ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມດິນຟ້າອາກາດ ຮັບຮອງເອົາແຜນການ ຕ້ານສະພາວະໂລກຮ້ອນ


ປະທານາທິບໍດີ Bolivia ທ່ານ Evo Morales ຖະແຫລງຕໍ່ນັກຂ່າວ ຢູ່ທີ່ກອງປະຊຸມສະຫະປະຊາຊາດ ວ່າດ້ວຍການປ່ຽນແປງຂອງດິນຟ້າ ອາກາດ ທີ່ແຄນຄູນ ປະເທດເມັກຊິກໂກ ໃນວັນທີ 9 ທັນວາ, 2010.
ປະທານາທິບໍດີ Bolivia ທ່ານ Evo Morales ຖະແຫລງຕໍ່ນັກຂ່າວ ຢູ່ທີ່ກອງປະຊຸມສະຫະປະຊາຊາດ ວ່າດ້ວຍການປ່ຽນແປງຂອງດິນຟ້າ ອາກາດ ທີ່ແຄນຄູນ ປະເທດເມັກຊິກໂກ ໃນວັນທີ 9 ທັນວາ, 2010.

ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມສະຫະ​ປະຊາ​ຊາດວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທີ່​ດໍາ​ເນີນ​ໄປ​ເປັນ​ເວລາ 2 ອາທິດຢູ່​ນະຄ​ອນ​ແຄນ​ກູນ ປະ​ເທດ​ເມັກ​ຊິກ​ໂກນັ້ນ ຄະນະ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວໄດ້​ຕົກລົງ​ຮັບຮອງ​ເອົາ ແຜນການ​ອັນ​ນຶ່ງ ທີ່​ບໍ່ຄ່ອຍ​ມີຫຍັງ​ເຂັ້ມງວດ​ຫລາຍ ໃນການ ຕໍ່ຕ້ານກັບ​ສະພາບ​ອາກາດ​ອົບ​ເອົ້າຂຶ້ນຂອງ​ໂລກ ຫລື Global warming ນັ້ນ.

ມີ​ຫລາຍ​ກວ່າ190 ປະ​ເທດ​ໄດ້ເຫັນ​ດີຮັບຮອງ​ເອົາ​ຂໍ້​ຕົກລົງ​ດັ່ງກ່າວ​ໃນ​ວັນ​ເສົາ​ມື້ນີ້ ຊຶ່ງ​ລວມ​ທັງ​ເງິນ​ເປັນ​ຈຳນວນ ຫລາຍ​ພັນ​ລ້ານ​ໂດ​ລາ ​ເພື່ອ​ນຳໄປ​ຊ່ວຍ​ເຫລື​ອ​ແກ່ບັນດາ​ປະ​ເທດ​ທີ່​ທຸກຍາກທັງຫລາຍ ເພື່ອ ນໍາໃຊ້​ເຂົ້າ​ໃນ​ການ​ບໍລິຫານວຽກງານຕໍ່ຕ້ານ​ກັບ​ສະພາວະໂລກຮ້ອນນັ້ນ.

ມີ​ແຕ່ Bolivia ​ປະ​ເທດ​ດຽວທີ່​ໄດ້​ບໍ່​ເຫັນ​ດີ​ນຳ​ຂໍ້​ຕົກລົງ​ສະບັບ​ນີ້ ​ໂດຍ​ໃຫ້​ເຫດຜົນວ່າ ຂໍ້​ຕົກ ລົງດັ່ງກ່າວ​ບໍ່​ໄດ້​ມີ​ຫຍັງໜັກ​ແໜ້ນພຽງພໍ​ທີ່ຈະ​ຊ່ວຍ​ຫລຸດຜ່ອນ​ການ​ປ່ຽນ​ແປງຂອງ​ອາກາດ​ໄດ້.

ຕາມ​ປົກກະຕິ​ແລ້ວມະຕິ​ຕົກລົງ ຫລື​ຄຳຕັດສິນບັນຫາ​ຕ່າງໆ ຂອງ​ກອງ​ປະຊຸມເຈລະຈາ​ກັນ​ດ້ານພູ​ມອາກາດຂອງສະຫະ​ປະຊາ​ຊາດ ​ແມ່ນວາງ​ອອກ​ບົນ​ພື້ນຖານ​ການ​ເປັນ​ເອກະສັນ​ກັນ ໝົດທຸກ​ຝ່າຍ.

XS
SM
MD
LG