ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງຄຼິນຕັນ ໃຫ້ການ ຕໍ່ສະພາ ກ່ຽວກັບ ການໂຈມຕີ ກົງສຸນ ຢູ່ລີເບຍ (ວີດີໂອ)


Clinton: Benghazi Attack Part of Broader Terrorist Challenge in Africa
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ

ເບິ່ງວີດິໂອລາຍງານພາສາອັງກິດ ເລື້ອງທ່ານນາງຄລິນຕັນໃຫ້ ການຕໍ່ສະພາ ກ່ຽວກັບເຫດການທີ່ສະຖານກົງສຸນສະຫະລັດ ຖືກໂຈມຕີໃນເມືອງ Benghazi ປະເທດລີເບຍ ເມື່ອເດືອນກັນຍາ ປີ 2012.

ທ່ານ​ນາງ Hillary Clinton ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ປ້ອງກັນ​ການ​ຮັບ​ມື ຂອງ​ທ່ານ​ນາງ​ຕໍ່​ເຫດການ​ໂຈມ​ຕີ​ເຖິງ​ຂັ້ນ​ເສຍ​ຊີວິດເມື່ອວັນ​ທີ 11 ກັນຍາທີ່​ສະຖານ​ກົງສຸນ​ສະຫະລັດ​ຢູ່​ເມືອງ Benghazi ປະ​ເທດ​ລີເບຍ ໂດຍ​ໄດ້​ປະຕິ​ເສດຕໍ່​ການ​ຕໍາ​ໜິຕິຕຽນ​ຂອງ ສະມາຊິກ​ສະພາ​ບາງ​ຄົນ​ທີ່​ວ່າ​ພະຍາຍາມ​ສ້າງຄວາມ​ເຂົ້າ​ໃຈ​ຜິດແກ່​ຊາວ​ອະ​ເມຣິກັນ​ ໃນ​ເຫດການ​ທີ່​ໄດ້ເກີດຂຶ້ນນັ້ນ.

​ໃນ​ເວລາ​ຊັກ​ຖາມ​ກັນ​ ທ່ານ​ນາງ​ລັດຖະມົນຕີ​ຄຼິນຕັນ ​ໄດ້​ໃຫ້ການເມື່ອວັນ​ພຸດ​ວານ​ນີ້ ຕໍ່ໜ້າ​ຄະນະ​ກໍ​າມະ​ການ​ທັງ​ສອງ​ສະພາ​ຂອງ​ສະຫະລັດ ທີ່​ສືບ ສວນ​ສອບສວນ​ເຫດການ​ໂຈມ​ຕີ​ທີ່​ໄດ້​ສັງຫານ​ທ່ານ Christopher Stevens ​ເອກອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ລີ​ເບຍ ​ແລະ​ຊາວ​ອະ​ເມຣິກັນ​ອີກ​ສາມຄົນ. ທ່ານ​ນາງຄຼິນຕັນ​ໄດ້​ບອກ​ຄະນະ​ກໍາມະການ ຄວາມ​ສໍາພັນ​ຕ່າງປະ​ເທດ​ຂອງ​ສະພາ​ສູງ​ວ່າ ​ທ່ານ​ນາງຂໍ​ຮັບ​ເອົາຄວາມ​ຮັບຜິດ ຊອບສໍາ ລັບ​ການ​ຂາດ​ຕົກບົກ​ຜ່ອງ​ດ້ານ​ຄວາມປອດ​ໄພ​ຢູ່​ທີ່​ສະຖານ​ກົງສຸນ ທີ່​ເມືອງ Benghazi ນັ້ນ ​ແຕ່​ທ່ານນາງ​ກໍ​ເວົ້າ​ອີກ​ວ່າການ​ໂຈມ​ຕີ​ດັ່ງກ່າວແມ່ນ​ເປັນ​ພາກສ່ວນນຶ່ງໃນຄວາມ ບໍ່​ປອດໄພ​ຂອງ​ການ​ກໍ່​ການ​ຮ້າຍ​ໃນ​ຂອບ​ເຂດ​ກວ້າງຂວາງ​ຢູ່​ທົ່ວ​ຂົງ​ເຂດ​ອາ​ຟຣິກາ​ເໜືອ.

ບັນດາ​ພວກ​ຜູ້ນຳ​ໃນສະພາ​ສູງສັງກັດພັກ​ຣີພັບ​ບລິ​ກັນ ​ໄດ້ປະຕິ​ເສດ​ບໍ່​ຍອມ ຮັບ​ເອົາຄໍາ​ອະທິບາຍ​ຂອງ​ທ່ານ​ນາງ. ສະ​ມາ​ຊິກ​ສະພາ​ສູງ Rand Paul ຊີ້​ແນະວ່າ ຖ້າ​ຫາກ​ທ່ານ​ເປັນ​ປະທານາທິບໍດີ​ໃນ​ເວລາ​ນັ້ນ ທ່ານ​ກໍ​ຈະ​ປົດ​ທ່ານ​ນາງຄຼິນຕັນ​ອອກ​ຈາກ​ຕໍາ​ແໜ່​ງ ​ໃນ​ຂໍ້​ຫາ​ທີ່​ບໍ່​ອ່ານ​ໂທລະເລກ​ທີ່​ຮ້ອງ​ຂໍ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ເພີ່ມ​ຕື່ມ​. ທ່ານ ຈອນ ​ແມັກ​ເຄນ ສະມາຊິກ​ສະພາ​ສູງ ພັກຣີພັບ​ບລິ​ກັນ ຜູ້​ຊຶ່ງຄັ້ງ​ນຶ່ງ​ເຄີຍ​ສະໝັກ​ປະທານາທິບໍດີ​ເວົ້າ​ວ່າ ທ່ານ​ນາງຄຼິນຕັນ ຕ້ອງໄດ້​ເຕັມ​ໃຈ​ທີ່​ຈະ​ໃຫ້​ຂໍ້​ມູນ​ເພີ່ມ​ຕື່ມ ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ແທ້ໆ​ຢູ່​ທີ່​ເມືອງ Benghazi ນັ້ນ.

Video of U.S. Secretary of State Hillary Clinton Testimony
please wait

No media source currently available

0:00 0:00:18 0:00
ລິງໂດຍກົງ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG