ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຄລໍາເບຍ ສືບຕໍ່ ເຈລະຈາ ສັນຕິພາບ ກັບກຸ່ມ FARC (ວີດີໂອ)


ຜູ້ເຈລະຈາ ກຸ່ມກອງ​ທັບ​ປະຕິ​ວັດໂຄ​ລໍາ​ເບຍ ຫລື FARC ທ່ານ Pablo Catatumbo (ກາງ) ອ່ານເອກກະສານ ໃນນາມຜູ້ນໍາ
ຄະນະເຈລະຈາ ຂອງ FARC ທີ່ເມືອງຫລວງ Havana ຂອງຄິວບາ.
ຜູ້ເຈລະຈາ ກຸ່ມກອງ​ທັບ​ປະຕິ​ວັດໂຄ​ລໍາ​ເບຍ ຫລື FARC ທ່ານ Pablo Catatumbo (ກາງ) ອ່ານເອກກະສານ ໃນນາມຜູ້ນໍາ ຄະນະເຈລະຈາ ຂອງ FARC ທີ່ເມືອງຫລວງ Havana ຂອງຄິວບາ.
ປະທານາທິບໍດີ ​ໂຄ​ລໍາ​ເບຍ ທ່ານ Juan Manuel Santos
ກ່າວ​ວ່າ ທ່ານ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້ບັນດາ​ຜູ້​ເຈລະຈາ​ຂອງລັດ
ຖະບານ ກັບ​ຄືນໄປ​ຍັງຄິວ​ບາ ​ເພື່ອ​ສືບ​ຕໍ່​ທໍາ​ກາ​ນ​ເຈລະຈາ
ສັນຕິພາບກັບ ກຸ່ມກອງ​ທັບ​ປະຕິ​ວັດໂຄ​ລໍາ​ເບຍ ຫລື FARC
ຊຶ່ງເປັນກອງທັບ​ຂອງ​ຝ່າຍກະບົດ​ທີ່​ໃຫຍ່​ສຸດ​ຈຸສຸດ​ທ້າຍ​ຂອງ
ອາເມຣິກາ ​ລາ​ຕິນ​.

ທ່ານ Juan Manual Santos ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ :

“ຂ້າພະ​ເຈົ້າ ​ໄດ້​ສັ່ງໃຫ້ ບັນດາ​ຜູ້​ເຈລະຈາ ກັບ​ຄືນໄປຍັງ
ຄິວ​ບາ ​ແລະສືບ​ຕໍ່​ການ​ເຈລະ​ຈາ​ດັ່ງກ່າວ ​ໃນມື້​ອຶ່ນນີ້ ​
ເວລາ 8:30 ຕອນ​ເຊົ້າ ເພື່ອເບິ່ງ​ວ່າພວກເຮົາຈະສາມາດຕົກລົງ​ກັນ​ໄດ້ບໍ່. ​
ພວກ​ເຮົາ​ໄດ້​ທໍາ​ຄວາມ​ກ້າວໜ້າມາ​ແລ້ວ. ພວກ​ເຮົາ​ໄດ້​ທໍາ​ຄວາມກ້າວໜ້າ
ມາຫລາຍ​ສົມຄວນ ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ ແຕ່​ພວກ​ເຮົາ​ກໍຕ້ອງມອງ​ເບິ່ງ​
ສະພາບໂຕ​ຈິງ. ພວກ​ເຮົາ​ຍັງ​ມີ​ວຽກ​ຫລາຍຢູ່ ​ທີ່​ຈະ​ຕ້ອງ​ໄດ້​ເຮັດ.”


ຄໍາ​ປະກາດ​ດັ່ງກ່າວໄດ້​ມີ​ຂື້ນ ​ໃນ​ຂະນະ​ທີ່​ຝ່າຍະຫານ ​ໄດ້​ເພີ້​ມການ​ລາ​ດຕະ​ເວນ​ໃນ​ແຂວງ
Arauca ຫລັງ​ຈາກ​ໄດ້​ມີ​ການ​ດັກ​ໂຈມ​ຕີ​ໂດຍກຸ່ມ FARC ທີ່​ໄດ້ສັງ ຫານ​ທະຫານ 14 ຄົນ.

ການ​ດັກ​ໂຈມ​ຕີ​ເມື່ອ​ວັນ​ເສົາ​ຜ່ານ​ມາ ​ໄດ້​ເກີດ​ຂື້ນ​ຢູ່​ໃນ​ແຂວງ Arauca ປະມານ 390 ກິ​ໂລ​
ແມັດ ຫ່າງ​ຈາກ​ເມືອງ​ຫລວງ Bogota ​ໄປທາງ​ກໍ້າຕາ​ເວັນ​ອອກສຽງ​ເໜືອ​.

FARC ​ແມ່ນ​ອົງການ​ຈັດ​ຕັ້ງພວກ​ກໍ່​ການ​ຮ້າຍ Marxist ທີ່​ໄດ້​ທໍາ​ການ​ສູ້​ລົບ​ກັບ​ກອງທັບ​
ໂຄ​ລໍາ​ເບຍ ມາ​ຕັ້ງ​ແຕ່ປີ 1964.

ເບິ່ງວີດິໂອ ປະທານາທິບໍດີໂຄລໍາເບຍ ຖະແຫລງເລື້ອງສັ່ງໃຫ້ຄືນໄປເຈລະຈາ:

colombia
please wait
Embed

No media source currently available

0:00 0:00:45 0:00


Colombia's President Juan Manuel Santos says he has instructed government negotiators to return to Cuba to continue peace talks with the Revolutionary Armed Forces of Colombia, or FARC - Latin America's last major rebel army.

Juan Manuel Santos, Colombia President:

"I have instructed negotiators to return (to Cuba) and tomorrow, at 8:30 a.m., continue with these talks to see if we can come to an agreement. And we have advanced. We have advanced quite a lot, like never before, although we have to be realists. We still have a lot of work to do."

The announcement comes as the military stepped up patrols in Arauca province after an ambush by FARC killed 14 soldiers.

Saturday's ambush occurred in the province of Arauca about 390 kilometers northeast of the capital, Bogota.

FARC is a Marxist-rebel organization that has been fighting the Colombian army since 1964.
XS
SM
MD
LG