ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງ ຄລິນຕັນ ແລະ ທ່ານ ທຣ້ຳ ເຄື່ອນໄຫວ ຂໍຄະແນນສຽງ ຄັ້ງສຸດທ້າຍ


Clinton and Trump Make Final Whirlwind Appeals for Votes
please wait

No media source currently available

0:00 0:02:49 0:00

ທ່ານນາງ Hillary Clinton ຈາກພັກເດໂມແຄຣັດ ກັບ ທ່ານ Donald Trump ຈາກພັກ ຣີພັບບລີກັນ ທັງສອງທ່ານຕ່າງກໍໄດ້ເດີນທາງໄປທົ່ວຫຼາຍລັດເພື່ອຊອກຫາສຽງ ໃນວັນ ຈັນວານນີ້ ໃນຊ່ວງເວລາ ກ່ອນມື້ເລືອກຕັ້ງ ຊຶ່ງບາງທີກໍອາດຈະເປັນການແບ່ງແຍກ ແລະ ມີຄວາມຂັດແຍ້ງກັນຫຼາຍທີ່ສຸດໃນປະຫວັດສາດສະໄໝໃໝ່ຂອງ ສະຫະລັດ ກໍເປັນໄດ້. ໜ່ວຍຢັ່ງຫາງສຽງຫຼາຍໆແຫ່ງ ສະແດງໃຫ້ເຫັນວ່າ ທ່ານນາງ Clinton ມີຄະແນນນຳໜ້າ ແດ່ເລັກນ້ອຍ ແຕ່ກໍສະໝໍ່າສະເໝີທັງໃນທົ່ວປະເທດ ແລະ ພວກລັດສຳຄັນຕ່າງໆທີ່ເປັນ ບ່ອນຕໍ່ສູ້ກັນຢ່າງໜັກ ເຊິ່ງເວົ້າທົ່ວໄປແລ້ວ ແມ່ນຈະຊີ້ຂາດຜົນຂອງການລົງຄະແນນສຽງ ໃນວັນອັງຄານມື້ນີ້. ນັກຂ່າວແຫ່ງຊາດຂອງ ວີໂອເອ Jim Malone ມີລາຍງານເພີ່ມເຕີມ ກ່ຽວກັບ ພວກສະໝັກແຂ່ງຂັນດັ່ງກ່າວ ແລະ ການຜັກດັນຄັ້ງສຸດທ້າຍຂອງພວກເຂົາເຈົ້າ ເພື່ອໃຫ້ໄດ້ຮັບການສະໜັບສະໜູນຫຼາຍທີ່ສຸດ. ເຊີນທ່ານຟັງລາຍລະອຽດເລື້ອງນີ້ໄດ້ຈາກ ພຸດທະສອນ ຕໍ່ໄປ.

ທ່ານນາງ Hillary Clinton ໄດ້ເລີ່ມມື້ສຸດທ້າຍໃນກິດຈະກຳການໂຄສະນາຫາສຽງຂອງ ທ່ານນາງໃນລັດ Pennsylvania, ເຊິ່ງເປັນລັດໜຶ່ງທີ່ທ່ານນາງກຳລັງເພິ່ງພາອາໄສເພື່ອ ຈະໄດ້ກາຍເປັນປະທານາທິບໍດີຄົນຕໍ່ໄປ.

ຫຼັງຈາກການໂຄສະນາຫາສຽງທີ່ຍາວນານ ແລະ ມີຄວາມແຕກແຍກກັນນັ້ນ ທ່ານນາງ Clinton ໄດ້ກ່າວຂໍ້ຄວາມທີ່ມີຄວາມຫວັງຍິ່ງຂຶ້ນໃນມື້ກ່ອນການເລືອກຕັ້ງ.

