ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ໄພນໍ້າຖ້ວມ ແລະ ດິນຕົມເຈື່ອນໃນ ປະເທດ ໂຄລົມເບຍ ເຮັດໃຫ້ ປະຊາຊົນ ຢ່າງໜ້ອຍ 254 ຄົນເສຍຊີວິດ


ຜູ້ຊາຍຄົນໜຶ່ງຍ່າງຢູ່ເທິງຊາກຫັກພັງ ຫຼັງຈາກນໍ້າຖ້ວມ ແລະ ດິນ
ຕົມເຈື່ອນໃນເມືອງ Mocoa, ປະເທດ ໂຄລົມເບຍ. 2 ເມສາ, 2017.
ຜູ້ຊາຍຄົນໜຶ່ງຍ່າງຢູ່ເທິງຊາກຫັກພັງ ຫຼັງຈາກນໍ້າຖ້ວມ ແລະ ດິນ ຕົມເຈື່ອນໃນເມືອງ Mocoa, ປະເທດ ໂຄລົມເບຍ. 2 ເມສາ, 2017.

ບັນດາຄອບຄົວ ແລະ ໜ່ວຍກູ້ໄພໄດ້ຄົ້ນຫາຜູ້ເຄາະຮ້າຍຂອງໄພນ້ຳຖ້ວມ ແລະ ດິນ
ເຈື່ອນຢູ່ ພາກໃຕ້ຂອງປະເທດ ໂຄລົມເບຍ ໃນວັນອາທິດວານນີ້ ເຊິ່ງມັນໄດ້ເຮັດໃຫ້ປະ
ຊາຊົນ ລວມທັງເດັກນ້ອຍຢ່າງໜ້ອຍ 254 ຄົນເສຍຊີວິດ, ປະຊາຊົນຫຼາຍຮ້ອຍຄົນໄດ້
ຮັບບາດເຈັບ, ແລະ ໄດ້ທຳລາຍໝູ່ບ້ານທັງໝົດ.

ປະທານາທິບໍດີ ໂຄລົມເບຍ ທ່ານ Juan Manuel Santos ຜູ້ໄດ້ເດີນທາງໄປເມືອງ
Mocoa ອີກຄັ້ງໜຶ່ງ ໃນວັນອາທິດວານນີ້ ເພື່ອຊີ້ນຳການປະຕິບັດການກູ້ໄພໄດ້ຂຽນຂໍ້
ຄວາມລົງໃນ Twitter ວ່າ “ໂຊກບໍ່ດີ, ຕົວເລກພວກນີ້ຍັງເປັນຈຳນວນເບື້ອງຕົ້ນຢູ່.” ທ່ານໄດ້ຂຽນວ່າ ພວກເຮົາຂໍສູດມົນໃຫ້ແກ່ພວກເຂົາເຈົ້າ. ພວກເຮົາຂໍສະແດງ
ຄວາມເສຍໃຈຂອງພວກເຮົາ ແລະ ຄວາມໄວ້ອາໄລຈາກປະຊາຊົນທົ່ວປະເທດໃຫ້
ແກ່ຄອບຄົວຂອງພວກເຂົາເຈົ້າ.”

ທ່ານໄດ້ຖິ້ມໂທດໃສ່ສະພາບອາກາດປ່ຽນແປງສຳລັບໄພພິບັດຄັ້ງນີ້, ໂດຍກ່າວວ່າ
ເມືອງ Mocoa ໄດ້ຮັບໜຶ່ງສ່ວນສາມຂອງຈຳນວນນໍ້າຝົນຕາມປົກກະຕິໃນແຕ່ລະ
ເດືອນຂອງພວກເຂົາເຈົ້າພາຍໃນພຽງຄ່ຳຄືນດຽວ.

ທ່ານ Santos ໄດ້ສະແດງຄວາມຂອບໃຈຕໍ່ ຈີນ ແລະ ທະນາຄານພັດທະນາ Inter-
American ສຳລັບການບໍລິຈາກເງິນ 1 ລ້ານໂດລາ ແລະ 200,000 ໂດລາ ຕາມລຳ
ດັບ ຕໍ່ຄວາມພະຍາຍາມບັນເທົາທຸກ, ເຊັ່ນດຽວກັບ ເຢຍຣະມັນ ແລະ ແບລຈຽມ.

ແມ່ນ້ຳຫຼາຍສາຍໄດ້ລົ້ນຝັ່ງຂອງມັນໃກ້ໆກັບເມືອງ Mocoa ໃນຕອນເຊົ້າຂອງວັນ
ເສົາທີ່ຜ່ານມາ, ເຮັດໃຫ້ນໍ້າ, ຂີ້ຕົມ ແລະ ຊາກຫັກພັງຕ່າງໆໄຫຼລົງຖະໜົນເສັ້ນຕ່າງໆ
ແລະ ເຂົ້າບ້ານຂອງປະຊາຊົນໃນເວລາທີ່ພວກເຂົາເຈົ້າກຳລັງນອນຢູ່.

ບັນດາອາສາສະໝັກ ແລະ ນັກດັບເພີງໄດ້ເກັບກູ້ສົບຄົນຕາຍມາໄດ້ 82 ສົບໃນລຸ່ມ
ແມ່ນໍ້າ ຂອງເມືອງ Villagarzon ແລະ ໄດ້ກ່າວວ່າ ສົບຈຳນວນຫຼາຍ ຍັງຕິດຄາຢູ່
ໃນຊາກຫັກພັງ.

ບັນດາເຈົ້າໜ້າທີ່ໄພພິບັດກ່າວວ່າ ປະຊາຊົນຫຼາຍກວ່າ 500 ຄົນ ໄດ້ໄປອາໄສຢູ່ບ່ອນ
ລີ້ໄພສຸກເສີນ ແລະ ໜ່ວຍບໍລິການສັງຄົມ ໄດ້ຊ່ວຍເຫຼືອພວກເດັກນ້ອຍທີ່ຫຼົງທາງ 10 ຄົນຊອກຫາພໍ່ແມ່ຂອງພວກເຂົາເຈົ້າ.

ໄພພິບັດດັ່ງກ່າວໄດ້ເກີດຂຶ້ນ ຫຼັງຈາກຝົນຕົກໜັກຫຼາຍມື້ ເຊິ່ງໄດ້ເຮັດໃຫ້ພື້ນທີ່ສ່ວນ
ໃຫຍ່ຂອງພາກພື້ນ ຂາດໄຟຟ້າໃຊ້ ຫຼື ນໍ້າປະປາ.

ພະສັນຕະປາປາ Francis ໄດ້ເວົ້າເຖິງໂສກນາດຕະກຳດັ່ງກ່າວໃນນະຄອນ
Vatican ໃນວັນອາທິດວານນີ້, ໂດຍກ່າວວ່າພະອົງ “ມີຄວາມເສົ້າສະຫຼົດໃຈເປັນ
ຢ່າງຍິ່ງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Colombia Mudslide
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG