ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ Clinton ແລະ ທ່ານ Kaine ໃຫ້ຄຳ ສັນຍາ ທີ່ມີວິໄສທັດ ແຕກຕ່າງໄປ ຈາກທ່ານ Trump ຫຼາຍ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານນາງ Hillary Clinton ພ້ອມກັບສະມາຊິກສະພາສູງລັດ ເວີຈິເນຍ ທ່ານ Tim Kaine, ທີ່ການຊຸມນຸມຂອງພັກທີ່ສະໜາມກິລາ Panther ຂອງມະຫາວິທະຍາໄລ ນານາຊາດລັດ ຟລໍຣິດາ ນະຄອນ ມາຍອາມີ, ລັດ ຟລໍຣິດາ. 23 ກໍລະກົດ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານນາງ Hillary Clinton ພ້ອມກັບສະມາຊິກສະພາສູງລັດ ເວີຈິເນຍ ທ່ານ Tim Kaine, ທີ່ການຊຸມນຸມຂອງພັກທີ່ສະໜາມກິລາ Panther ຂອງມະຫາວິທະຍາໄລ ນານາຊາດລັດ ຟລໍຣິດາ ນະຄອນ ມາຍອາມີ, ລັດ ຟລໍຣິດາ. 23 ກໍລະກົດ, 2016.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ແລະ ສະມາຊິກສະພາສູງລັດ ເວີຈິເນຍ ທ່ານ Tim Kane ໄດ້ໂຄສະນາຫາສຽງ ຮ່ວມກັນເປັນຄັ້ງທຳອິດໃນວັນເສົາວານນີ້, ເປັນການປະກາດຂໍ້ຄວາມທີ່ມີແງ່ດີ ກ່ຽວກັບ ຄວາມຫວັງໃນອະນາຄົດ, ເຊິ່ງກົງກັນຂ້າມກັບກອງປະຊຸມຫຼວງຂອງພັກຣີພັບບລີກັນ ໃນ ສັບປະດາທີ່ຜ່ານມາ, ເຊິ່ງຜູ້ບັນຍາຍຫຼາຍຄົນໄດ້ເຕືອນວ່າ ສະຫະລັດ ກຳລັງຈະຊຸດໂຊມ ລົງ.

ທ່ານນາງ Clinton ໄດ້ແນະນຳທ່ານ Kane ໃຫ້ພວກຜູ້ສະໜັບສະໜູນທີ່ຮ້ອງເຊຍຈຳ ນວນຫຼາຍໃນລັດ ຟລໍຣິດາ, ໂດຍກ່າວວ່າ ທ່ານນາງ ແລະ ທາງເລືອກຂອງເພິ່ນສຳລັບ ຮອງ ປະທານາທິບໍດີ ຈະ “ສະເໜີວິໄສທັດທີ່ແຕກຕ່າງຢ່າງໃຫຽ່” ສຳລັບ ອາເມຣິກາ, ຊຶ່ງເປັນອັນໜຶ່ງທີ່ຮຽກຮ້ອງໃຫ້ເກີດຂຶ້ນກໍຄື “ການສ້າງຂົວ, ບໍ່ແມ່ນສ້າງກຳແພງ” ເປັນ ການເວົ້າແຍ່ໃສ່ການຮຽກຮ້ອງຂອງທ່ານ Donald Trump ຈາກພັກຣີພັບບລີກັນ ສຳລັບ ການສ້າງກຳແພງ ລະຫວ່າງ ສະຫະລັດ ກັບ ເມັກຊິໂກ ເພື່ອກີດກັ້ນຜູ້ຍົກຍ້າຍຖິ່ນຖານຜິດ ກົດໝາຍ.

ທ່ານນາງ Clinton ໄດ້ປະກາດວ່າ “ສະມາຊິກສະພາສູງທ່ານ Tim Kane ແມ່ນເປັນ ທຸກສິ່ງຢ່າງທີ່ກົງກັນຂ້າມເລີຍກັບ ທ່ານ Donald Trump ແລະ ທ່ານ Mike Pence ຄູ່ລົງ ແຂ່ງຂັນຮ່ວມຈາກພັກກົງກັນຂ້າມ. ທ່ານ Kane ແມ່ນພ້ອມແລ້ວທີ່ຈະເຂົ້າເຮັດ ວຽກ ແລະ ນຳພາວຽກງານໃນມື້ທຳອິດ. ແລະ ເພິ່ນແມ່ນນັກປະຕິຮູບຜູ້ທີ່ມັກຈະເຮັດ ທຸກຢ່າງໃຫ້ສຳເລັດ.”

ທ່ານ Trump ບໍ່ໄດ້ມີການໂຄສະນາຫາສຽງໃນວັນເສົາວານນີ້ ແຕ່ໄດ້ກ່າວອອກມາ ໃນ ການຂຽນຂໍ້ຄວາມທາງສື່ສັງຄົມຫຼາຍຄັ້ງທີ່ເບິ່ງຄືວ່າ ຈະແນເປົ້າໃສ່ການແບ່ງແຍກພວກຜູ້ ລົງຄະແນນສຽງໃຫ້ພັກເດໂມແຄຣັດ, ໂດຍສະເພາະ ກ່ຽວກັບ ບັນຫາເສດຖະກິດ. ຜູ້ລົງ ແຂ່ງຂັນຈາກພັກຣີພັບບລີກັນ ໄດ້ໃຫ້ຄຳນິຍາມແກ່ທ່ານ Kane ວ່າ “ເປັນນັກທຳລາຍ ວຽກງານ” ສຳລັບການສະໜັບສະໜູນຂອງທ່ານ ກ່ຽວກັບ ຂໍ້ຕົກລົງການຄ້າ ພາຄີຂ້າມ ມະຫາສະໝຸດປາຊີຟິກ ຫຼື TPP. ຂໍ້ຕົກລົງ TPP ໄດ້ຖືກຂັດຂວາງຢ່າງແຮງໂດຍຂູ່ແຂ່ງ ຂອງທ່ານນາງ Clinton ໃນລະຫວ່າງການເລືອກຕັ້ງຂັ້ນຕົ້ນ ແລະ ກອງປະຊຸມເລືອກຕັ້ງ ທ່ານ Bernie Sanders.

Clinton, Kaine Promote Message of Optimism in Florida
please wait

No media source currently available

0:00 0:01:15 0:00
XS
SM
MD
LG