ທ່ານນາງ Hillary Clinton ຈາກພັກເດໂມແຄຣັດ ກ່າວວ່າ “ເພື່ອນເອີຍ ຄວາມໃຈຮ້າຍ ບໍ່ແມ່ນແຜນຂອງພວກເຮົາ ຖ້າພວກເຮົາຈະກຳເອົາພາລະກຳລັງຂອງພວກເຮົາໄວ້ໃນ ຄອບຄອງ ແລະ ພະຍາຍາມເອົາຊະນະບັນຫາຂອງພວກເຮົາ ພວກເຮົາຕ້ອງໄດ້ເລີ່ມ ເວົ້າລົມກັນອີກ, ແລະ ພວກເຮົາຕ້ອງລວບລວມເອົາຄວາມຄິດທີ່ດີໆມາຈາກທຸກໆ ບ່ອນ.”

ທ່ານນາງ Clinton ໄດ້ມີກຳລັງໃຈເພີ່ມຂຶ້ນຈາກວັນອາທິດຜ່ານມາເມື່ອອົງການ FBI ໄດ້ ປະກາດປ່ອຍວາງທ່ານນາງເປັນຄັ້ງທີສອງ ໃນການເຊື່ອມໂຍງກັບການໃຊ້ອີເມລສ່ວນ ຕົວຂອງທ່ານນາງ ໃນເວລາທີ່ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດຢູ່ນັ້ນ.

ທ່ານນາງ Clinton ໄດ້ຮັບຄວາມຊ່ວຍເຫຼືອຢ່າງຫຼວງຫຼາຍໃນບໍ່ເທົ່າໃດຊົ່ວໂມງສຸດທ້າຍ ຂອງໃນການໂຄສະນາຫາສຽງ ລວມທັງຈາກປະທານາທິບໍດີ ບາຣັກ ໂອບາມາ ນຳ.

ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະລັດ ກ່າວວ່າ “ຂໍໃຫ້ພະເຈົ້າຈົ່ງຄຸ້ມຄອງ ສະຫະລັດ ອາເມຣິກາ. ໄປ໋ ບັດນີ້ພວກເຮົາພາກັນໄປບ່ອນບັດເຖາະ.”

ທ່ານ ໂອບາມາ ໄດ້ເຕົ້າໂຮມຊຸມນຸມກັບພວກຜູ້ສະໜັບສະໜູນໃນລັດ Michigan ບ່ອນທີ່ ການຢັ່ງຫາງສຽງບາງແຫ່ງໄດ້ສະແດງໃຫ້ເຫັນວ່າການແຂ່ງຂັນມີຄວາມໃກ້ຊິດກັນຫຼາຍ.

ທ່ານ Donald Trump ໄດ້ເລີ່ມມື້ຂອງທ່ານໃນລັດ Florida, ເປັນລັດທີ່ຕ້ອງເອົາຊະນະ ໃຫ້ໄດ້ສຳລັບທ່ານ ຖ້າທ່ານຢາກຈະຕ້ານຢັນການຢັ່ງຫາງສຽງທົ່ວປະເທດ ແລະ ເອົາຊະ ນະການຕິດຕາມຫຼັງ.

ທ່ານ Trump ໄດ້ພະຍາຍາມຫັນບ່ຽງຂ່າວຫຼ້າສຸດຂອງອົງການ FBI ແລະ ທ່ານນາງ Clinton ເພື່ອຜົນປະໂຫຍດຂອງເພິ່ນ.

ທ່ານ Donald Trump ຈາກພັກຣີພັບບລີກັນ ກ່າວວ່າ “ທ່ານນາງ Hillary Clinton ແມ່ນກຳລັງຖືກປົກປ້ອງໂດຍລະບົບທີ່ມີການສໍ້ໂກງຢ່າງສິ້ນເຊີງ, ແລະ ຕອນນີ້ມັນກໍ ຂຶ້ນກັບຄົນ ອາເມຣິກັນ ເອງທີ່ຈະສົ່ງຄວາມເປັນທຳອອກມາທີ່ຕູ້ປ່ອນບັດໃນມື້ອື່ນ. ນັ້ນ ແມ່ນສິ່ງທີ່ກຳລັງຈະເກີດຂຶ້ນ.”

ນອກນັ້ນທ່ານ Trump ຍັງໄດ້ຮັບການຊ່ວຍເຫຼືອຈາກລູກສາວຂອງທ່ານ, ນາງ Ivanka Trump, ຜູ້ທີ່ໄດ້ໂຄສະນາຫາສຽງໃຫ້ຢູ່ໃນລັດ Pennsylvania.

