ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງ Clinton ກໍາລັງ ເດີນທາງໄປຈີນ


ທ່ານນາງ Hillary Rodham Clinton ລັດຖະມົນຕີການຕ່າງປະເທດ ສະຫະລັດ ກໍາລັງເດີນທາງໄປຈີນ ເພື່ອສົນທະນາ ຫາລືລະດັບສູງ ໃນແລງວັນຈັນ ທີ 1 ພຶດສະພາ 2012.
ທ່ານນາງ Hillary Rodham Clinton ລັດຖະມົນຕີການຕ່າງປະເທດ ສະຫະລັດ ກໍາລັງເດີນທາງໄປຈີນ ເພື່ອສົນທະນາ ຫາລືລະດັບສູງ ໃນແລງວັນຈັນ ທີ 1 ພຶດສະພາ 2012.

ທ່ານ​ນາງ Hillary Clinton ລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ ກໍາລັງ​ເດີນ
ທາງໄປຈີນ ​ເພື່ອ​ສົນ​ທະນາຫາລື​ລະດັບ​ສູງ ຊຶ່ງ​ຄາດ​ວ່າ​ຈະ ​ໄດ້​ຮັບ​ການ​ບົດ​ບັງ ຈາກ
ຄວາມ​ວິຕົກ​ກັງວົນກ່ຽວ​ກັບ​ຊະ​ຕາ​ກໍາ​ຂອງນັກ ​ເຄື່ອນ​ໄຫວຕາບ​ອດ ທີ່ໄດ້​ຫລົບໜີ​
ຈາກກ​ານກັກບໍລິ​ເວນ​ໃຫ້​ຢູ່​ໃນ​ເຮືອນ ​ແລະ​ມີລາຍ​ງານ​ວ່າ​ ຜູ້ກ່ຽວ​ໄດ້​ຢູ່ໃນ​ຄວາມ​ຄຸ້​ມ
ຄອງ​ຂອງສະຫະລັດ​ແລ້ວ

ທ່ານ​ນາງ Clinton ບໍ່​ໄດ້ໃຫ້​ຄວາມ​ເຫັນ​ໃດໆກ່ຽວ​ກັບ​ເລື່​ອງຂອງທ່ານ Chen
Guangcheng ກ່ອນອອກ​ເດີນທາງ​ຈາກກຸງວໍ​ຊິງ​ຕັນໃນ​ຕອນ ແລງ​ວັນ​ຈັນວານ​ນີ້.
ແຕ່​ທ່ານ​ນາງ​ໄດ້​ກ່າວ​ຕໍ່ບັນດານັກ​ຂ່າວ​ວ່າ ​ເລື່ອງສິດ ທິ​ມະນຸ​ດກໍຈະ​ຖືກ​ຍົກ​ຂຶ້ນມາຫາ
ລື​ກັນ ​ໃນ​ການ​ເຈລະຈາ​ຄັ້ງນີ້.

​ໃນ​ຕອນ​ເຊົ້າ​ຂອງ​ວັນ​ຈັນວານ​ນີ້ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກໍ່​ໄດ້​ປະຕິ​ເສດ​ຕໍ່​
ຄໍາ​ຖາ​ມ​ເຊ່​ນດຽວ​ກັນ ກ່ຽວ​ກັບ​ວ່າທ່ານ Chen ຢູ່​ໃສ​ແທ້ ຊຶ່ງ​ມີ​ຂ່າວ​ລື​ວ່າ​ ທ່ານໄດ້
ໂຕນ​ໜີ​ເຂົ້າ​ໄປຢູ່ ສະຖານທູດສະຫະລັດ ​ໃນ ກຸງປັກ​ກິ່ງ.

ທ່ານ​ໂອ​ບາ​ມາກ່າວ​ວ່າ “ທີ່​ຈິງ​ແລ້ວ ຂ້າພະເຈົ້າກໍ​ໄດ້​ຍິນ​ຂ່າວ​ກ່ຽວ​ກັບສະຖານະການ
ໃນປະເທດຈີນ. ແຕ່ວ່າຂ້າພະເຈົ້າຈະບໍ່​ໃຫ້​ຄວາມ​ເຫັນໃດໆຕໍ່ເລື້ອງດັ່ງກ່າວ. ສິ່ງທີ່ຂ້າ
ພະເຈົ້າຢາກເນັ້ນໜັກເຖິງນັ້ນກໍຄືທຸກໆ ຄັ້ງທີ່ເຮົາພົບພໍ້ກັນກັບຈີນ ເລື້ອງສິດທິມະນຸດ​
ແມ່ນມີ​ການ​ຫາລື​ກັນ.”

ທ່ານ Kurt Cambell ນັກການທູດຂັ້ນສູງຂອງສະຫະລັດຮັບຜິດຊອບ​ ກ່ຽວ​ກັບເອ
ເຊຍຕາເວັນອອກ ໄດ້ເດີນທາງ​ໄປເຖິງປັກກິ່ງ ໃນວັນອາທິດຜ່ານ​ມາແລະຄາດວ່າຈະ​
ໄດ້ສົນທະນາກັນກັບພວກເຈົ້າໜ້າທີ່ຈີນກ່ຽວກັບ ​ເລື່ອງທ່ານ Chen ກ່ອນໜ້າກອງ
ປະຊຸມປະຈໍາປີ ວ່າ​ດ້ວຍ​ຍຸດ​ທະ​ສາດ ແລະການສົນທະນາຫາລື​ດ້ານເສດຖະກິດທີ່
ຈະເລີ້ມຂຶ້ນໃນວັນພະຫັດນີ້.

ທ່ານ Bob Fu ແມ່ນຫົວໜ້າຫ້ອງກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ China Aid ທີ່​ມີ​ສຳນັກ
ງານຢູ່​ສະຫະລັດ ຊຶ່ງ​ເປັນ​ແຫຼ່ງຂ່າວ​ທີ່​ສຳຄັນ​ກ່ຽວ​ກັບ ​ເລື່ອງຂອງທ່ານ Chen. ທ່ານ
Fu ກ່າວໃນວັນຈັນວານ​ນີ້ວ່າ ເຈົ້າໜ້າທີ່ສະຫະລັດແລະຈີນ ກຳລັງ​ດຳ​ເນີນ​ງານ​ຫາ​
ທາງ​ຕົກລົງ​ກັນ ເພື່ອອະນຸຍາດໃຫ້ທ່ານ Chen ໜີມາຢູ່ສະຫະລັດ ພ້ອມດ້ວຍຄອບ
ຄົວຂອງລາວ.

XS
SM
MD
LG