ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ ຄລິນຕັນ ເລີ້ມຢ້ຽມຢາມ 9 ປະເທດ ໃນຢູໂຣບ


ທ່ານນາງຮີນລາຣີ ຄລິນຕັນ ເດີນທາງໄປຮອດແດນມາກ.
ວັນທີ 31 ພຶດສະພາ 2012.
ທ່ານນາງຮີນລາຣີ ຄລິນຕັນ ເດີນທາງໄປຮອດແດນມາກ. ວັນທີ 31 ພຶດສະພາ 2012.

ທ່ານ​ນາງ​ຮີນ​ລາຣີ ຄລິ​ນຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ເລີ້ມ​ທໍາ​ການ​ຢ້ຽມຢາມ​ເປັນ​ເວລາ 9 ມື້ ຕໍ່​ຢ່າງ​ໜ້ອຍ 7 ປະ​ເທດເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນກ່ຽວ​ກັບ​ບັນຫາ​ຕ່າງໆ​ນັບ​ແຕ່​ເລື້ອງ​ສຸກຂະພາບ​ຂອງ​ໂລກ ​ໄປ​ຮອດ​ເລື້ອງ​ພະລັງງານ​ສີຂຽວ ອິດ​ສະລະ​ພາບ​ໃນການ​ໃຊ້​ລະບົບອິນ​ເຕີ​ແນັດເພື່ອຕອບ​ໂຕ້​ຕໍ່​ການ​ກໍ່​ການ​ຮ້າຍ ແລະ​ເລື້ອງ​ພາກ​ຕາ​ເວັນ​ອອກ​ກາງ​ນໍາ.

ບ່ອນ​ຢຸດ​ແວ່​ແຫ່ງ​ທໍາ​ອິດ​ຂອງ​ທ່ານ​ນາງ​ຈະ​ແມ່ນ​ນະຄອນ Copenhagen ບ່ອນ​ທີ່​ທ່ານ​ນາງຄລິນ​ຕັນ​ ຈະໄດ້​ພົບ​ປະ​ແບບ 2 ຝ່າຍ​ຂຶ້ນກັບ​ບັນດາ​ເຈົ້າ​ໜ້າ​ທີ່​ແດນ​ມາກ ​ແລະ​ເຂົ້າ​ຮ່ວມ​ໃນ​ເຫດການ​ສໍາຄັນ​ໃນ​ການ​ສົ່ງເສີມ​ເຕັກ​ໂນ​ໂລ​ຈີ​ສີຂຽວ​ຕ່າງໆ. ຫຼັງ​ຈາກ​ນັ້ນ ທ່ານນາງ​ຈະ​ເດີນທາງ​ຕໍ່​ໄປ​ຍັງ​ນະຄອນຫຼວງໂອສ​ໂລ ຂອງ​ນໍ​ເວ ​ໃນ​ວັນ 1 ມິຖຸນາ ມື້​ອື່ນ​ນີ້ ບ່ອນ​ທີ່ທ່ານ​ນາງ​ຈະ​ທໍາ​ການ​ພົບ​ປະ​ກັບ​ພວກ​ໜ້າ​ທີ່ຂັ້ນ​ສູງ​ຂອງ​ນໍ​ເວ​ແລະ ​ກ່າວ​ປາ​ໄສ​ທີ່​ສໍາຄັນ​ຕໍ່​ກອງ​ປະຊຸມ​ວ່າ​ດ້ວຍສຸກຂະພາບ​ຂອງ​ໂລກ.

​ໃນ​ວັນ​ທີ 3 ມິຖຸນາທ່ານ​ນາງຄລິນ​ຕັນ​ຈະ​ເດີນທາງ​ໄປ​ຮອດ​ກຸງ Stockholm ຂອງ Sweden ​ເພື່ອ​ທໍາ​ການໂອ້​ລົມ​ສົນທະນາກັບບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ປະ​ເທດ​ດັ່ງກ່າວ​ໃນ​ຫຼາຍໆ​ເລື້ອງ ​ແລະ​ຫຼັງ​ຈາກ​ນັ້ນ​ທ່ານ​ນາງ​ຈະເດີນທາງມຸ້ງ​ໜ້າ​ ໄປ​ຢ້ຽມຢາມ​ພວກ​ປະ​ເທດ​ ໃນ​ເຂດພູ​ Caucasus ອັນ​ມີ​ປະ​ເທດ Armenia, Georgia ​ແລະ Azerbaijan ນັບ​ແຕ່​ວັນ​ທີ 4 ຫາວັນ​ທີ 7 ມິຖຸນາບ່ອນ​ທີ່​ທ່ານ​ນາງຈະ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ ເລື້ອງ​ຄວາມ​ປອດໄພ​ ລະບອບ​ປະຊາທິປະໄຕ​ແລະ​ການ​ພັດທະນາ​ເສດຖະກິດ​ໃນ​ພາກ​ພື້ນ.

ທ່ານ​ນາງຄລິນ​ຕັນຈະ​ມ້ວນທ້າຍ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາງ​ທີ່ນະຄອນ​ອິສຕັງ​ບູລ ປະ​ເທ​ດ​ເທີ​ກີ ບ່ອນ​ທີ່​ທ່ານ​ນາງ​ຈະ​ເປັນ​ປະທານ​ຮ່ວມຂອງ​ກອງ​ປະຊຸມ​ໂຟຣອມວ່າ​ດ້ວຍ​ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ໂລກນັ້ນ.

XS
SM
MD
LG