ນາງ Ivanka Trump ກ່າວວ່າ “ພໍ່ຂອງຂ້າພະເຈົ້າເປັນຄົນທີ່ກົງໄປກົງມາ. ພວກທ່ານຮູ້ ວ່າເພິ່ນຢືນຢູ່ໃນຈຸດໃດ.”

ນັກແຜນຍຸດທະສາດ ທ່ານ Matt Gammon ກ່າວວ່າ ສ່ວນໃຫຍ່ຜົນທີ່ອອກມາຈະຂຶ້ນຢູ່ ກັບຈຳນວນຜູ້ທີ່ອອກມາລົງຄະແນນສຽງ.

ທ່ານ Matt Gammon ກ່າວວ່າ “ເຈົ້າຈຳເປັນຈະຕ້ອງໄດ້ເຕືອນໃຫ້ປະຊາຊົນຮູ້ວ່າ ເປັນ ຫຍັງຄົນອື່ນຈຶ່ງເປັນທາງເລືອກທີ່ຂີ້ຮ້າຍກວ່າຕົນ. ແລະ ມັນເຮັດໃຫ້ໝົດທຸກຄົນມີຄວາມ ຮູ້ສຶກບໍ່ດີ ແລະ ມັນບໍ່ແມ່ນສິ່ງທີ່ພວກເຮົາຢາກຈະຄິດຫາ ເມື່ອພວກເຮົາຄິດວ່າການໂຄ ສະນາຫາສຽງດຳເນີນໄປແນວໃດ, ແຕ່ໂຊກບໍ່ດີ ນັ້ນແມ່ນພຽງວິທີທີ່ສິ່ງນີ້ເບິ່ງວ່າມັນຈະ ຈົບລົງແບບນັ້ນ.”

ນັກປະຫວັດສາດທ່ານ Allan Lichtman ກ່າວວ່າ ບໍ່ວ່າຜູ້ໃດຈະຊະນະກໍຕາມ, ປະທານາ ທິບໍດີຄົນຕໍ່ໄປຈະປະເຊີນໜ້າກັບສິ່ງທ້າທາຍອັນໃຫຍ່ຫຼວງ ໃນການພະຍາຍາມທີ່ຈະລວບ ລວມປະເທດໃຫ້ເປັນອັນໜຶ່ງອັນດຽວກັນ.

ທ່ານ Lichtman ຈາກມະຫາວິທະຍາໄລ ອາເມຣິກັນ ກ່າວວ່າ “ຖ້າສົມມຸດວ່າທ່ານ ທຣຳ້ ຊະນະທ່ານກໍຈະໄດ້ປີ້ນປະຫວັດສາດ. ທ່ານຈະບໍ່ສາມາດ ເວົ້າກ່ຽວກັບການປິດປາກ ປິດສຽງຂອງຄູ່ຕໍ່ສູ້ທາງດ້ານການເມືອງຂອງທ່ານໄດ້. ແຕ່ທ່ານກໍເວົ້າວ່າ ສຳລັບທ່ານ ນາງ Clinton ແລ້ວ ເພິ່ນກໍຈະຕ້ອງໄດ້ທົດສອບຄວາມສາມາດທາງດ້ານການເມືອງ ຂອງທ່ານ. ທ່ານນາງຈະຕ້ອງ ມີນະໂຍບາຍ ແລະ ໂຄງການຕ່າງໆ ທີ່ສາມາດດຶງດູດ ຢ່າງໜ້ອຍສ້ຽວໜຶ່ງຂອງພັກຣີພັບບລີກັນຝ່າຍຄ້ານ”

ບັນດາຜູ້ສະໜັບສະໜູນພັກເດໂມແຄຣັດ ໄດ້ສະແດງຄວາມແຂງແກ່ນໃນຫຼາຍລັດ ດ້ວຍ ການອອກໄປປ່ອນບັດລ່ວງໜ້າ. ແຕ່ພວກຜູ້ສະໜັບສະໜູນຂອງທ່ານ Trump ຢືນຢັນວ່າ ຄວາມຫຼົງໄຫຼໄຝ່ຝັນຂອງພວກເຂົາເຈົ້າຈະນຳໄປສູ່ການມີຜູ້ອອກໄປລົງຄະແນນສຽງຈຳ ນວນຫຼາຍໃນວັນອັງຄານມື້ນີ້.

