ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມກະບົດ ອັນດັບ 2 ຂອງໂຄລົມເບຍ ຕົກລົງ ເຈລະຈາ ສັນຕິພາບ ກັບ ປ. ແຊນໂຕສ


ປະທານາທິບໍດີ ໂຄລົມເບຍ ທ່ານ Juan Manuel Santos ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຫຼັງຈາກທີ່ໄດ້ພົບປະກັບ ອະດີດ ປະທານາທິບໍດີ ໂຄລົມເບຍ ທ່ານ Alvaro Uribe ຢູ່ທີ່ຫໍ Narino ໃນນະຄອນຫຼວງ Bogota ຂອງໂຄລົມເບຍ, ວັນທີ 5 ຕຸລາ 2016.
ປະທານາທິບໍດີ ໂຄລົມເບຍ ທ່ານ Juan Manuel Santos ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຫຼັງຈາກທີ່ໄດ້ພົບປະກັບ ອະດີດ ປະທານາທິບໍດີ ໂຄລົມເບຍ ທ່ານ Alvaro Uribe ຢູ່ທີ່ຫໍ Narino ໃນນະຄອນຫຼວງ Bogota ຂອງໂຄລົມເບຍ, ວັນທີ 5 ຕຸລາ 2016.

ລັດຖະບານໂຄລົມເບຍ ກັບ ກຸ່ມກະບົດທີ່ໃຫຍ່ທີ່ສຸດອັນດັບສອງຂອງປະເທດ ໄດ້ປະກາດ ເລີ່ມການເຈລະຈາສັນຕິພາບກັນ ທີ່ຈະມີຂຶ້ນ ໃນວັນທີ 27 ຕຸລາ ທີ່ນະຄອນຫຼວງ ຂອງ ປະເທດເອກົວດໍ.

ການປະກາດເຈລະຈາ ກັບ ກອງທັບປົດປ່ອຍແຫ່ງຊາດ ທີ່ມີກຳລັງທະຫານ 2,000 ຄົນ ໃນວັນຈັນວານນີ້ ໄດ້ມີຂຶ້ນພຽງສອງສາມມື້ ຫຼັງຈາກ ບັນດາຜູ້ມີສິດອອກສຽງ ຊາວ ໂຄລົມເບຍ ໄດ້ສ້າງຄວາມບໍ່ໜ້າເຊື່ອ ໃຫ້ແກ່ບັນດານັກການທູດ ແລະ ບັນດາຜູ້ນຳ ຂອງໂລກ ທັງຫຼາຍ ດ້ວຍການປະຕິເສດ ຕໍ່ຂໍ້ຕົກລົງສັນຕິພາບ ວ່າດ້ວຍການຍຸຕິ ການສູ້ລົບທີ່ໄດ້ແກ່ຍາວມາໄດ້ ເຄິ່ງສັດຕະວັດ ລະຫວ່າງ ລັດຖະບານ Bogota ກັບ ກຳລັງ​ປະກອບອາວຸດ ​ປະຕິວັດ​ ໂຄ​ລົມ​ເບຍ​ ທີ່​ເອີ້ນຫຍ້ໍວ່າ FARC ຊຶ່ງເປັນກຸ່ມກະບົດ ທີ່ໃຫຍ່ຫຼາຍກວ່າ ນັ້ນ.

ປະທານາທິບໍດີ Juan Manuel Santos ກ່າວຢູ່ໃນຖະແຫລງການ ຫຼັງການປະກາດ ໃນວັນຈັນວານນີ້ ທີ່ໄດ້ ປະຕິຍານວ່າ “ສັນຕິພາບ ຈະບໍ່ຫລຸດອອກຈາກນ້ຳມື ຂອງ ພວກເຮົາໄປໄດ້.” ທ່ານໄດ້ກ່າວແທນວ່າ “ມັນຈະເຂັ້ມແຂງຂຶ້ນອີກ.....ແລະ ມັນຈະ ຕ້ອງສຳເລັດ.”

ຂໍ້ຕົກລົງສັນຕິພາບຂອງທ່ານ Santos ກັບກຸ່ມກະບົດ FARC ແມ່ນໄດ້ຖືກຍົກຍ້ອງ ຢ່າງກວ້າງຂວາງ ໂດຍນາໆຊາດ ແຕ່ໄດ້ເສຍໄຊຢ່າງຫວຸດຫວິດ ຢູ່ທາງບ້ານ ຍ້ອນເຫັນ ວ່າ ຜ່ອນຜັນໂທດຫຼາຍເກີນໄປໃຫ້ແກ່ພວກກະບົດ ຜູ້ທີ່ໄດ້ເລີ່ມຕໍ່ສູ້ລັດຖະບານ ໃນປີ 1964 ເປັນຕົ້ນມາ.

ເຖິງແມ່ນວ່າຈະຜ່າຍແພ້ກໍຕາມ ທ່ານ Santos ໄດ້ຮັບລາງວັນ Nobel ຄະແໜງ ສັນຕິພາບ ເມື່ອສັບປະດາແລ້ວນີ້ ສຳລັບຄວາມພະຍາຍາມຂອງທ່ານ ເພື່ອຍຸຕິສົງຄາມ ອັນຍາວນານທີ່ສຸດ ຂອງຊີກໂລກແຫ່ງນີ້.

ອະດີດປະທານາທິບໍດີ ທ່ານ Avaro Uribe ຕອນນີ້ ກຳລັງພະຍາຍາມ ທີ່ຈະເຈລະຈາ ຂໍ້ຕົກໃນພາກສ່ວນຂອງ ກຸ່ມກະບົດ FARC ທີ່ຈະຮັບປະກັນທີ່ນັ່ງຈຳນວນໜຶ່ງ ໃນລັດ ຖະສະພາ ໃຫ້ແກ່ພວກເຂົາ ແລະ ຈະໄດ້ຮັບການຄຸ້ມກັນ ບໍ່ໃຫ້ມີການດຳເນີນຄະດີ ແລະ ການຖືກລົງໂທດຈຳຄຸກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG