ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານນາງ Clinton ແລະທ່ານ Trump ໄດ້ຮັບໄຊຊະນະ ໃນການປ່ອນບັດ ຢູ່ໃນຫຼາຍລັດ


ຜູ້ສະໝັກປະທານາທິບໍດີສະຫະລັດ ຂອງພັກຣີພັບບລີກັນ ທ່ານ Donald Trump (ຊ້າຍ) ແລະທ່ານນາງ Hillary Clinton ຜູ້ສະໝັກປະທານາທິບໍດີ ຂອງພັກເດໂມແຄຣັດ.
ຜູ້ສະໝັກປະທານາທິບໍດີສະຫະລັດ ຂອງພັກຣີພັບບລີກັນ ທ່ານ Donald Trump (ຊ້າຍ) ແລະທ່ານນາງ Hillary Clinton ຜູ້ສະໝັກປະທານາທິບໍດີ ຂອງພັກເດໂມແຄຣັດ.

ທ່ານ​ນາງ Hillary Clinton ຈາກ​ພັກ​ເດ​ໂມ​ແຄຣັດ ​ແລະ ​ທ່ານ
Donald Trump ຈາກ​ພັກ​ຣີພັບ​ບລີ​ກັນ​ໄດ້​ເສີມ​ຂະຫຍາຍ​ການ
​ໄດ້​ຮັບ​ຄະ​ແນນ​ສຽງ​ສະໜັບສະ​ໜູນ​ຂອງ​ພວກ​ທ່ານ ​ເພື່ອ​ໃຫ້​ໄດ້
​ຮັບ​ການ​ແຕ່ງຕັ້ງ ​ເປັນ​ຜູ້​ສະໝັກ​ປະທານາທິບໍດີ​ຂອງ​ແຕ່ລະ​ພັກ
​ໂດຍຕ່າ​ງກໍ​ໄດ້​ຮັບ​ໄຊຊະນະ​ຢູ່ໃນຫລາຍໆ​ລັດໃນ​ການ​ປ່ອນ​ບັດ
ທີ່​ເອີ້ນວ່າ Super Tuesday ຊຶ່ງ​ເປັນ​ມື້ ສຳຄັນທີ່​ສຸດ​ ໃນ​ການ​
ເລືອກ​ຕັ້ງຂັ້ນຕົ້ນຂອງ​ສະຫະລັດນັ້ນ.

ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ Clinton ​ໄດ້​ຮັບ​ໄຊຊະ
ນະ​ທີ່​ລັດTennessee, Alabama, Georgia, Arkansas,
Virginia, Texas ​ແລະລັດ Massachusetts.​ ສ່ວນຄູ່​ແຂ່ງ​
ຂອງ​ທ່ານ​ນາງ​ ຄື​ຜູ້​ສະໝັກ​ພັກ​ເດ​ໂມ​ແຄ​ຣັດທີ່ອຽງ​ສັງຄົມ​ນິຍົມ ທ່ານ Bernie Sanders ​
ໄດ້​ຮັບ​ໄຊຊະນະ​ທີ່​ລັດ Vermont, Oklahoma, Minnesota ​ແລະລັດ Colorado.

Trump, Clinton Move Closer to Nominations with Big Super Tuesday Wins
please wait

No media source currently available

0:00 0:02:50 0:00

ສ່ວນ​ພັກ​ຣີພັບ​ບລີ​ກັນ ທ່ານ Trump ​ໄດ້​ຊະນະ​ທີ່​ລັດ Arkansas, Georgia, Alabama, Tennessee, Virginia, Vermont ​ແລະ Massachusetts.​ ສະມາຊິກສະພາ​ສູງ Ted
Cruz ​ໄດ້​ຮັບ​ໄຊຊະນະຢູ່ທີ່​ລັດ Texas,Oklahoma ​ແລະ Alaska.​ ສະມາຊິກ​ສະພາ​ສູງ​
ຈາກ​ລັດ Florida ທ່ານ Marco Rubio ​ໄດ້​ຊະນະ​ທີ່​ລັດ Minnesota.

