ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຄລອມເບຍ ແລະກຸ່ມກະບົດ FARC ປະກາດ ຂໍ້ຕົກລົງ ສັນຕິພາບ ຄັ້ງປະຫວັດສາດ


ນັກເຈລະຈານຳ ຂອງກຸ່ມ FARC ທ່ານ Ivan Marquez, ຊ້າຍ, ແລະນັກເຈລະຈານຳ ຂອງລັດຖະບານ ໂຄລອມເບຍ ທ່ານ Humberto de la Calle ສຳພັດມືກັນ ໃນຂະນະທີ່ ລັດຖະມົນຕີການຕ່າງປະເທດ ຂອງຄິວບາ ທ່ານ Bruno Rodriguez ຢືນເບິ່ງ ຫຼັງຈາກການລົງນາມໃນຂໍ້ຕົກລົງສັນຕິພາບ ສະບັບສຸດທ້າຍ ໃນນະຄອນຫຼວງ Havana ຂອງຄິວບາ, ວັນທີ 24 ສິງຫາ 2016.
ນັກເຈລະຈານຳ ຂອງກຸ່ມ FARC ທ່ານ Ivan Marquez, ຊ້າຍ, ແລະນັກເຈລະຈານຳ ຂອງລັດຖະບານ ໂຄລອມເບຍ ທ່ານ Humberto de la Calle ສຳພັດມືກັນ ໃນຂະນະທີ່ ລັດຖະມົນຕີການຕ່າງປະເທດ ຂອງຄິວບາ ທ່ານ Bruno Rodriguez ຢືນເບິ່ງ ຫຼັງຈາກການລົງນາມໃນຂໍ້ຕົກລົງສັນຕິພາບ ສະບັບສຸດທ້າຍ ໃນນະຄອນຫຼວງ Havana ຂອງຄິວບາ, ວັນທີ 24 ສິງຫາ 2016.

ການຂັດແຍ້ງດ້ວຍກຳລັງອາວຸດ ທີ່ຍາວນານທີ່ສຸດ ໃນຊີກໂລກຕາເວັນຕົກ ປາກົດວ່າ ຈະສິ້ນລົງໃນທີ່ສຸດ ໃນຂະນະທີ່ ລັດຖະບານຂອງໂຄລອມເບຍ ໄດ້ບັນລຸຂໍ້ຕົກລົງ ສັນຕິພາບ ທີ່​ມີ​ຄວາມ​ສຳຄັນ​ຄັ້ງປະຫວັດສາດ ກັບບັນດາຜູ້ນຳກຸ່ມກະບົດ ໃນວັນພຸດ ວານນີ້ ຢູ່ທີ່​ປະ​ເທດຄິວບາ.

ຂໍ້ຕົກລົງຂອງລັດຖະບານ ກັບ ກຸ່ມກຳລັງປະກອບອາວຸດປະຕິວັດຂອງໂຄລອມເບຍ ຫຼື FARC ຍັງຈະຕ້ອງໄດ້ຮັບ​ການ​ເຫັນ​ພ້ອມ ໂດຍພວກມີສິດປ່ອນ​ບັດ ໃນການລົງປະຊາ ມະຕິ ທີ່ກຳນົດຈະຈັດຂຶ້ນໃນວັນທີ 2 ຕຸລາປີນີ້. ບັນດານັກວິເຄາະ ຄາດໝາຍວ່າ ຂໍ້​ຕົກລົງ​ດັ່ງກ່າວ​ນີ້ນຈະ​ໄດ້ ຮັບ​ການ​ອະນຸມັດ​ເຫັນ​ພ້ອມ​ນຳຢ່າງງ່າຍດາຍ.

ຄະນະເຈລະຈາ ໄດ້ອ່ານຈາກຖະແຫລງການຮ່ວມ ຢູ່ທີ່ນະຄອນ Havana ວ່າ “ການຍຸຕິ ລົງໃນການປະເຊີນໜ້າກັນດ້ວຍກຳລັງອາວຸດ ​ແມ່ນ​ສະ​ແດງ​ໃຫ້​ເຫັນ ສິ່ງທີ່ສຳຄັນສຸດ ກໍຄືການສິ້ນສຸດ ຂອງການຂັດແຍ້ງທີ່ໄດ້ກໍ່ໃຫ້ເກີດຄວາມທຸກທໍລະມານ ອັນໃຫຍ່ຫຼວງ. ພວກເຮົາບໍ່ຢາກໃຫ້ມີຜູ້ເຄາະຮ້າຍອີກ ແມ່ນແຕ່ໜຶ່ງຄົນ ຢູ່ໃນໂຄລອມເບຍ. ການສິ້ນ ສຸດຂອງການຂັດແຍ້ງນີ້ ຈະ​ເລີ້ມບົດຕອນໃໝ່ໃນປະຫວັດສາດຂອງພວກເຮົາ.”

ການປະກາດກ່ຽວ​ກັບຂໍ້ຕົກລົງນີ້ ມີຂຶ້ນຫຼັງຈາກການເຈລະຈາ​ເປັນ​ເວລາ 4 ປີ ເຊິ່ງໄດ້ ເປີດໂອກາດທີ່ເປັນໄປໄດ້ ​ໃຫ້​ແກ່ຊາວໂຄລອມເບຍ ເພື່ອຈະລືມ​ເຫດການນອງເລືອດ ທີ່ໄດ້ເອົາຊີວິດຜູ້ຄົນ​ຫຼາຍກວ່າ 220,000 ຄົນແລ້ວນັ້ນ ແລະ ໄດ້ກົດດັນ​ໃຫ້ປະຊາຊົນ ຫຼາຍກວ່າ 5 ລ້ານຄົນຕ້ອງ ​ໄດ້​ຫລົບໜີອອກຈາກເຮືອນຊານຂອງພວກເຂົາເຈົ້າ.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ໂທລະສັບໄປຫາ ປະທານາທິບໍດີ ໂຄລອມເບຍ ທ່ານ Juan Manuel Santos ເພື່ອສະແດງຄວາມຍິນດີນຳທ່ານ ກ່ຽວ​ກັບ ຂໍ້ຕົກລົງສັນຕິພາບດັ່ງກ່າວ. ທຳນຽບຂາວ ໄດ້ກ່າວວ່າ “ທ່ານປະທານາທິບໍດີ ໄດ້ຮັບຮູ້ ເຖິງ ມື້ທີ່ເປັນປະຫວັດສາດນີ້ ອັນເປັນຈຸດເຊື່ອມຕໍ່ທີ່ສຳຄັນຍິ່ງ ໃນ ຂັ້ນຕອນທີ່ຍາວນານ ເພື່ອຈະຈັດຕັ້ງປະຕິບັດຢ່າງຄົບຖ້ວນຂໍ້​ຕົກລົງສັນຍາສັນຕິພາບທີ່​ເປັນ​ທຳ​ແລະ​ຍືນ​ຍົງ​ນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Colombia Peace Accord
please wait
Embed

No media source currently available

0:00 0:03:14 0:00

XS
SM
MD
LG