ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງ ຄລິນຕັນ ຍັງນຳໜ້າ ຢ່າງໝັ້ນໜຽວໃນການລະດົມເງິນທຶນ ອິງຕາມບົດລາຍງານທີ່ແຈ້ງໃຫ້ຊາບ


ຜູ້ມີຫວັງຈະເປັນ ປະທານາ ທິບໍດີ ສະຫະລັດ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ແລະ ທ່ານ Bernie Sanders ຕອບໂຕ້ກັນ ໃນລະຫວ່າງ ການໂຕ້ວາທີ ຂອງການໂຄສະນາຫາສຽງ ຢູ່ທີ່ ສູນກາງ Gaillard ໃນນະຄອນ Charleston, ລັດ South Carolina, ວັນທີ 17 ມັງກອນ, 2016.
ຜູ້ມີຫວັງຈະເປັນ ປະທານາ ທິບໍດີ ສະຫະລັດ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ແລະ ທ່ານ Bernie Sanders ຕອບໂຕ້ກັນ ໃນລະຫວ່າງ ການໂຕ້ວາທີ ຂອງການໂຄສະນາຫາສຽງ ຢູ່ທີ່ ສູນກາງ Gaillard ໃນນະຄອນ Charleston, ລັດ South Carolina, ວັນທີ 17 ມັງກອນ, 2016.

ບົດລາຍງານໃໝ່ ການລະດົມຫາເງິນທຶນ ສະແດງໃຫ້ເຫັນວ່າ ຜູ້ມີຫວັງຈະເປັນ ປະທານາ ທິບໍດີ ສະຫະລັດ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ແລະ ທ່ານ Bernie Sanders ແຕ່ລະຄົນ ໄດ້ລະດົມເງິນທຶນໄດ້ຫຼາຍກວ່າ 26 ລ້ານໂດລາ ໃນເດືອນເມສາ ຜ່ານມາ ໃນຂະນະທີ່ ທ່ານ Sanders ພະຍາຍາມຈະຫລຸດຜ່ອນ ຈຳນວນຜູ້ແທນ ທີ່ ທ່ານນາງ Clinton ມີນຳໜ້າຢູ່ ທີ່ຕ້ອງການເພື່ອໄດ້ຖືກສະເໜີຊື່ໂດຍພັກຂອງທ່ານນາງ.

ແຕ່ບົນລາຍງານດັ່ງກ່າວ ທີ່ໄດ້ຍື່ນກັບຄະນະກຳມະການເລືອກຕັ້ງລັດຖະບານກາງ ສະແດງໃຫ້ເຫັນວ່າ ການໃຊ້ຈ່າຍຂອງທ່ານ Sanders ໄດ້ແຊງໜ້າລື່ນ ການໃຊ້ຈ່າຍ ຂອງທ່ານນາງ Clintonໂດຍເຫຼືອເງິນແຕ່ພຽງ 5 ລ້ານ 8 ແສນໂດລາ ເພື່ອໃຫ້ທ່ານ Sanders ໃຊ້ຈ່າຍຕໍ່ໄປ ເມື່ອທຽບໃສ່ກັບ 30 ລ້ານໂດລາ ທີ່ລາຍງານວ່າ ທ່ານນາງ Clinton ຍັງມີເຫຼືອຢູ່.

ຄວາມຫວັງທີ່ຍັງມີເຫຼືອຢູ່ພຽງໜ້ອຍດຽວ ຂອງທ່ານ Sanders ທີ່ຈະຕາມໃຫ້ທັນທ່ານ ນາງ Clinton ແມ່ນຂຶ້ນຢູ່ກັບວ່າ ທ່ານຈະໄດ້ໄຊຊະນະຢ່າງໃຫຍ່ຫລວງ ໃນການເລືອກ ຕັ້ງຂັ້ນຕົ້ນ ໃນລັດ California ທີ່ຈະມີຂຶ້ນ ໃນຕົ້ນເດືອນໜ້ານີ້.

ຂໍມູນໃນລາຍງານສະແດງໃຫ້ເຫັນວ່າ ຈັງວະຂອງການລະດົມຫາເງິນທຶນຊ້າລົງ ພໍສົມ ຄວນ ຈາກຫຼາຍກວ່າ 40 ລ້ານໂດລາ ທີ່ທ່ານ Sanders ໄດ້ລະດົມຜ່ານມາ ໃນເດືອນ ກຸມພາ ແລະ ມີນາ.

ບົດລາຍງານນັ້ນ ຍັງໄດ້ຊີ້ໃຫ້ເຫັນ ວ່າ ກຸ່ມຕ່າງໆ ທີ່ສະໜັບສະໜູນ ຜູ້ທີ່ຄາດໝາຍວ່າ ຈະຖືກສະເໜີຊື່ໂດຍພັກຣີພັບບລີກັນ ຄືທ່ານ Donald Trump ແມ່ນຫາກໍເລີ້ມຍົກລະ ດັບຄວາມພະຍາຍາມ ໃນການລະດົມເງິນທຶນ ຂຶ້ນຕື່ມ.

ຄະນະປະຕິບັດການເມືອງ Great America ຊຶ່ງກຳລັງຊອກຫາແຫລ່ງເງິນທຶນ ຈາກ ພວກເສດຖີ ທີ່ສະໜັບສະໜູນ ທ່ານ Trump ນັ້ນ ໄດ້ລາຍງານວ່າ ລະດົມເງິນທຶນໄດ້ ບໍ່ເກີນ 1 ລ້ານໂດລາ ມາເຖິງທ້າຍເດືອນພຶດສະພານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US Presidential Politics
please wait

No media source currently available

0:00 0:01:28 0:00

XS
SM
MD
LG