ຜົນ​ຂອງ​ການ​ປ່ອນ​ບັດ​ເຫລົ່ານີ້ບໍ່​ໄດ້​ເປັນ​ທີ່​ແປກ​ໃຈ​ເລີຍ. ການ​ຢັ່ງ​ຫາງ​ສຽງໄດ້ສະ​ແດງໃຫ້
​ເຫັນ​ວ່າ ທ່ານ Trump ​ແລະ​ທ່ານ​ນາງ Clinton ມີ​ຄະ​ແນນ​ສຽງ​ນຳ​ໜ້າ ​ຢ່າງຫຼວງຫຼາຍໃນ​ການ​ປ່ອນ​ບັດ​ໃນ​ວັນ Super Tuesday ​ແລະ​ຢູ່​ໃນ​ທົ່ວ​ໄປະ​ເທດ.

​ໃນ​ຄຳ​ປາ​ໄສ​ຮັບ​ເອົາ​ໄຊຊະນະ​ນັ້ນ ຜູ້ສະໝັກ​ແຕ່ລະຄົນ​ຕ່າງ​ກໍ​ໄດ້​ເພັ່ງ​ເລັງ​ໃສ່​ເລື່ອງ​ອື່ນໆ ​
ແທນ​ທີ່​ຈະ​ແມ່ນ​ຄູ່​ແຂ່ງ​ໃນ​ການ​ເລືອກ​ຕັ້ງຂັ້ນຕົ້ນຂອງ​ພວກ​ທ່ານ.

Republican Super Tuesday Primary Results
please wait

No media source currently available

0:00 0:00:45 0:00

ທ່ານ​ນາງ Clinton ກ່າວ​ຕໍ່​ການ​ໂຮມ​ຊຸມນຸມ​ຂອງ​ທ່ານ​ນາງ ​ຢູ່​ທີ່​ລັດ​ຟລໍຣິດາ​ວ່າ ອາ​ເມຣິກາ​
ບໍ່​ເຄີຍ​ຢຸດ​ເຊົາ​ ໃນ​ການເປັນ​ປະ​ເທດ​ທີ່​ຍິ່ງ​ໃຫຍ່​ເລີຍ ຊຶ່ງ​ໝາຍ​ເຖິງ​ຄຳ​ຂວັນ ​ໃນ​ການ​ໂຄສະ​
ພາຫາ​ສຽງ​ຂອງ​ທ່ານ Trump. ທ່ານ​ນາງກ່າວ​ຕື່ມ​ວ່າ ພວກ​ເຮົາ​ຕ້ອງ ​ຊົດເຊີຍຄືນ​ໃຫ້​ອາ​ເມ
ຣິກາ ​ໂດຍກ່າວ​ຕື່ມວ່າສຳນວນ​ຂອ​ງພັກ​ຣີພັບ​ບລີ​ກັນ ບໍ່​ເຄີຍ​ຕ່ຳ​ໄປ​ກວ່າ​ນີ້.

​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ ຢູ່ທີ່​ລັດ​ຟລໍຣິດານັ້ນທ່ານ Trump ກໍ​ຕອບ​ໂຕ້​ຄືນ. ທ່ານ​ນາງ​ຕ້ອງ
ຊົດເຊີຍຄືນ​ໃຫ້​ອາ​ເມຣິກາ .​ ຂ້າພະ​ເຈົ້າກຳລັງ​ພະຍາ​ຍາມ​ຄິດ​ຢູ່​ວ່າ​ແມ່ນ​ກ່ຽວ​ກັບ​ຫຍັງ​ແທ້.​
​ການ​ເຮັດ​ໃຫ້​ອາ​ເມຣິກາ​ຍິ່ງ​ໃຫຍ່​ຄືນ​ອີກ ຈະ​ດີກ​ວ່າຊົດເຊີຍຄືນ​ໃຫ້ແກ່​ອາ​ເມຣິກາ​.

Democratic Super Tuesday Primary Results
please wait

No media source currently available

0:00 0:00:45 0:00

XS
SM
MD
LG