ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດ ຊົມເຊີຍ ຜົນງານ ພວກນັກເຄື່ອນໄຫວ ຣັດເຊຍ


World Trade Center 1, u New Yorku, sa svojih 541,3 metra, najviša je zgrada u SAD
World Trade Center 1, u New Yorku, sa svojih 541,3 metra, najviša je zgrada u SAD

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດທ່ານ​ນາງ Hillary Clinton ​ໄດ້​ກ່າວຊົມ​ເຊີຍ​ພວກ
​ນັກ​ເຄື່ອນ​ໄຫວ​ດ້ານ​ສັງຄົມ​ພົນລະ​ເຮືອນ​ ແລະ​ດ້ານ​ສິດທິ​ມະນຸດ​ຣັດເຊຍກ່ຽວ​ກັບ​ວຽກ​ງານ​
ຂອງ​ພວກ​ເຂົາ​ເຈົ້າທັງໆ​ທີ່​ໄດ້​ຮັບ​ອຸບປະສັກ​ຂັດຂວາງ​ຈາກລັດຖະບານຣັດ​ເຊຍ.

ທ່ານ​ນາງ​ Clinton ​ເວົ້າວ່າ “ພວກ​ເຮົາ​ເຊື່ອ​ວ່າ​ວຽກ​ງານ​ທີ່​ພວກ​ທ່ານ​ເຮັດ​ໄປ​ນັ້ນມີ​ຜົນ​ໂດຍ
​ກົງ​ຕໍ່​ອະນາຄົດ​ຂອງຣັດ​ເຊຍ ບໍ່​ວ່າ​ພວກ​ທ່ານ​ພວມ​ໃຫ້ການ​ສະໜັບສະໜຸນ​ ເພື່ອ​ຊຸກຍູ້​ການ
​ເລືອກ​ຕັ້ງ​ເສລີ​ ແລະ​ເປັນ​ທຳ ການ​ຕໍ່ສູ້​ເພື່ອ​ທັບ​ມ້າງ​ການຈຳ​ແນ​ກກີດ​ກັນ ການ​ປົກ​ປ້ອງ​ສິດທິ
​ຂອງ​ພວກ​ຄົນ​ງານ ຫຼື​ເປົ້າໝາຍ​ອື່ນໆ​ທາງ​ດ້ານ​ສັງຄົມ​ພົນລະ​ເຮືອນ​ກໍ​ຕາມ.

ລັດຖະມົນຕີ​ການ​ຕ່າງປະ​ເທດ Clinton ​ໄດ້​ພົບ​ປະ​ກັບ​ພວກ​ນັກ​ເຄື່ອນ​ໄຫວ​ຊາວຣັດ​ເຊຍ​ຈຳ
ນວນ​ນຶ່ງ​ໃນ​ມື້ວັນ​ສຸກ​ວານ​ນີ້ທີ່​ບ້ານ​ພັກ​ກົງສຸນ​ໃຫຍ່​ຂອງ​ສະຫະລັດ​ໃນນະຄອນ St. Peter-
sburg ຫົວ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງຣັດ​ເຊຍ.

ທ່ານ​ນາງ​ກ່າວ​ວ່າ ປະຊາຊົນ​ຊາວຣັດ​ເຊຍ​ເປັນ​ຄົນ​ຂະຫຍັນ​ຂັນ​ແຂງ ​ແລະ​ສົມຄວນຈະໄດ້​ຮັບ
ລັດຖະບານ ທີ່​ດຳ​ເນີນ​ງານ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ພວກເຂົາ​ເຈົ້າ​ ແລະ​ເຄົາລົບ​ນັບຖື​
ສິດທິ​ມະນຸດ.

ລັດຖະບານຣັດ​ເຊຍ​ໄດ້​ຕຳ​ໜິຕິຕຽນ​ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບຕໍ່​ອັນ​ທີ່ຣັດ​ເຊຍ​ເອີ້ນ
ວ່າ “ຍຸ​ແຍ່​ໃຫ້​ເກີດ​ຄວາມ​ບໍ່ພໍ​ໃຈຂຶ້ນຢູ່​ໃນຣັດ​ເຊຍ” ນັ້ນ.

ສະພາ​ແຫ່ງ​ຊາດ​ຂອງຣັດ​ເຊຍ​ພວມ​ສຶກສາ​ເບິ່ງ​ຮ່າງ​ບົດແກ້​ໄຂທີ່​ຈະຈັດ​ບັນດາ​ອົງການຈັດຕັ້ງ
ທີ່​ບໍ່​ຂຶ້ນກັບ​ລັດຖະບານ ທີ່​ໄດ້​ຮັບ​ເງິນ ຈາກ​ຕ່າງປະ​ເທດ​ນັ້ນວ່າ ​ເປັນ​ເຈົ້າໜ້າ​ທີ່​ພະນັກງານ
​ຂອງ​ຕ່າງປະ​ເທດ. ທ່ານ​ນາງ Clinton ​ໄດ້​ຮັບຮູ້​ເຖິງ​ຄວາມ​ຍຸ່ງຍາກ​ຕ່າງໆ​ທີ່​ກຳລັງ​ປະ​ເຊີນ​
ໜ້າ​ກັບ​ພວກ​ນັກ​ເຄື່ອນ​ໄຫວຣັດ​ເຊຍ.

ການ​ພົບ​ປະ​ທີ່​ວ່າ​ນີ້ມີ​ຂຶ້ນ ກ່ອນ​ການ​ພົບ​ປະ​ທີ່​ສຳຄັນ ​ຂອງ​ທ່ານ​ນາງ Clinton ກັບລັດຖະ
ມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍທ່ານ Sergei Lavrov ທີ່​ແນ​ໃສ່​ເພື່ອ​ໃຫ້ບັນລຸ​ການ​ຕົກລົງ​
ກ່ຽວ​ກັບ​ວ່າ​ຈະ​ເຮັດ​ແບບ​ໃດ​ກັບ​ຊີ​ເຣຍກ່ອນ​ກອງ​ປະຊຸມ​ທີ່​ໄດ້​ຮັບການ​ສະໜັບສະໜຸນຈາກ
ອົງການ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ເລື່ອງ​ດັ່ງກ່າວ​ໃນ​ວັນເສົາ​ມື້ນີ້ທີ່​ນະຄອນ​ເຈ​ນີວາ.

XS
SM
MD
LG