັບກຸ່ມກະບົດທີ່ນິຍົມລັດທິມາກຊິສ ຜູ້ທີ່ເຄີຍມີຄວາມອາຄາດຄຽດ ແຄ້ນຕໍ່ກັນມາເປັນເວລາດົນກວ່າ 5 ທົດສະວັດ.

ການເດີນຂະບວນໃນວັນພຸດວານນີ້ ເປັນເທື່ອທີ່ສອງຂອງການເຕົ້າໂຮມກັນຄັ້ງໃຫຍ່ຂອງ ປະຊາຊົນຊາວ ໂຄລົມເບຍ ໃນການສະໜັບສະໜູນຂໍ້ຕົກລົງສັນຕິພາບ ທີ່ໄດ້ຖືກເຊັນໂດຍ ກອງກຳລັງປະຕິວັດຕິດອາວຸດແຫ່ງ ໂຄລົມເບຍ ຫຼື FARC ແຕ່ຕໍ່ມາໄດ້ຖືກປະຕິເສດໂດຍ ບັນດາຜູ້ລົງຄະແນນສຽງ.

ການປະທ້ວງໄດ້ເກີດຂຶ້ນໃນຂະນະທີ່ຜູ້ໄດ້ຊະນະລາງວັນ ໂນເເບລ ຂະແໜງສັນຕິິພາບ ປີ 2016 ປະທານາທິບໍດີ Juan manuel Santos ໄດ້ສືບຕໍ່ເຈລະຈາກັບບັນດານັກການ ເມືອງຝ່າຍຄ້ານ ແລະ ພວກຕົວແທນຂອງກອງກຳລັງ FARC ໃນການພະຍາຍາມທີ່ຈະ ຮັກສາຂໍ້ຕົກລົງສັນຕິພາບໄວ້.

ບັນດາຜູ້ລົງຄະແນນສຽງໄດ້ປະຕິເສດຂໍ້ຕົງລົງຢ່າງຫວຸດຫວິດ ດ້ວຍຄະແນນ 50.2 ຕໍ່ 49.7, ຫຼືໂດຍຈຳນວນຄະແນນສຽງພຽງແຕ່ 54,000 ຄະແນນ. ຜົນທີ່ອອກມາໄດ້ເຮັດໃຫ້ ບັນດາຜູ້ນຳ ໂຄລົມເບຍ ຕົກໃຈ ໃນຂະນະທີ່ການຢັ່ງຫາງສຽງສາທາລະນະທີ່ນຳໄປສູ່ການ ຄາດຄະເນຄະແນນສຽງໄວ້ ໃນການລົງປະຊາມະຕິດ ວ່າຈະຜ່ານໂດຍຄະແນນ 2 ຕໍ່ 1.

ໃນສັບປະດາທີ່ຜ່ານມາ, ທ່ານ Santos ໄດ້ກ່າວວ່າ ທ່ານຈະຂະຫຍາຍຂໍ້ຕົກລົງການຢຸດ ຍິງກັບພວກກະບົດ ຈົນຮອດວັນທີ 31 ເດືອນຕຸລາ, ເຖິງແມ່ນວ່າຄວາມຄາດຫວັງສຳລັບ ຂໍ້ຕົກລົງນີ້ ຍັງຄົງຢູ່ໃນລະດັບຕ່ຳ ຍ້ອນວ່າບັນດາຜູ້ນຳຂອງກອງກຳລັງ FARC ໄດ້ປ່ຽນ ຄວາມຄິດເຫັນ ກ່ຽວກັບ ຂໍ້ຕົກລົງສັນຕິພາບທີ່ໄດ້ຖືກເຊັນກັນໄວ້ແລ້ວ ແລະ ຝ່າຍກົງການ ຂ້າມກ່າວວ່າ ພວກກະບົດຕ້ອງການທີ່ຍອມຮັບເອົາເງື່ອນໄຂທີ່ໜັກແໜ້ນກວ່ານີ້.

ພວກຜູ້ລົງຄະແນນສຽງທີ່ໄດ້ເລືອກວ່າ “ບໍ່” ແທ້ຈິງແລ້ວພວກເຂົາເຈົ້າເຄືອງໃຈທີ່ວ່າພວກ ກະບົດ FARC ໝົດທຸກຄົນຈະບໍ່ຖືກຈັບເຂົ້າຄຸກ

ຍ້ອນອາຊະຍາກຳທີ່ພວກເຂົາໄດ້ກໍ່ເອົາໄວ້ ໃນລະຫວ່າງການຍຶດອຳນາດ ແລະ ໄດ້ຮັບ ການສະໜັບສະໜູນດ້ານການເງິນຈາກລັດຖະບານ.

ນອກນັ້ນພວກເຂົາເຈົ້າຍັງມີຄວາມຜິດຫວັງວ່າ ພວກ FARC ຈະຖືກມອບບ່ອນນັ່ງໃນລັດ ຖະສະພາ ໂຄລົມເບຍ ໂດຍບໍ່ມີການເລືອກຕັ້ງ ໃນການແລກປ່ຽນເພື່ອຫັນປ່ຽນກອງກຳລັງ FARC ໃຫ້ເປັນພັກການເມືອງ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG