ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ Clinton, ແລະ ທ່ານ Sanders ຍິນດີກັບໂອກາດທີ່ຈະແຂ່ງຂັນ ເລືອກຕັ້ງ ກັບທ່ານ Trump


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton, ຊ້າຍ, ແລະ ສະມາຊິກສະພາສູງ ທ່ານ Bernie Sanders, ປະກົດຕົວເທິງເວທີ ກ່ອນການໂຕ້ວາທີເລືອກຕັ້ງຂັ້ນຕົ້ນ ເອົາຕຳແໜ່ງປະທານາທິບໍດີ ຂອງພັກ ເດໂມແຄຣັດ ທີ່ມະຫາວິທະຍາໄລ ລັດ Michigan- Flint, 6 ມີນາ, 2016, ໃນເມືອງ Flint, ລັດ Michigan.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton, ຊ້າຍ, ແລະ ສະມາຊິກສະພາສູງ ທ່ານ Bernie Sanders, ປະກົດຕົວເທິງເວທີ ກ່ອນການໂຕ້ວາທີເລືອກຕັ້ງຂັ້ນຕົ້ນ ເອົາຕຳແໜ່ງປະທານາທິບໍດີ ຂອງພັກ ເດໂມແຄຣັດ ທີ່ມະຫາວິທະຍາໄລ ລັດ Michigan- Flint, 6 ມີນາ, 2016, ໃນເມືອງ Flint, ລັດ Michigan.

ຜູ້ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສອງທ່ານ ສັງກັດ ພັກເດໂມແຄຣັດ ເພື່ອການສະເໜີຊື່ ເປັນຕົວແທນຂອງພັກ ທ່ານ ນາງ Hillary Clinton ແລະ ທ່່ານ Bernie Sanders ໄດ້ກ່າວໃນ ວັນອາທິດວານນີ້ ວ່່າ ພວກເພິ່ນ ພ້ອມແລ້ວທີ່ຈະແຂ່ງຂັນ ກັບທ່ານ Donald Trump ໃນການເລືອກຕັ້ງທົ່ວໄປ.

ຢູ່ໃນເມືອງ Flint ຂອງລັດ Michigan ສະມາຊິກພັກເດໂມແຄຣັດ ທັງສອງທ່ານ ຍັງໄດ້ພະຍາຍາມເຮັດໃຫ້ການໂຕ້ວາທີ ຂອງພວກ ເພິ່ນແຕກຕ່າງກັນກັບ ບັນດາຜູ້ສະໝັກແຂ່ງຂັນ ສັງກັດພັກຣີພັບ ບລີກັນ ທີ່ສ່ວນໃຫຍ່ຈະມີລັກສະນະ ການໂຈມຕີເລື້ອງສ່ວນຕົວຊຶ່ງ ກັນ ແລະ ກັນ. ທ່ານ ແຊນເດີສ໌ ກ່າວວ່າ ພວກຣີພັບບລີກັນ ສະ ແດງໃຫ້ເຫັນວ່າ ເປັນຫຍັງລັດຖະບານຂອງທ່ານ ຈຶ່ງຈະນຳເອົາເລື້ອງການລົງທຶນໃສ່ສຸຂະ ພາບຈິດເປັນບຸລິມະສິດ.

ໃນເມືອງ ຟລິ້ນ ທີ່ມີພົນລະເມືອງ 100,000 ຄົນ ສ່ວນໃຫຍ່ແມ່ນເປັນຄົນຜິວດຳ ແລະ ພວກ ເຂົາເຈົ້າຫຼາຍຄົນແມ່ນທຸກຍາກ ໄດ້ປະເຊີນກັບ ວິກິດການນ້ຳປະປາທີ່ມີສານພິດ ຊຶ່ງບັນດາ ເຈົ້າໜ້າທີ່ຂັ້ນລັດຖະບານ ຂັ້ນລັດ ແລະ ຂັ້ນທ້ອງຖິ່ນໄດ້ພະຍາຍາມແກ້ໄຂມາໄດ້ຫຼາຍເດືອນ ແລ້ວ.

