ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບ ໂຄລົມເບຍ ສັງຫານສະມາຊິກ ກະບົດຝ່າຍຊ້າຍ 18 ຄົນ


ປະທານາທິບໍດີໂຄລົມເບຍ ທ່ານ Juan Manuel Santos ໃນຂະນະໃຫ້ການສຳພາດ ແກ່ອົງການຂ່າວຣອຍເຕີ.
ປະທານາທິບໍດີໂຄລົມເບຍ ທ່ານ Juan Manuel Santos ໃນຂະນະໃຫ້ການສຳພາດ ແກ່ອົງການຂ່າວຣອຍເຕີ.

ເຈົ້າໜ້າທີ່ກອງທັບຄົນນຶ່ງກ່າວວ່າ ທະຫານ Colombia ​ໄດ້​ສັງ
ຫານ​ສະມາ​ຊິກ 18 ຄົນ ​ຂອງກຸ່ມ​ກະບົດ​ຝ່າຍ​ຊ້າຍ ກອງກຳລັງ​
ປະຕິວັດ​ປະກອບອາວຸດໂຄ​ລົມ​ເບຍ ຫລື FARC ​ໃນ​ວັນ​ພະຫັດ​
ວານນີ້ ຈາກ​ການ​ໂຈມ​ຕີຖີ້ມລະ​ເບີດ.

ການ​ປະຕິບັດ​ງານ​ດັ່ງກ່າວໄດ້​ມີຂື້ນ​ຢູ່ໃນຂົງ​ເຂດ Cauca ທາງ​
ພາ​ກຕາ​ເວັນ​ຕົກ​ຂອງໂຄ​ລົມ​ເບຍ ຊຶ່ງ​ເປັນ​ທີ່​ໝັ້ນ​ອັນເຂັ້ມ​ແຂງ​
ຂອງພວກກະບົດ FARC ​ແລະເປັນເຂດ​ຄ້າ​ຢາ​ເສບ​ຕິດ​ທີ່
ສຳຄັນ.

ການ​ໂຈມຕີ​ທາງ​ອາກາດຄັ້ງນີ້ແມ່ນການໂຈມຕີທີ່ຮ້າຍ​ແຮງທີ່ສຸດບັ້ນນຶ່ງລະຫວ່າງ ພວກ
ກອງ​ໂຈນ​ແລະ​ລັດຖະບານ ນັບ​ຕັ້ງ​ແຕ່​ການ​ເຈລະຈາ​ສັນຕິພາບ ລະຫວ່າງ​ສອງ​ຝ່າຍໄດ້​
ເລີ້ມຂື້ນ​ເມື່ອ​ສອງ​ປີ​ກ່ອນ.

ປະທານາທິບໍດີ ​ໂຄ​ລົມ​ເບຍ ທ່ານ Juan Manuel Santos ​ໄດ້​ຍົກເລີກ​ການ​ໂຈະການ
ໂຈມ​ຕີ​ທາງ​ອາກາດຕໍ່​ພວກ​ກອງ​ໂຈນ Maxist ​ໃນ​ເດືອນ​ແລ້ວນີ້ ຫລັງ​ຈາກ​ສະມາຊິກ
​ຂອງ​ກຸ່ມ​ກະບົດ ​ເປັນ​ທີ່​ສົງ​ໄສ​ວ່າ ໄດ້ສັງຫານ​ທະທານ 10 ຄົນ.

ກຸ່ມກະບົດ FARC ໄດ້ທຳ​ການ​ສູ້​ລົບ​ກັບລັດຖະບານ​ໂຄ​ລົມ​ເບຍ ​ຕັ້ງ​ແຕ່ກາງຊຸມ​ປີ 1960​.
ບັນຫາຂັດ​ແຍ້​ງດັ່ງກ່າວ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດໄປແລ້ວ​ຫລາຍ​ກວ່າ 200,000 ຄົນ.

XS
SM
MD
LG