ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ກ່າວຊົມເຊີຍ ມື້ລາງ ເອກອັກຄະລັດຖະທູດ ປະຈຳລີເບຍ (ສະໄລດ໌)


ມື້ລາງ ເອກອັກຄະລັດຖະທູດ ສະຫະລັດ ປະຈໍາ ລີເບຍ ທ່ານ Christopher Stevens “​ເປັນ​ວິລະ​ຊົນ​ທີ່​ເສຍ​ຊີວິດ​ໃນ​ສະໜາມ​ລົບ” ​
ມື້ລາງ ເອກອັກຄະລັດຖະທູດ ສະຫະລັດ ປະຈໍາ ລີເບຍ ທ່ານ Christopher Stevens “​ເປັນ​ວິລະ​ຊົນ​ທີ່​ເສຍ​ຊີວິດ​ໃນ​ສະໜາມ​ລົບ” ​
ລັດຖະມົນຕີ​ການ​ຕ່າງປະ​ເທດ ສະຫະລັດ ທ່ານ​ນາງ Hillary
Clinton ​ໄດ້​ສັນລະ​ເສີນ ​ທ່ານ Christopher Stevens ມື້
ລາງເອກ​ອັກຄະ​ລັດຖະທູດ ສະຫະລັດປະ​ຈໍາລີ​ເບຍ ​ໂດຍ​ເອີ້ນ
ທ່ານ​ວ່າ “​ເປັນ​ວິລະ​ຊົນ​ທີ່​ເສຍ​ຊີວິດ​ໃນ​ສະ ໜາມ​ລົບ” ​ແລະ​
ຍ້ອງຍໍວິ​ທີ​ການປະຕິບັດ​ການດ້ານ​ການທູດ​ຂອງ​ທ່ານ ​ແບບ
ແກ້ໄຂດ້ວຍ​ຕົນ​ເອງນັ້ນ.

ທ່ານ​ນາງ ໄດ້​ກ່າວ​ຢູ່​ພິທີລະ​ລຶກ​ເຖິງ ທ່ານ Christopher Stevens ​ແລະ​ເຈົ້າ ໜ້າ​ທີ່ຄົນ​ອື່ນໆ ​ໃນ​ພິທີ​ມອບ​ລາງວັນ ທີ່ເນັ້ນ​ໜັກ​ໃສ່​ການ​ແກ້ໄຂບັນຫາ ການ​ຕໍ່​ລອງ​ເຈລະຈາ ​ແລະ​ການ​ສ້າງສັນ​ຕິ​ພາບ.

ຢູ່​ໃນ​ຄໍາ​ຖະ​ແຫລ​ງຂອງ​ທ່ານນາງໃນ​ວັນ​ພະຫັດວານ​ນີ້ທີ່ວໍ​ຊິງ​ຕັນ ທ່ານ​ນາງ Clinton ຍັງ​ກ່າວ​ເຖິງກະ​ຊວງ​ການ​ຕ່າງປະ​ເທດ ​ແລະ​ປ້ອງ​ກັນ​ປະ​ເທດທີ່​ກໍ​າລັງສື​ບສວນ​ການ​ຂົ່ມຂູ່​ໃນ​ລະດັບ​ສູງ ຢູ່​ຕາມ​ສະຖານທູດຕ່າງໆ ​ເຊັ່ນ​ດຽວ​ກັນ​ກັບ​ກໍ ລະ​ນີຂອງທ່ານ Stevens ຢູ່​ທີ່ລີ​ເບຍ ​ແລະ​ພິຈາລະນາ​ເບິ່ງ​ວ່າ ການ​ປັບ​ປຸ​ງ​ການຮັກສາ​ຄວາມ​ປອດ​ໄພ​ແມ່ນ​ຈຳ​ເປັນຫຼືບໍ່​.

ທ່ານ Stevens ​ແລະ​ນັກ​ການ​ທູດ​ອີກ​ສາມ​ຄົນ ​ໄດ້​ຖືກ​ສັງຫານ ​ໃນ​ເດືອນ​ກັນຍາ ທີ 11 ປີ 2012 ​ໃນ​ການ​ໂຈມ​ດ້ວຍອາວຸດ ທີ່​ກົງ​ສຸນສະຫະລັດ ທີ່​ເມືອງ Benghazi ປະ​ເທດລີເບຍ.

ທ່ານ​ນາງ​ກ່າວ​ວ່າ ທ່ານ Steven ຈະ​ບໍ່​ຕິຕຽນ​ຊາວ​ລີ​ເບຍໂດຍ​ທົ່ວ​ໄປໃນ​ການ​ໂຈ​ມຕີ​ຂອງ​ພ​ວກຫົວ​ຮຸນ​ແຮງ.

ທ່ານນາງກ່າວ​ວ່າ ສະຫະລັດບໍ່​ມີ​ຄວາມ​ສ​າມາດ​ທີ່​ຈະ​ປ້ອງ​ກັນທຸກໆການກະທຳຂອງ​ພວກ​ກໍ່​ການ​ຮ້າຍ​ໄດ້​ ແຕ່​ວ່າສະຫະລັດ ກໍມີຄວາມ​ຮັບຜິດ​ຊອບ ​ໃນ​ການຫຼຸດຜ່ອນຄວາມສ່ຽງ ທີ່ ພວກນັກການທູດຂອງຕົນປະເຊີນໜ້າຢູ່. ທ່ານ​ນາງກ່າວ​ວ່າ ບັນດາ​ສັນຊາວອາ​ເມຣິກັນທີ່​ຮັບ​ໃຊ້ຊາດຢູ່ໃນ​ຕ່າງປະເທດ "​ເປັນ​ຜູ້ຕາງໜ້າ​ປະ​ເພນີ​ທີ່​ດີ​ເລີດ ​ຂອງປະເທດ ທີ່ກ້າຫານ
ແລະ​ມີຄວາມ​ເອື້ອ​ເຟື້ອເພື່ອແຜ່.”

XS
SM
MD
LG