ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງ Clinton ຮັບເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ຕໍ່ສະຖານກົງສູນສະຫະລັດ ໃນລີເບຍ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ໄດ້ຮັບເອົາຄວາມຮັບຜິດຊອບ ໃນການໂຈມຕີເຖິງຂັ້ນ
ຕາຍ ຕໍ່ສະຖານກົງສູນສະຫະລັດໃນລີເບຍ ເມື່ອເດືອນແລ້ວນີ້
ໂດຍກ່າວວ່າ ມັນແມ່ນພາລະໜ້າທີ່ຂອງທ່ານນາງ ທີ່ຈະຕ້ອງ
ກໍາກັບເບິ່ງນໍາເລື້ອງຄວາມປອດໄພຂອງພະນັກງານກະຊວງ
ການຕ່າງປະເທດ ທີ່ທໍາງານຢູ່ໃນທົ່ວໂລກ.

ທ່ານນາງ Clinton ກ່າວໃນການໃຫ້ສໍາພາດກັບລາຍການ
ໂທລະພາບ ໃນຂະນະທີ່ຢ້ຽມຢາມ ປະເທດ Peru ໃນວັນຈັນ
ວານນີ້ວ່າ ປະທານາທິບໍດີ ທ່ານ Barack Obama ແລະ
ຮອງປະທານາທິບໍດີ ທ່ານ Joe Biden ນັ້ນ ຍ່ອມຈະບໍ່ຮູ້ລາຍ
ລະອຽດຂອງການຕັດສິນໃຈຂອງພະນັກງານຮັກສາຄວາມ
ປອດໄພ.

ທ່ານນາງ ຍັງໄດ້ກ່າວອີກວ່າ ສະພາບການທີ່ແວດລ້ອມ
ການໂຈມຕີ ຄັ້ງວັນທີ 11 ກັນຍາ ທີ່ໄດ້ສັງຫານເອກອັກຄະລັດຖະທູດສະຫະລັດປະຈໍາ
ລີເບຍ ແລະຊາວອາເມຣິກັນອີກ 3 ຄົນນັ້ນ ແມ່ນບໍ່ຈະແຈ້ງສະເໝີໄປ ໃນເວລາທີ່ເກີດ
ເຫດ.

ການໂຈມຕີດັ່ງກ່າວ ແລະການຕອບຮັບຕໍ່ການໂຈມຕີຂອງລັດຖະບານທ່ານ Obama
ໄດ້ກາຍມາເປັນບັນຫາຖົກຖຽງກັນ ໃນການໂຄສະນາຫາສຽງເລືອກຕັ້ງປະທານາທິບໍດີ. ຜູ້ລົງແຂ່ງຂັນການເລືອກຕັ້ງເອົາຕໍາແໜ່ງປະທານາທິບໍດີຂອງພັກຣີພັບບລິກັນ ທ່ານ Mitt
Romney ໄດ້ຕໍານິຕິຕຽນທ່ານ Obama ວ່າ ບໍ່ໄດ້ເພີ່ມການຄຸ້ມກັນຄວາມປອດ ໄພເທົ່າ
ທີ່ຄວນ ໃຫ້ແກ່ສະຖານກົງສູນໃນ Bengazi ນັ້ນ.

ທ່ານນາງ Clinton ໄດ້ກ່າວໃນວັນຈັນວານນີ້ວ່າ ທ່ານນາງບໍ່ຢາກໃຫ້ ບັນຫາດັ່ງກ່າວນີ້
ກາຍມາເປັນການຖິ້ມໂທດໃສ່ກັນ ຍ້ອນການເມືອງ.

ລັດຖະບານ Obama ໄດ້ກ່າວໃນຂັ້ນຕົ້ນວ່າ ການໂຈມຕີດັ່ງກ່າວນັ້ນແມ່ນພາກສ່ວນນຶ່ງ
ຂອງການປະທ້ວງຕໍ່ຕ້ານຮູບເງົາສຽດສີສາສະໜາອີສລາມ ທີ່ສ້າງຂຶ້ນໃນສະຫະລັດນັ້ນ
ແຕ່ມາບັດນີ້ ເວົ້າວ່າ ມັນເປັນການໂຈມຕີຂອງພວກກໍ່ການຮ້າຍ.
XS
SM
MD
LG