ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳລັງປະສົມ ເລີ້ມຢຸດຍິງ 48 ຊົ່ວໂມງ ໃນ ເຢເມນ


ພວກນັກລົບສະໜັບສະໜູນລັດຖະບານ ຫາມເອົາເພື່ອນທີ່ໄດ້ ຮັບບາດເຈັບ ລະຫວ່າງການສູ້ລົບກັບພວກກະບົດ Houthis ຢູ່ເມືອງ Taiz ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ Yemen.
ພວກນັກລົບສະໜັບສະໜູນລັດຖະບານ ຫາມເອົາເພື່ອນທີ່ໄດ້ ຮັບບາດເຈັບ ລະຫວ່າງການສູ້ລົບກັບພວກກະບົດ Houthis ຢູ່ເມືອງ Taiz ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ Yemen.

ອົງການ​ຂ່າວ​ທາງ​ການ​ຂອງຊາ​ອຸ​ດີ ຫຼື SPA ກ່າວ​ວ່າ ກຳລັງ​ປະສົມ​ພາຍ​ໃຕ້​ການນຳພາ​ຂອງຊາ​ອຸ​ດີ​ ​ໄດ້​ປະກາດຢຸດ​ຍິງຊົ່ວຄາວ​ເປັນ​ເວລາ 48 ຊົ່ວ​ໂມງ​ຢູ່​ ໃນ​ເຢ​ເມນ.

ການ​ຢຸດ​ຍິງ​ຊົ່ວຄາວນີ້ ມີ​ກຳນົດທີ່​ຈະ​ເລີ້ມ ​ໃນຕອນ​ທ່ຽງຂອງ​ວັນເສົາ​ມື້​ນີ້​ຕາ​ມ​ເວລາ​ທ້ອງ​ຖິ່ນ.

​ກຳລັງ​ປະສົມ ​ກ່າວ​ຢູ່ໃນ​ຖະ​ແຫລ​ງການ​ວ່າ ການ​ຢຸດ​ຍິງຊົ່ວຄາວນີ ​ອາດ​ຈະ​ຕໍ່ເວລາອອກ​ໄປ​ອີກ ຖ້າຫາກ​ວ່າ​ ພວກ​ກະບົດ Houthi ອະນຸ​ຍາດ​ໃຫ້​ຈັດສົ່ງ​ການ​ຊ່ວຍ​ເຫລືອ​ດ້ານມະ ນຸດສະທຳ ໄປ​ໃຫ້​ເມືອງຕ່າງໆ​ທີ່​ຖືກປິດ​ລ້ອມ.

​ເຢ​ເມນ ​ຕັ້ງ​ຢູ່​ພາກ​ໃຕ້​ສຸດ​ຂອງ​ແຫລ​ມອາຣັບ ​ໄດ້​ຕົກ​ຢູ່​ໃນ​ທ່າມກາງ​ຂອງ​ສົງຄາມ​ກາງ​ເມືອງ​ນັບ​ແຕ່​ເດືອນ​ກັນ​ຍາ​ປີ 2014 ​ເປັນຕົ້ນມາ​ເວລາພວກ​ກະບົດ Houthi ​ເຂົ້າຢຶດ​ເອົານະ ຄອນຫລວງ Sana'a ​ແລະ​ໂຄ່ນ​ລົ້ມ​ລັດ​ຖະບານ​ຂອງປະທານາທິບໍດີ Abdu Rabu Mansour Hadi.

ສະຫະ​ປະຊາ​ຊາດ​ກະ​ປະມານວ່າ ມີຫລາຍ​ກວ່າ 10,000 ຄົນ​ໄດ້​ເສຍ​ຊີວິດ ນັບ​ແຕ່ກຳລັງ​ປະສົມ​ພາຍ​ໃຕ້​ການ​ນຳພາ​ຂອງ​ຊາ​ອຸ​ດີ ເລີ້ມ​ປະຕິບັດ​ງານ​ທາງ​ທະຫານ​ຢູ່​ໃນ​ເຢ​ເມນ ​ໃນ​ເດືອນ​ມີນາ​ປີ​ກາຍ​ນີ້ ​ໃນ​ຄວາມພ​ະຍາຍາມ​ເພື່ອ​ໃຫ້​ທ່ານ Hadi ​ໄດ້​ກັບ​ຄືນ​ເຂົ້າ​ໄປ​ກຳ​ອຳ ນາດ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Yemen Conflict
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG