ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Trump ປະຕິຍານວ່າ ຈະສົ່ງຄົນເຂົ້າເມືອງ ຜິດກົດໝາຍ ອອກຈາກປະເທດໄປ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີ
ກັນ ທ່ານ Donald Trump ຂຶ້ນເວທີຮ່ວມກັບຄອບຄົວຂອງ
ນາງ Sarah Root ໃນງານໂຄສະນາຫາສຽງ ທີ່ບໍລິເວນຈັດ
ງານສິນຄ້າໃນເມືອງ Des Moines ລັດ ໄອໂອວາ. 27 ສິງຫາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີ ກັນ ທ່ານ Donald Trump ຂຶ້ນເວທີຮ່ວມກັບຄອບຄົວຂອງ ນາງ Sarah Root ໃນງານໂຄສະນາຫາສຽງ ທີ່ບໍລິເວນຈັດ ງານສິນຄ້າໃນເມືອງ Des Moines ລັດ ໄອໂອວາ. 27 ສິງຫາ, 2016.

ຜູ້ໄດ້ຮັບການແຕ່ງຕັ້ງຈາກພັກຣິພັບລິກັນໃຫ້ສະໝັກແຂ່ງຂັນເປັນປະທານາທິດີ ທ່ານ Donald Trumpໄດ້ໃຫ້ຄຳໝັ້ນສັນຍາໃນວັນເສົາວານນີ້ວ່າ ທ່ານຈະລົງມື “ສົ່ງໜີພວກ ອາດຊະຍາກອນ ທີ່ເຂົ້າມາປະເທດຢ່າງຜິດກົດໝາຍ ຫຼາຍຮ້ອຍພັນຄົນໄປຈາກ ສະຫະ ລັດ ໃນມື້ທຳອິດທີ່ທ່ານຂຶ້ນເປັນປະທານາທິບໍດີ.”

ໃນການກ່າວຢູ່ໃນເວທີສົງຄາມການເມືອງ ລັດໄອໂອວານັ້ນ ທ່ານ ທຣຳ້ ໄດ້ກ່າວຢໍ້າຄຳ ໝັ້ນສັນຍາທີ່ເປັນສັນຍາລັກຂອງທ່ານ ຄືການສ້າງກຳແພງກັ້ນ ແລະ ຊີ້ແຈງຕື່ມລາຍລະ ອຽດຂອງແຜນການຄົນເຂົ້າເມືອງ ຊຶ່ງໄດ້ຖືກຕ້ອງຕິມາແລ້ວວ່າ ເຕັມໄປດ້ວຍອາລົມຄົມ ຄາຍ ແຕ່ດ້ອຍຄວາມເຈາະຈົງ.

ທ່ານ ທຣຳ້ ກ່າວວ່າ ທ່ານຈະຕິດຕາມຫາພວກທີ່ມີ ວີຊາ ເຂົ້າມາໃນປະເທດ ແລະ ໃຫ້ແນ່ ໃຈວ່າ ພວກເຂົາເຈົ້າຕ້ອງອອກໄປ ເວລາ ວີຊາຂອງເຂົາເຈົ້າໝົດອາຍຸ.

ທ່ານເວົ້າຕໍ່ໄປວ່າ “ຖ້າພວກເຮົາບໍ່ບັງຄັບໃຊ້ວັນທີການໝົດອາຍຸວີຊາ ກໍໝາຍຄວາມ ຊາຍແດນຂອງເຮົາເປີດຢູ່ຕະຫຼອດ ທໍ່ນັ້ນເອງ.”

ນອກນັ້ນທ່ານຍັງກ່າວວ່າ ໂຄງການທົ່ວປະເທດສຳລັບການກວດກາຫາຂໍ້ເທັດຈິງຈະປ້ອງ ກັນ ບໍ່ໃຫ້ພວກທີ່ບໍ່ເປັນສັນຊາດໄດ້ຮັບການສົງເຄາະແລະຜົນປະໂຫຽດອື່ນໆທາງດ້ານສັງ ຄົມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG