ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳ ເກົາຫຼີເໜືອ ມີໂອກາດ ທີ່ຈະຖືກຈົດຈຳ ໃນປະຫວັດສາດ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ຂວາ) ພົບປະກັບລັດຖະມົນຕີການຕ່າງປະເທດ ແລະການຄ້າຂອງເກົາຫຼີໃຕ້ ທ່ານ Kim Sung-Hwan ທີ່ກະຊວງການຕ່າງປະເທດສະຫະລັດ (15 ມິຖຸນາ 2012)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ຂວາ) ພົບປະກັບລັດຖະມົນຕີການຕ່າງປະເທດ ແລະການຄ້າຂອງເກົາຫຼີໃຕ້ ທ່ານ Kim Sung-Hwan ທີ່ກະຊວງການຕ່າງປະເທດສະຫະລັດ (15 ມິຖຸນາ 2012)

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ກ່າວ​ວ່າ ຜູ້​ນໍາ​
ຄົນ​ໃໝ່​ຂອງ​ເກົາຫລີ​ເໜືອ ທ່ານ Kim Jong-un ຈະ​ຖືກ​ບັນທຶກ​ໄວ້​ໃນ​ປະຫວັດ​ສາດ
ຖ້າທ່ານຫາກ​ຊ່ວຍ​ປະຊາຊົນ​ຂອງທ່ານ ​ໃຫ້​ພົ້ນຈາກ​ຄວາມທຸກ​ຍາກ ແລະ​ການ​ຢູ່ຢ່າງ
ໂດດດ່ຽວ.

ທ່ານນາງ Clinton ກ່າວ​ໃນ​ວັນ​ພະຫັດວານ​ນີ້​ ທີ່​ກຸງ​ວໍ​ຊິງ​ຕັນວ່າ ບັນດາ​ຜູ້​ນໍາ ທັງຫລາຍ
​ຖືກ​ຊັ່ງ​ຊາຫຼືຕັດສິນວ່າ ​ເຂົາ​ເຈົ້າໃຫ້ການ​ຊ່ວຍ​ເຫລື​ອ​ແກ່ປະຊາຊົນ​ຂອງ​8qo ​ສ້າງ​ສະຖຽນ
​ລະ​ພາບ ​ແລະ​ອຸດົມ​ຮັ່ງມີ​ແບບ​ໃດ.

ທ່ານ​ນາງ​ກ່າວ​ອີກ​ວ່າ ທ່ານ​ຫວັງ​ວ່າ ທ່າ​ນ Kim ຜູ້​ນໍາ​ອາຍຸ 29 ປີຂອງ​ເກົາຫຼີ ​ເໜືອຈະ​
ເລືອກ​ເອົາການ​ນໍາພາປະ​ເທດ​ເພື່ອ​ກ້າວໄປ​ສູ່ສັດຕະ​ຫວັດ​ທີ່ 21 ​ແລະໃຊ້​ຈ່າຍ​ສໍາ​ຫລັບ​ຊື້
ອາຫານ ການ​ສຶກສາ ​ແລະ​ການ​ປິ່ນປົວສຸກຂະພາບ ​ແທນ​ທີ່ຈະ​ນໍາໃຊ້​ໃນການ​ເຮັດ​ສົງຄາ​ມ.

ທ່ານ​ນາງ Clintion ກ່າວ​ວ່າ ທ່ານນາງ​ເຊື່ອ​ວ່າ ​ເກົາ​ຫລີເໜື​ອ ​ໃນ​ທີ່​ສຸດ​ຈະ​ມີ​ການ​ປ່ຽນ​ແປງ
​ເພາະວ່າປະຊາຊົນ​ຈະບໍ່​ສາມາດ​ດຳລົງ​ຊີວິດ​ຢູ່​ພາຍ​ໃຕ້​ສະພາບ ການກົດ​ຂີ່ ບ່ອນ​ທີ່​ເຂົາ​ເຈົ້າ
​ພາກັນ​ຫີ​ວຕາຍ ​ຖືກ​ສົ່ງ​ເຂົ້າຄ້າຍ​ສັບພະ​ທຸກ ​ແລະ​ປະ​ຕິ​ເສດ​ສິດທິພື້ນຖານຂອງ​ເຂົາ​ເຈົ້ານັ້ນ.

ທ່າ​ນ Kim Jong-un ​ໄດ້ເປັນ​ຜູ້​ນໍາ​ເກົາຫລີ​ເໜືອ ​ໃນ​ເດືອນ​ທັນວາ ຫລັງ​ຈາກ​ມື້ລາງບິດາຂອງ
ຄື​ທ່າ​ນ Kim Jong-il ​ໄດ້ເຖິງ​ແກ່​ອະສັນ​ຍະ​ກຳ.

​ປະ​ເທດ​ຕາ​ເວັນ​ຕົກ ​ເກືອບ​ບໍ່​ຮູ້​ຫຍັງເລີຍກ່ຽວກັບ​ ທ່ານ Kim ຜູ້​ນໍາ​ທີ່​ຍັງ​ໜຸ່ມ​ນ້ອຍ​ຂອງ​ເກົາຫຼີ​
ເໜືອ ຊຶ່ງມາ​ຮອດ​ເວລາ​ນີ້ຍັງ​ບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມໂນ້ມອຽງ​ແຕ່​ພຽງ​ເລັກ​ນ້ອຍ​ທີ່​
ຈະ​ເຮັດ​ໃຫ້ຊາວເກົາຫລີ​ເໜືອ ​ໄດ້​ຮັບ​ສິດ​ເສລີ​ພາບ​ຫລາຍ​ຂື້ນ ຫລື​ສີ້​ນຍຸຕິໂຄງການ​ອາວຸດ​ນີວ​
ເຄລຍຂອງ​ປະ​ເທດ.

ທ່ານ​ນາງ Clinton ​ແລະ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Leo Panetta ​ໄດ້ເຈລະຈາ​
ຫາລື​ໃນ​ວັນ​ພະຫັດ ກັບ​ລັດຖະມົນຕີ​ຕ່າງປະ​ເທດ ​ແ​ລະ​ປ້​ອງກັນ​ປະ​ເທດຂອງ​ເກົາຫລີ​ໃຕ້.

XS
SM
MD
LG