ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານນາງຄຼິນຕັນ ຕິຕຽນ ການເລືອກຕັ້ງ ໃນຢູເຄຣນ


ທ່ານນາງ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ
ທ່ານນາງ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ
ທ່ານ​ນາງ Hillary Clinton ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ກໍາລັງອອກສຽງ​ສະໜັບ​ສະ​ໜຸນ​ຮ່ວມສົມທົບ​ກັບບັນດາ​ນັກ​ສັງ​ເກດ​ການນາໆ​ຊາດ ທີ່​ຕໍາ​ໜິຕິຕຽນ​ການ​ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາ​ໃນ​ປະ​ເທດຢູ​ເຄຣນເມື່ອ ວັນ​ອາທິດ​ຜ່ານ​ມາ​ນີ້.

ໃນ​ການ​ຖະ​ແຫຼງ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ນະຄອນຫຼວງ Sarajevo ຂອງ​ປະ​ເທດບອສ​ເນຍ ​ເມື່ອ​ວັນ​ອັງຄານ​ວານ​ນີ້ ທ່ານ​ນາງຄຼິນຕັນເອີ້ນການ​ເລືອກ​ຕັ້ງ​ດັ່ງກ່າວ​ນີ້​ວ່າ​ເປັນບາດກ້າວ​ຖອຍຫຼັງ​ສໍາລັບ​ປະຊາທິປະ​ໄຕ​ຂອງຢູ​ເຄຣນ.

ຜົນ​ການ​ເລືອກ​ຕັ້ງ​ຂອງທາງ​ການ ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ຂອງ​ປະທານາ ທິບໍດີ Viktor Yanukovych ຊຶ່ງ​ເປັນ​ພັກລັດຖະບານປົກຄອງ​ປະ​ເທດ​ໃນ​ເວລາ​ນີ້ຍັງ​ສາມາດ​ຮັກສາ​ສຽງສ່ວນຫຼາຍ​ໄວ້​ໄດ້​ຢູ່ສະພາ​. ຈາກ​ຜົນ​ການນັບ​ ບັດຄະ​ແນນ​ໄປ​ແລ້ວ ຫຼາຍກວ່າ 95 ​ເປີ​ເຊັນ​ ປະກົດ​ວ່າ ພັກ​ຂອງ​ທ່ານມີ​ຄະ​ແນນ​ນໍາ​ໜ້າພັກປິ​ຕຸ​ພູມ​ຫຼື Fatherland ທີ່​ນິຍົມ​ຕາເວັນ​ຕົກ​ຂອງອະດີດ​ນາຍົກລັດຖະມົນຕີ Yulia Tymoshenko ຜູ້​ທີ່​ກຳລັງ​ຕິດ​ຄຸກຢູ່​ນັ້ນ ​ໂດຍ ສັດສ່ວນ 31 ​ເປີ​ເຊັນ ຕໍ່ 25 ​ເປີເຊັນ.

ບັນດາ​ນັກ​ສັງ​ເກດ​ການ​ການ​ເລືອກ​ຕັ້ງຈາກ​ອົງການ​ການ​ຮ່ວມ​ມື​ແລະ​ຄວາມ ໝັ້ນຄົງ​ໃນ​ພາກ​ພື້ນ​ຢູ​ໂຣບ ​ເວົ້າ​ວ່າ ພັກ​ການ​ເມືອງ​ຂອງ​ທ່ານ​ປະທານາ​ທິ ບໍດີ ​ໄດ້​ໃຊ້​ງົບປະມານ​ລັດ ​ເພື່ອ​ໃຊ້​ຈ່າຍ​ໃນ​ການ​ໂຄສະນາ​ຫາ​ສຽງຂອງ​ຕົນ ​ແລະ​ຄວບ​ຄຸມ​ການຫຼັ່ງ​ໄຫຼຂອງ​ຂໍ້​ມູນ​ຂ່າວສານ​ທີ່​ບໍ່ຖືກຕ້ອງ​ເໝາະສົມ.

ທ່ານ Mykola Azarov ນາຍົກລັດຖະມົນຕີຢູ​ເຄຣນບໍ່ຍອມຮັບ​ເອົາຄໍາຕໍາ ໜິຕິຕຽນການ​ເລືອກຕັ້ງ​ສະມາຊິກ​ຂອງ​ລະບົບ​ສະພາ​ດຽວ​ຢູ​ເຄຣນທີ່​ມີ 450 ບ່ອນນັ່ງ​ນັ້ນ ​ໂດຍ​ອ້າງ​ໃນ​ສິ່ງ​ທີ່​ທ່ານ​ອະທິບາຍ​ວ່າ ​ເປັນ​ການ​ປະ​ເມີນ​ຜົນ​ໃນ​ທາງ​ບວກ ຈາກ​ຄະນະ​ກໍາມະການ​ສັງ​ເກດ​ການ​ການ​ເລືອກ​ຕັ້ງ​ຈໍານວນ​ນຶ່ງ. ຊຶ່ງ​ທ່ານ ນາຍົກ Azarov ກ່າວ​ຕໍ່​ໄປ​ວ່າ:

“ພວກ​ເຮົາ​ຮູ້​ແລ້ວ​ເຖິງ​ຖະ​ແຫຼງການຕ່າງໆ​ຈາກ​ຄະນະ​ກໍາມະການ​ເລືອກ​ຕັ້ງ ທັງ​ໝົດ. ຄື​ກໍາມະການ​ທຸກໆ​ຄົນ​ແມ່ນ​ມີ​ຄວາມ​ເຫັນ​ໃນ​ທາງ​ບວກ ​ແລະ​ສະ ນັ້ນ​ພວກ​ເຮົາ​ກໍ​ຫວັງ​ວ່າ ​ໂດຍ​ລວມ​ແລ້ວນັ້ນ ບັນດາ​ນັກ​ສັງ​ເກດ​ການ​ການ ​ເລືອກ​ຕັ້ງ​ທັງ​ໝົດ​ຈະ​ປະຕິບັດງານ​ຂອງ​ພວກ​ເຂົາ​ເຈົ້າທີ່​ສໍາ​ເລັດ​ລົງ​ດ້ວຍ ຜົນ​ສະ​ລຸບທີ່ເປັນ​ທາງ​ບວກ.”
XS
SM
MD
LG