ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການ​ໂຈມ​ຕີ ​ທາງ​ອາກາດ ຂອງ ສຫລ ໃສ່ກຸ່ມ ລັດອິສລາມ ຈະ​ເພີ້ມຂື້ນ ​ໃນ​ອະນາ​ຄົດ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Chuck Hagel
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Chuck Hagel

ລັດຖະມົນຕີ ປ້ອງກັນ​ປະ​ເທດ ສະຫະລັດ ທ່ານ Chuck Hagel
ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດພາຍໃຕ້ການນຳພາຂອງສະ
ຫະລັດ ຕໍ່ພວກ​ຫົວ​ຮຸນ​ແຮງ ລັດ​ອິສລາມ ຈະ​ເພີ້ມທະວີ​ຂື້ນ​ໃນ​ອະ
ນາ​ຄົດ ​ໃນ​ຂະນະ​ທີ່ ກຳລັງ​ທາງ​ພາກ​ພື້ນ​ດິນຂອງອີຣັກ ປະຕິບັດ​
ງານໄດ້ຜົນ​ຫລາຍ​ຂື້ນ.

ທ່ານ​ Hagel ​ໄດ້​ກ່າວ​ຕໍ່ຄະນະ​ກຳມະການ ລັດຖະສະພາສະຫະ
ລັດ ​ໃນ​ວັນ​ພະຫັດວານ​ນີ້ວ່າ “ຈັງຫວະ ​ແລະ​ຄວາ​ມເຂັ້ມຂຸ້ນ” ໃນ
ການ​ໂຈມ​ຕີ​ທາງ​ອາກາດ ຂອງກຸ່ມແນວ​ໂຮມ ຕໍ່ພວກຫົວຮຸນແຮງ
ລັດ​ອິສລາມ ຈະ​ເພີ້ມທະວີ​ຂື້ນຕາມ​ການ ປະຕິບັດງານຂອງກຳລັງ
​ອີຣັກ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ມີຄວາມເຂັ້ມແຂງ​ຂື້ນ.

ລັດຖະມົນຕີ Hagel ຍັງກ່່າວອີກ​ວ່າ ສະຫະລັດແລະ​ກຳລັ​ງ​ກຸ່ມແນວ​ໂຮມ​ ພວມ​ທຳ​ຄວາມ​
ຄືບ​ໜ້າ ໃນ​ການ​ສູ້​ລົບ​ຕ້ານພວກ​ຫົວ​ຮຸນ​ແຮງ​ອິສລາມ ​ໃນ​ອີຣັກ ​ແລະ​ຊີ​ເຣຍ ​ແຕ່​ວ່າ
ປະຊາຊົນ​ອາ​ເມ​ຣິກັນ ຕ້ອງ​ຕຽມ​ພ້ອມ​ ສຳລັບການຕໍ່ສູ້​ອັນ​ຍາວ​ນານ.

ທ່ານ​ກ່າວ​ວ່າ ກຳລັງຂອງອີຣັກ ຂອງຊາວ​ເຄີ​ດ ​ແລະ​ຊົນເຜົ່າ ທີ່​ໄດ້ຮັບການສະ ໜັບສະ
ໜຸນໂດຍການໂຈມຕີທາງອາກາດຂອງສະຫະລັດໄດ້​ສະກັດກັ້ນ ​ແລະ​ໃນ​ບາງກໍລະນີ
ແມ່ນໄດ້ຕ່າວປີ້ນການບຸກ​ຄືບ​ໜ້າ​ຂອງ​ກຸ່ມ​ດັ່ງກ່າວ. ​ແຕ່ ທ່ານ​ກ່າວເພີ້​ມ​ເຕີມ​ອີກວ່າ ພວກ
ລັດ​ອິສລາມ ຍັງ​ເປັນ​ອັນຕະລາຍ​ທີ່​ຮ້າຍ​ແຮງ​ຂົ່ມຂູ່​ຕໍ່​ຜົນ​ປະ​ໂຫຍ​ດຂອງຊາວອາ​ເມຣິກັນ
ຕໍ່ພັນທະ​ມິດສະຫະລັດ ​ແລະ​ຕໍ່ພາກຕາເວັນ​ອອກ​ກາງ.

US Military Leader: US May Need Ground Troops in Iraq
please wait

No media source currently available

0:00 0:01:52 0:00

ທ່ານ Hagel ​ແລະ​ນາຍພົນ Martin Demsey ປະທານ​ເສນາ​ທິການ​ຮ່ວມ ຂອງກອງ​
ທັບສະຫະລັດ ​ໄດ້​ໃຫ້ການໃນ​ວັນ​ພະຫັດວານນີ້ ຕໍ່​ຄະນະກຳມະການ ກອງທັບຂອງ
ສະພາຕ່ຳ​. ນາຍ​ພົນ Dumpsey ກ່າວ​ວ່າ ມັນ​ເປັນ​ໄປ​ໄດ້​ທີ່​ບາງ​ຄັ້ງ​ບາ​ງຄາ​ວ​ໃນ​ອະນາ​
ຄົດ ທີ່​ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ຈະ​ພິຈາລະນາ ​ແຕ່ງ​ໃຫ້ທະຫານອາເມຣິກັນຈຳນວນ
ນຶ່ງ ​ສູ້​ລົບຮ່ວມກັບກຳລັງ​ອີຣັກຢູ່​ທີ່ເມືອງ Mosul ​ໃນພາກເໜືອຂອງອີຣັກ ແລະ​ແຫ່ງ​ອຶ່ນໆຂອງປະເທດ.

ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ເຂົ້າຄວບ​ຄຸມ​ສ່ວນໃຫຍ່ຂອງ ​ເມືອງ Mosul ​ໃນເດືອນ​ມິຖຸນາຜ່ານມາ

US ISLAMIC STATE CNPK
please wait
Embed

No media source currently available

0:00 0:01:37 0:00

XS
SM
MD
LG