ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຈລະຈາສັນຕິພາບ ຂອງລັດຖະບານກັບ ກຸ່ມກະບົດ ELN ໃນໂຄລົມເບຍ


Colombia Peace Talks
please wait
Embed

No media source currently available

0:00 0:01:35 0:00

ໂຄ​ລົມ​ເບຍ ຈະ​ຈັດ​ໃຫ້​ມີ​ການເຈລະຈາ​ສັນຕິ​ພາບ ກັບ​ອັນ​ທີ່​ເອີ້ນ​ວ່າ ກຸ່ມ​ກະບົດ​ທີ 2
​ໃນ​ເດືອນ​ໜ້າ​ນີ້ ຫຼັງ​ຈາກ​ທີ່​ພວກ​ກະບົດ ​ໄດ້​ຕົກລົງ ​ປ່ອຍນັກ​ການ​ເມືອງ​ທີ່​ຖືກ​ກັກ​ຂັງ​
ໄວ້​ນັ້ນ.

ການເຈລະຈາທີ່ຖືກໂຈະ​ມາ​ເປັນ​ເວລາ​ດົນ​ນານ​ ກັບກຸ່ມກະບົດ ELN ຫລືກອງທັບ
ປົດປ່ອຍຊາດ ​ແມ່ນກຳໜົດໃສ່ວັນທີ 8 ກຸມພາ ໃກ້ໆກັບນະຄອນ Quito, ປະ​ເທດ​ Ecuador.

“ນີ້ແມ່ນເປັນຂ່າວດີຫຼາຍສຳລັບປະເທດ” ຊຶ່ງປະທານາທິບໍດີໂຄລົມເບຍ Juan
Manuel Santos ໄດ້ກ່າວໃນວັນພຸດວານນີ້ ທີ່ນະຄອນ Davos Switzerland ບ່ອນທີ່ທ່ານ ເຂົ້າຮ່ວມກອງປະຊຸມເສດຖະກິດໂລກ. ທ່ານຍັງໄດ້ກ່າວອີກວ່າ “ພວກເຮົາແມ່ນໄດ້ ພະຍາຍາມລິເລີ່ມການເຈລະຈາຢ່າງເປັນທາງການມາໄດ້
3 ປີ ແລ້ວ ຊຶ່ງມັນເປັນ ຂັ້ນຕອນທີ່ຫຍຸ້ງຍາກລຳບາກຫຼາຍ.”

ຫົວໜ້າເຈລະຈາຂອງກຸ່ມກະບົດ ELN ທ່ານ Israel Ramierez ເອີ້ນການປະກາດນີ້
ວ່າ ເປັນ “​ໄຊຊະນະ.”

ກຸ່ມ ELN ແມ່ນໄດ້ຈັບກຸມນັກການເມືອງໂຄລົມເບຍ ທ່ານ Olin Sanchez ມາ​ໄດ້
ເກືອບ 10 ເດືອນ. ກຸ່ມກະບົດນີ້ວາງແຜນທີ່ຈະມອບຕົວທ່ານ Sanchez ໃຫ້ກັບກຳມະ
​ການ ສະພາກາແດງສາກົນ ນຶ່ງສັບປະດາ ກ່ອນໜ້າການເຈລະຈາຈະ​ເລີ້ມຂຶ້ນ.

ຄືກັນກັບກຸ່ມກະບົດອື່ນໆ ໃນໂຄລົມເບຍ ເຊັ່ນກຸ່ມ​ກະບົດ FARC ກຸ່ມ ELN ໄດ້ນຳໃຊ້ ການລັກພາຕົວຂອງນັກການເມືອງ ແລະຊາວຕ່າງດ້າວ ເພື່ອເປັນກົນໄກໃນການຫາ
ລາຍໄດ້ ກ່ຽວ​ກັບການປະຕິບັດງານຕ່າງໆຂອງຕົນ.

ກຸ່ມ ELN ແມ່ນນ້ອຍກວ່າກຸ່ມ FARC ແຕ່ວ່າ ສະຫະລັດແລະສະຫະພາບຢູໂຣບ ຍັງຖືກຸ່ມດັ່ງກ່າວວ່າ ເປັນກຸ່ມກໍ່ການຮ້າຍ.

ກຸ່ມ ELN ໄດ້ຈັດການເຈລະຈາສັນຕິພາບແບບປົກກະຕິ ກັບລັດຖະບານ. ການເຈລະຈາ
ສັນຕິພາບແບບຈິງຈັງ ໄດ້ຖືກໂຈະ ປະມານປີນຶ່ງ ຍ້ອນການກັກຂັງທ່ານ Sanchez ແລະຕົວປະກັນອື່ນໆ.

ທ່ານ Santos ໄດ້ກ່າວວ່າ ຂໍ້ຕົກລົງກັບກຸ່ມ ELN ຈະເປັນບາດກ້າວທີ່ສຳຄັນ ແລະສາມາດ
ນຳໄປສູ່ ການມີສັນຕິ​ພາບທີ່ເຕັມຮູບແບບ ຢູ່​ໂຄ​ລົມ​ເບຍ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG