ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ Clinton ຈະພົບປະກັບ ທ່ານ Thein Sein


ລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Rodham Clinton ຈະພົບປະກັບ ປະທານາທິບໍດີ Thein Sein ມື້ວັນສຸກນີ້.
ລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Rodham Clinton ຈະພົບປະກັບ ປະທານາທິບໍດີ Thein Sein ມື້ວັນສຸກນີ້.

ລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ມີໝາຍ​ກຳນົດທີ່​ຈະ​
ພົບ​ປະ​ກັບປະທານາທິບໍດີມຽນມາ ທ່ານ Thien Sein ​ໃນມື້​ວັນ​ສຸກ​ນີ້ ຫລັງ​ຈາກ​ທີ່
ສະຫະລັດ ໄດ້​ຍົກ​ເລີກການ​ລົງ​ໂທດທາງ​ດ້ານ​ເສດຖະກິດ ຕໍ່​ປະ​ເທດມຽນມາ ທີ່​ຕັ້ງຢູ່​ໃນ
ເອ​ເຊຍ​ອາ​ຄະ​ເນ​ນັ້ນ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງກະ​ຊວງ​ການ​ຕ່າງປະ​ເທດ​ກ່າວ​ຕໍ່ວີ​ໂອ​ເອວ່າ ການ​ໂອ້​ລົມ​ຈະ​ມີຂຶ້ນ​ຢູ່​
ນອກ​ກອງ​ປະ​ຊຸມສະມາຄົມ​ອາ​ຊ່ຽນທີ່​ກໍາປູ​ເຈຍ. ທ່ານ​ນາງ Clinton ​ໄດ້​ພົບ​ກັບປະທາ
ນາທິບໍດີ Thehin Sein ​ໃນ​ເດືອນ​ທັນ​ວາປີ​ກາຍໃນ​ລ​ະຫວ່າງ ການ​ເດີນທາງໄປຢ້ຽມຢາມ
ມຽນມາ ຄັ້ງປະຫວັດສາດ​ນັ້ນ.

ວໍ​ຊິງ​ຕັນ​ໄດ້​ຍຸຕິການ​ລົງ​ໂທດຕໍ່​ມຽນມາ ໃນ​ວັນ​ພຸດຜ່ານ​ມານີ້ ​ໂດຍອະ​ນຸຍາດ​ໃຫ້​ບໍລິສັດ​
ຕ່າງໆ​ຂອງອາ​ເມ​ຣິກັນ ເຂົ້າໄປ​ລົງທຶນ​ໃນມຽນມາ​ໄດ້ ​ເປັນ​ຄັ້ງ​ທໍາ​ອິດ​ໃນ ຮອບ 15 ປີ.

ທໍານຽບຂາວ​ກ່າວວ່າ ການ​ເ​ຄື່ອນ​ໄຫວ​ ຊຶ່ງ​ໄດ້​ປະກາດໃຫ້​ຊາບ​ເປັນ​ເທື່ອ​ທຳ​ອິດ ໃນ​ເດືອນ
​ພຶດສະພາຜ່ານ​ມານັ້ນ ມີ​ຂຶ້ນ​ເພື່ອ​ເປັນ​ການ​ສະໜອງ​ຕອບ​ຕໍ່ “ການ​ປະ ຕິ​ຮູບທາງ​ດ້ານ​
ເສດຖະກິດ​ແລະ​ກາ​ນ​ເມືອງ ທີ່​ສຳຄັນ” ​ໂດຍ​ລັດຖະບານ​ພົນລະ​ເຮືອນ ​ພຽງແຕ່ໃນ​ນາມ​ ຂອງ​ມຽນມາ.

XS
SM
MD
LG