[[Democrat Hillary Clinton and Republican Donald Trump both made a whirlwind journey for votes to several states Monday on the eve of perhaps the most divisive and polarizing election in modern U.S. history.Polls show Clinton with a modest but steady lead both nationally and in several key battleground states that will largely determine the outcome of Tuesday's voting.VOA National correspondent Jim Malone has more on the candidates and their final push for support.]]

((CLINTON WALKS OUT ON STAGE IN PITTSBURGH/APTN DIRECT/12 NOON/About 12:29:00))

((NARRATOR))
Hillary Clinton began her last day on the campaign trail in Pennsylvania, a state she is counting on to become the next president.

After a long and divisive campaign, Clinton delivered a more upbeat message on the eve of the election.

((APTN DIRECT/12 NOON HOUR/TC from 12:36:22 to 12:36:39))

((HILLARY CLINTON, DEMOCRATIC CANDIDATE))
"Anger is not a plan, my friends.If we are going to harness our energy and try to overcome our problems, then we have got to start talking to each other again, and we have to get good ideas wherever they come from."

((NARRATOR))
Clinton got a boost Sunday when the FBI cleared her for a second time in connection with her use of a private email server while secretary of state.

Clinton had plenty of help in the final hours of campaigning including from President Barack Obama.

((APTN DIRECT/1PM HOUR/TC From 13:03:33))

((PRESIDENT BARACK OBAMA))
"God bless these United States of America!Let's go vote!"

((NARRATOR))
Obama rallied supporters in Michigan where some polls show a tightening race.

((TRUMP WALKS OUT ON STAGE AT 11:06:42 of below feed))

Republican Donald Trump began his day in Florida, a must-win state for him if he is to defy the national polls and pull off a come-from-behind victory.

Trump tried to turn the latest news on the FBI and Clinton to his benefit.

((APTN DIRECT/11-7/11AM HOUR/TC From 11:19:55 to 11:20:13))

((DONALD TRUMP, REPUBLICAN CANDIDATE))
"Hillary Clinton is being protected by a totally rigged system, and now it's up to the American people to deliver justice at the ballot box tomorrow. That's what's going to happen."

((NARRATOR))
Trump also had help from his daughter Ivanka, who campaigned in Pennsylvania.

((ABC NEWS ONE/11-6/IVANKA TRUMP-PA/From TC 01:27))

((IVANKA TRUMP, TRUMP SUPPORTER))
"He is very forthright.You know where he stands."

((NARRATOR))
The outcome will hinge largely on voter turnout, says strategist Matt Gammon.

((MALONE IN-PROGRESS/MATT GAMMON/From 2:30 to 2:46))

((MATT GAMMON, REPUBLICAN STRATEGIST))
"You need to remind people why the other one is a worse choice than you are.And it gives everyone kind of a bad taste in their mouth and it is not what we like to think of when we think of how campaigns are run, but unfortunately that is just the way this looks like it is going to end."

((NARRATOR))
No matter who wins, the next president faces enormous challenges in trying to unify the country, says historian Allan Lichtman.

((XDCAM/NOVEMBER/LICHTMAN INTERVIEW/CLIP 1/From 20:47 to 20:55))

((ALLAN LICHTMAN, AMERICAN UNIVERSITY))
"Assuming it is Donald Trump, he's got to way tamp down his rhetoric.He can't talk about locking up his political opponents."

((NARRATOR))
But Lichtman says a Clinton victory would also be a test of her political skills.

((XDCAM/NOVEMBER/LICHTMAN INTERVIEW/CLIP 1/From 21:20 to 21:31))

((ALLAN LICHTMAN, AMERICAN UNIVERSITY))
"She is going to have to come up with policies and programs that could at least attract a segment of the Republican opposition."

((NARRATOR))
Democrats have shown some strengths in several states with early voting.But Trump supporters insist their passion will lead to a big turnout on Tuesday.

XS
SM
MD
LG