ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Clinton ມອບອີແມລ ກ່ຽວຂ້ອງທັງໝົດ ໃຫ້ສານ


ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານນາງ Hillary Rodham Clinton ພວມຟັງຄຳຖາມ ໃນລະຫວ່າງ ຢຸດແວ່ໂຄສະນາຫາ ເມື່ອວັນທີ 28 ກໍລະກົດ ຜ່ານມານີ້.
ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານນາງ Hillary Rodham Clinton ພວມຟັງຄຳຖາມ ໃນລະຫວ່າງ ຢຸດແວ່ໂຄສະນາຫາ ເມື່ອວັນທີ 28 ກໍລະກົດ ຜ່ານມານີ້.

ອະດີດລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ໄດ້ເຊັນເອກກະສານ ທາງການຂອງສານ ສະບັບນຶ່ງ
ປະກາດວ່າ ທ່ານນາງໄດ້ມອບອີແມລກ່ຽວຂ້ອງທັງໝົດທີ່ທ່ານ
ນາງໄດ້ສົ່ງ ແລະໄດ້ຮັບ ຢູ່ໃນບັນຊີອີແມລ ສ່ວນຕົວຂອງທ່ານ
ນາງໃນລະຫວ່າງທີ່ທ່ານນາງເປັນຫົວໜ້ານັກການທູດຂອງປະ
ເທດ.

ເອກກະສານທີ່ທ່ານນາງ Clinton ໄດ້ເຊັນນັ້ນໄດ້ຍື່ນຕໍ່ສານ
ຂອງລັດຖະບານກາງໃນວັນຈັນວານນີ້ ແລະ ຈະມີຄວາມຜິດ
ໃນຖານໃຫ້ການເທັດ ຖ້າສານຫາກລົງຄວາມເຫັນວ່າ ທ່ານ
ນາງໄດ້ໃຫ້ຂໍ້ມູນທີ່ຜິດພາດໃດໆດ້ວຍຄວາມຕັ້ງໃຈ.

ທ່ານນາງ Clinton ທີ່ກຳລັງຊອກຫາຊ່ອງທາງ ເພື່ອໃຫ້ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນຜູ້ສະ ໝັກປະທານາທິບໍດີຂອງພັກ ໃນປີ 2016 ນັ້ນ ແມ່ນພວມຖືກກວດສອບຢ່າງລະອຽດ ໃນ ໄລຍະສອງສາມເດືອນຜ່ານມາ ຫຼັງຈາກມີການເປີດເຜີຍວ່າ ທ່ານນາງໄດ້ໃຊ້ອີແມລສ່ວນ
ຕົວ ເພື່ອສົ່ງຂ່າວຕ່າງໆ ຂອງທາງການ. ທ່ານນາງກ່າວວ່າ ທ່ານນາງໄດ້ມອບອີແມລ 55
ພັນໜ້າ ໃຫ້ແກ່ກະຊວງການຕ່າງປະເທດແລ້ວ ແລະອະນຸຍາດໃຫ້ ກະຊວງດັ່ງກ່າວ ເປີດ ເຜີຍອີແມລຂອງທ່ານນາງ ໃຫ້ປະຊາຊົນຮູ້ໄດ້.

ກະຊວງການຕ່າງປະເທດ ໄດ້ຖືກຟ້ອງ ໂດຍອົງການຕິດຕາມສິ້ງຊອມຍຸຕິທຳຫຼື Judicial
Watch ຊຶ່ງເປັນກຸ່ມນິຍົມແນວທາງເດີມທີ່ພວມຊອກຫາຊ່ອງທາງເພື່ອຢາກຮູ້ເລື້ອງຂໍ້ມູນ ກ່ຽວກັບທ່ານນາງ Clinton ໃນລະຫວ່າງທີ່ທ່ານນາງຍັງກຳຕຳແໜ່ງຢູ່ທີ່ກະຊວງການຕ່າງ ປະເທດ ໃນການດຳລົງຕຳແໜ່ງສະໄໝທຳອິດຂອງປະທານາທິບໍດີ ບາຣັກ ໂອບາມາ.

ກະຊວງຍຸຕິທຳສະຫະລັດພວມພິຈາລະນາ ທີ່ຈະເປີດການສືບສວນເບິ່ງຄວາມເປັນໄປໄດ້ ທີ່ອາດເຮັດໃຫ້ຄວາມລັບທີ່ສຳຄັນໆ ມີການຮົ່ວໄຫລ ຢູ່ໃນອີແມລ ຂອງທ່ານນາງ Clinton
ແຕ່ກ່າວວ່າ ມັນຈະບໍ່ແມ່ນການສືບສວນເພື່ອເອົາຄວາມຜິດທາງອາຍາ. ໃນລະຫວ່າງການ ປາກົດໂຕ ໃນການໂຄສະນາຫາສຽງທີ່ລັດໄອໂອວາ ເມື່ອສັບປະດາແລ້ວ ທ່ານນາງ Clin-
ton ກ່າວວ່າ ທ່ານນາງບໍ່ເຄີຍສົ່ງຫລືໄດ້ຮັບຂໍ້ມູນທີ່ເປັນຄວາມລັບໃດໆ ຜ່ານທາງບັນຊີອີ ແມລສ່ວນຕົວຂອງທ່ານນາງ.

US Hillary Clinton Emails
please wait

No media source currently available

0:00 0:01:16 0:00

XS
SM
MD
LG