ທ່ານແຊນເດີສ໌ ໄດ້ເປີດການໂຕ້ວາທີ ທີ່ຖ່າຍທອດອອກອາກາດ ຜ່ານ ອົງການຂ່າວ CNN ໂດຍກ່າວວ່າ ທ່ານຮູ້ສຶກ “ເສຍໃຈ” ທີ່ໄດ້ເຫັດຫຼາຍຄອບຄົວ ລວມທັງພວກລູກເຕົ້າ ກຳລັງ “ໄດ້ຮັບສານເປັນພິດ” ຈາກນ້ຳປະປາ ຢູ່ໃນເມືອງຟລິນ. ທ່ານໄດ້ເອີ້ນສະຖານະການນີ້ ວ່າ ເປັນ “ເລື້ອງທີ່ອັບອາຍ” ແລະ ໄດ້ກ່າວວ່າ ມັນຊີ້ໃຫ້ເຫັນສິ່ງທີ່ຈຳເປັນຈະຕ້ອງແກ້ໄຂຄືນໃໝ່ ພື້ນຖານໂຄງລ່າງຂອງອາເມຣິກາ ທີ່ຊຸດໂຊມລົງນີ້.

ສ່ວນທ່ານນາງ ຄລິນຕັນ ໄດ້ຮຽກຮ້ອງເຖິງລັດຖະບານກາງ ແລະ ລັດຖະບານຂອງລັດ ໃຫ້ ແບ່ງປັນເງິນໃຫ້ເມືອງຟລິນ ຫຼາຍຂຶ້ນ ເພື່ອການສ້ອມແປງລະບົບນ້ຳປະປາ. ທ່ານນາງໄດ້ ກ່າວອີກວ່າ ບໍ່ມີຫຍັງ ສຳຄັນກວ່າ ສຸຂະພາບ ແລະ ການເປັນຢູ່ຂອງປະຊາຊົນຂອງເມືອງ ຟລິນ.

ຜູ້ສະໝັກແຂ່ງຂັນທັງສອງທ່ານ ໄດ້ຮຽກຮ້ອງຕໍ່ຜູ້ປົກຄອງລັດ Michigan ທ່ານ Rick Snyder ສັງກັດພັກຣີພັບບລີກັນ ໃຫ້ລາອອກຈາກຕຳແໜ່ງ. ຕໍ່ຈາກນັ້ນມາ ທ່ານ Snyder ໄດ້ຂຽນຂໍ້ ຄວາມລົງທາງ Twitter ວ່າ “ໃນອີກບໍ່ເທົ່າໃດມື້ ພວກຜູ້ສະໝັກແຂ່ງຂັນກໍຈະໄປຈາກເມືອງ ຟລິນ ແລະ ລັດ Michigan. ຂ້າພະເຈົ້າໄດ້ໃຫ້ຄຳໝັ້ນໝາຍ ຕໍ່ພົນລະເມືອງ ຟລິນ ໄວ້ ແລ້ວ.”

ຜູ້ປົກຄອງດັ່ງກ່າວ ໄດ້ຂໍອະໄພໂທດຕໍ່ພົນລະເມືອງຟລິນ ຜູ້ທີ່ໄດ້ປະເຊີນກັບ ລະບົບການນຳ ສົ່ງນ້ຳປະປາ ທີ່ມີສານກົ່ວ ລະດັບສູງປົນຢູ່ນັ້ນ ເກືອບສອງປີຜ່ານມາ.

ທ່ານ Snyder ກ່າວວ່າ ອົງການສະພາບແວດລ້ອມ ຂັ້ນລັດຖະບານກາງ ແລະ ຂັ້ນລັດໄດ້ທຳ ງານຜິດພາດ ໃນການລະບຸ ແລະ ແກ້ໄຂບັນຫາ ຫຼັງຈາກທີ່ມັນໄດ້ປາກົດຂຶ້ນ ໃນເດືອນເມສາ ປີ 2014 ແລະ ວ່າທ່ານ ໄດ້ສັບປ່ຽນບັນດາເຈົ້າໜ້າທີ່ຂອງລັດ ກັບພວກຄົນຜູ້ທີ່ເຂົ້າໃຈຄວາມ ຮ້າຍແຮງຂອງສະຖານະການດັ່ງກ່າວນັ້ນ.

Clinton, Sanders in Flint, Michigan Debate
please wait

No media source currently available

0:00 0:00:34 0:00
XS
SM
MD
LG