ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນື່ງແສນຄົນ ເດີນຂະບວນ ຕ້ານສະພາວະໂລກຮ້ອນ (ວີດີໂອ/ສະໄລດ໌)


People's Climate March Sounds Climate Alarm in New York
please wait

No media source currently available

0:00 0:03:26 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ປະຊາຊົນ​ຫຼາຍ​ແສນ​ຄົນ​ພາກັນ​ເດີນ​ຂະ​ບວນ​ໃນ​ນະຄອນ​
ນີວຢອກ​ແລະ​ໃນ​ຫົວ​ເມືອງ​ຕ່າງໆ​ໃນ​ທົ່ວ​ໂລກ ຮຽກຮ້ອງ​
ໃຫ້​ມີ​ການ​ເຄື່ອນ​ໄຫວ​ຕ້ານ​ສະພາວະ​ໂລກ​ຮ້ອນ ​ທີ່​ກອງ​
ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ດິນ​ຟ້າ​ອາກາດ​ຂອງສະ​ຫະປະ
ຊາ​ຊາດ​ໃນ​ສັບປະດາ​ນີ້.

ການ​ເດີນ​ຂະ​ບວນທີ່​ນະຄອນ​ນີວຢອກ ມີ​ຮວມທັງ​ພວກ​ນັກສະ
​ແດງ ນັກການ​ເມືອງ ນັກວິທະຍາສາດ ​ແລະ​ທ່ານ​ພັນ​ກິ​ມູນ ​ເລ
ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທີ່ກ່າວ​ວ່າທ່ານ​ມີ​ຄວາມ​ຮູ້
ສຶກ​ດີ​ໃຈ​ຢ່າງ​ຖ້ວມ​ລົ້ນ ​ນຳອັນ​ທີ່​ທ່ານ​ເອີ້ນ​ວ່າ ສຽງ​ທີ່​ແຮງ​ກ້າ​
ຂອງ​ປະຊາຊົນ.

ທ່ານ​ພັນ​ກິ​ມູນ ກ່າວ​ຕື່ມ​ວ່າ ບໍ່​ມີ​ເວລາ​ຈະ​ຖິ້ມ​ເສຍ​ໄປ​ຊື່ໆ ​ແລະ​ “ກໍ​ບໍ່​ມີ​ແຜນການ​ B ຫລືແຜນ​ການ​ອັນ​ທີ​ສອງ ​ອີກ” ​ເພາະວ່າ ບໍ່​ມີ “​ໂລກ​ໜ່ວຍ​ທີ​ສອງ”.

ການເດີນຂະບວນຢູ່ນິວຢອກ:

ພວກ​ຜູ້ນຳ​ຂອງ​ໂລກ​ຫຼາຍ​ກວ່າ 120 ປະ​ເທດ​ ຈະ​ດຳ​ເນີນ​ງານ​ຮ່ວມ​ກັນ​ກ່ຽວ​ກັບ​ສົນທິສັນ
ຍາ​ວ່າ​ດ້ວຍ​ດິນ​ຟ້າ​ອາກດຂອງ​ໂລກສະບັບ​ໃໝ່ ທີ່​ຫລາຍໆ​ຄົນ ຫວັງ​ວ່າ​ຈະ​ເຮັດ​ສຳ​ເລັດ​ຮຽບຮ້ອຍ ​ພາຍ​ໃນ​ທ້າຍ​ປີ 2015 ໜ້າ​ນີ້.

ກອງ​ປະຊຸມ​ສຸດ​ຍອດ​ໃນ​ວັນ​ອັງຄານ​ມື້​ອື່ນ ຈະ​ມີ​ຂຶ້ນ​ຂະນະ​ທີ່​ບັນດາ​ນັກວິທະຍາ​ສາດ​ຂອງ​ລັດຖະບານ​ສະຫະລັດ ກ່າວ​ວ່າ ອຸນຫະພູມ​ຂອງ ​ໂລກ​ມີ​ອາກາດຮ້ອນ​ທີ່​ສຸດ​ ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ ​ໃນ​ຊ່ວງ​ເດືອນ​ມິຖຸນາ​ຫາເດືອນ​ສິງຫາ​ຜ່ານ​ມາ ນັບ​ແຕ່​ໄດ້​ມີ​ການ​ເກັບ​ກຳ​ສະຖິ
ຕິຂອງ​ຄວາມ​ຮ້ອນ​ມາເທື່ອ​ທຳ​ອິດ​ໃນ​ປີ 1880 ​ເປັນ​ຕົ້ນ​ມາ.

ພວກ​ນັກວິທະຍາສາດ​ເຫຼົ່າ​ນີ້ ກ່າວ​ວ່າ ອຸນຫະພູມ​ສະ​ເລ່ຍຂອງ​ດິນ​ຟ້າ​ອາກາດ​ຂອງ​ໂລກ​ໃນ​ຊ່ວງ 3 ​ເດືອນດັ່ງກ່າວ ​ແມ່ນ​ຢູ່​ໃນ​ລະດັບ 16.4 Degrees Celcius ​ເກືອບ​ນຶ່ງ degree ສູງ​ກວ່າ​ສະຖິຕິ​ທີ່​ສູງ​ທີ່​ສຸດທີ່ເກັບ​ກຳ​ໄດ້ ໃນ​ປີ 1998ນັ້ນ.

globalheat22september14
please wait

No media source currently available

0:00 0:02:12 0:00

XS
SM
MD
LG